ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ຫະ​ລັດຕິດ​ຢູ່​ກັບ 'ສະ​ພາບ​ແວດ​ລ້ອມ ທີ່​ເຮັດ​ໃຫ້​ໄພ​ຂົ່ມ​ຂູ່ຜັນ​ຂະ​ຫຍາຍ ເພີ້ມສູງຂຶ້ນ'  


ລັດ​ຕຳ​ຫລວດ​ຈອດ​ຢູ່ບ່ອນ​ເຕົ້າ​ໂຮມ​ກັນຂອງວັດ​ສາ​ສະ​ໜາ​ຢີວ ອິ​ສ​ຣາ​ແອລ Congregation Beth ໃນ​ເມືອງ Colleyville ລັດ​ເທັກ​ຊັ​ສ​ທີ່ຢູ່ຫ່າງ​ຈາກ​ນະ​ຄອນ Dallas ໄປ​ທາງ​ຕາ​ເວັນ​ຕົກ 40 ກິ​ໂລ​ແມັດ, ວັນ​ທີ 16 ມັງ​ກອນ, 2022.
ລັດ​ຕຳ​ຫລວດ​ຈອດ​ຢູ່ບ່ອນ​ເຕົ້າ​ໂຮມ​ກັນຂອງວັດ​ສາ​ສະ​ໜາ​ຢີວ ອິ​ສ​ຣາ​ແອລ Congregation Beth ໃນ​ເມືອງ Colleyville ລັດ​ເທັກ​ຊັ​ສ​ທີ່ຢູ່ຫ່າງ​ຈາກ​ນະ​ຄອນ Dallas ໄປ​ທາງ​ຕາ​ເວັນ​ຕົກ 40 ກິ​ໂລ​ແມັດ, ວັນ​ທີ 16 ມັງ​ກອນ, 2022.

ການແຜ່​ຜາຍທິດສະດີສົມຮູ້ຮ່ວມຄິດ ແລະຂໍ້ມູນທີ່ບໍ່ດີ ຫຼື ຂໍ້​ມູນບໍ່​ຈິງທາງອອນ ລາຍ ແລະໃນເວທີສື່ສັງຄົມອອນ​ລາຍ, ກໍາລັງເຮັດໃຫ້ສະຫະລັດຢູ່ໃນສະ​ພາບ ທີ່​ຕ້ອງ​ມີ​ສະ​ຕິ​ລະ​ວັງຕົວທີ່ເພີ່ມຂຶ້ນ ເມື່ອເວົ້າເຖິງການໂຈມຕີກໍ່ການຮ້າຍທີ່ອາດຈະເກີດຂຶ້ນ.

ກະ​ຊວງຮັກສາຄວາມປອດໄພພາຍໃນ ຫລື DHS ໄດ້ອອກຖະແຫຼງການສະ ບັບປັບປຸງຫລ້າ​ສຸດ ​ກ່ຽວ​ກັບລະບົບຄຳ​ແນະ​ນຳກ່ຽວກັບການກໍ່ການຮ້າຍແຫ່ງ ຊາດໃນວັນຈັນວານນີ້ ໂດຍເຕືອນວ່າ ເຖິງ​ແມ່ນ​ກະ​ແສຂອງໄພຂົ່ມຂູ່ສູງສຸດມີການປ່ຽນແປງເລັກຫນ້ອຍໃນປີຜ່ານມາ ແຕ່ສ່ວນ​ໃຫຍ່ກະ​ແສ​ເຫລົ່າ​ນັ້ນໄດ້ຮັບການຂະຫຍາຍອອກ ໂດຍສະພາບແວດລ້ອມຂອງຂໍ້ມູນດັ່ງ​ກ່າວ.

DHS ກ່າວວ່າ ການແຜ່​ຜາຍການ​ເວົ້າເລື້ອງທີ່ບໍ່ມີ​ຄວາມ​ຈິງເພື່ອແນໃສ່ບ່ອນ ທໍາລາຍຄວາມໄວ້ວາງໃຈຕໍ່ສະຖາບັນຂອງ​ລັດ​ທີ່ເພີ້ມ​ຂຶ້ນ​ຢ່າງ​ໄວ​ວາ, ບວກກັບ ການຮຽກຮ້ອງໃຫ້​ກໍ່ຄວາມຮຸນແຮງເພີ້ມ​ຂຶ້ນຂອງທັງພວກ​ເຄື່ອນ​ໄຫວ​ຢູ່ພາຍ ໃນ ແລະອົງການກໍ່ການຮ້າຍຕ່າງປະເທດ, "ໄດ້ເພີ່ມຄວາມ​ຜັນ​ຜ​ວນ, ຄວາມບໍ່ແນ່ ນອນ, ແລະຄວາມສະ​ຫລັບຊັບຊ້ອນຂອງສະພາບແວດລ້ອມທີ່​ເປັນ​ໄພຂົ່ມຂູ່."

ເວົ້າ​ສະ​ເພາະ​ແລ້ວ ຖະ​ແຫລ​ງ​ການ​ຂອງ DHS ສະບັບປັບປຸງຫລ້​າສຸດອ້າງເຖິງ "ການແຜ່ຂະຫຍາຍທາງອອນໄລນ໌ຢ່າງວ່ອງ​ໄວຂອງການ​ເວົ້າ​ເລື້ອງທີ່ບໍ່ມີ​ຄວາມ​ຈິງ ຫຼືເລື້ອງທີ່​ໃຫ້​ຄົນຄວາມເຂົ້າໃຈຜິດກ່ຽວກັບການສໍ້ໂກງໃນການເລືອກຕັ້ງຢ່າງ ກວ້າງຂວາງ ແລະ COVID-19 ແບບບໍ່ມີຫຼັກຖານ" ທີ່​ກະ​ຊວງນີ້ບອກວ່າ ກໍາລັງຖືກຜັນຂະຫຍາຍອອກໂດຍ "ອໍານາດຂອງ​ພວກຕ່າງປະເທດທີ່ປອງ​ຮ້າຍ."

ຖະ​ແຫຼ​ງການນີ້​ຍັງ​ໄດ້​ເຕືອນ​ເຖິງ​ການ​ສືບ​ຕໍ່​ຮຽກຮ້ອງ​ໃຫ້​ກໍ່​ຄວາມ​ຮຸນ​ແຮງ​ຕໍ່​ບັນດາ​ເປົ້າ​ໝາຍ​ທີ່​ມີການ​ຮັກ​ສາ​ຄວາມ​ປອດ​ໄພອ່ອນ​ -ສະຖານ​ທີ່​ສາທາລະນະ ​ແລະ ການ​ເຕົ້າ​ໂຮມ​ທີ່​ມັກ​ຈະ​ມີ​ການ​ປ້ອງ​ກັນຄວາມ​ປອດ​ໄພໃນ​ລະ​ດັບ​ຈຳກັດ - ລວມ ທັງ​ບ່ອນ​ທີ່​ຄົນ​ໄປ​ທຳ​ກິດ​ຈະ​ວັດທາງ​ສາ​ສະ​ໜາ​ເຊັ່ນ​ໂບດ, ວັດ​ສາ​ສະ​ໜາ​ອິ​ສ​ລາມ ​ແລະວັດ​ສາ​ສະ​ໜາ​ຢີວ​ເປັນ​ຕົ້ນ.

"ການໂຈມຕີເມື່ອມໍ່ໆ​ມານີ້ ​ຕໍ່ວັດ​ສາ​ສະ​ໜາ​ຢີວ​ແຫ່ງ​ນຶ່ງ​ໃນເມືອງ​ໂຄ​ລລີ​ວີ​ລ (Colleyville), ລັດ​ເທັກ​ຊັ​ສ ຊີ້ໃຫ້ເຫັນເຖິງໄພຂົ່ມຂູ່ຢ່າງຕໍ່ເນື່ອງທີ່ມີການ ກໍ່ຄວາມຮຸນແຮງໂດຍອີງໃສ່ເຫດ​ຜົນ​ທາງ​ດ້ານເຊື້ອຊາດ ຫຼືສາສະຫນາ, ຕະ​ຫລອດ​ທັງໄພຂົ່ມຂູ່ຕໍ່ອົງການຈັດຕັ້ງທີ່ອີງໃສ່ຄ​ວາມ​ເຊື່ອ​ຖື," ອີງຕາມຖະ​ແຫລງ ການນັ້ນ.

ການຂົ່ມຂູ່​ເມື່ອມໍ່ໆ​ມານີ້ຕໍ່ວິທະຍາໄລ ແລະມະຫາວິທະຍາໄລຂອງຄົນຜິວດຳໃນ ປະຫວັດສາດຍັງ "ເຮັດໃຫ້ເກີດຄວາມກັງວົນ ແລະອາດຈະກະຕຸ້ນໃຫ້ພວກນັກ ທຳ​ການຂົ່ມຂູ່ຫົວຮຸນແຮງປຸກລະດົມໃຫ້​ກໍ່ຄວາມຮຸນແຮງຂຶ້ນ," ອີງ​ຕາມ​ຄຳ​ເວົ້າ​ຢູ່​ໃນຖະແຫຼງການສະ​ບັບນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາ​ອັງ​ກິດ

XS
SM
MD
LG