ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ສະຫະລັດ ໄດ້ຖອນກຳລັງທະຫານ ງວດສຸດທ້າຍ ອອກຈາກ ໂຊມາເລຍ


ທະຫານກອງທັບສະຫະລັດຄົນນຶ່ງທີ່ໄດ້ຖືກມອບໝາຍໃຫ້ໄປປະຈໍາການຢູ່ໃນທີມຮັກສາຄວາມປອດໄພຂອງໜ່ວຍທະຫານພິເສດ ຢູ່ສະຖານທີ່ ແຫ່ງນຶ່ງໃນໂຊມາເລຍ, ວັນທີ 10 ມິຖຸນາ, 2020
ທະຫານກອງທັບສະຫະລັດຄົນນຶ່ງທີ່ໄດ້ຖືກມອບໝາຍໃຫ້ໄປປະຈໍາການຢູ່ໃນທີມຮັກສາຄວາມປອດໄພຂອງໜ່ວຍທະຫານພິເສດ ຢູ່ສະຖານທີ່ ແຫ່ງນຶ່ງໃນໂຊມາເລຍ, ວັນທີ 10 ມິຖຸນາ, 2020

ກອງທັບສະຫະລັດ ໄດ້ຖອນກຳລັງທະຫານອອກຈາກ ໂຊມາເລຍ ທັງໝົດ, ອີງຕາມກອງບັນຊາ ການ ສະຫະລັດ ສໍາລັບຂົງເຂດ ອາຟຣິກາ ຫລື ອາຟຣີຄອມ (AFRICOM).

ໂຄສົກຂອງ ອາຟຣີຄອມ (AFRICOM) ພັນເອກ ຄຣີຕົຟເຟີ ພີ ຄານສ໌ (Christopher P. Karns) ໄດ້ຢືນຢັນຕໍ່ວີໂອເອພະແນກພາສາໂຊມາເລຍວ່າ ການຍ້າຍກອງທະຫານອອກໄປຢູ່ບ່ອນໃໝ່ ໄດ້ສຳເລັດກ່ອນກຳນົດເວລາຢູ່ໃນດໍາລັດຂອງປະທານາທິບໍດີທີ່ອອກມາໃນເດືອນທັນວາຜ່ານມາ ທີ່ໄດ້ສັ່ງໃຫ້ຖອນກຳລັງທະຫານອອກໃນກາງເດືອນມັງກອນນີ້.

ຈຳນວນທະຫານຂອງກອງທັບ ສະຫະລັດ ຢູ່ໃນ ໂຊມາເລຍ ມີແມ່ນມີແຕ່ 650 ຫາ 800 ຄົນ. ທະ ຫານ ສະຫະລັດ ໄດ້ໃຫ້ການສະໜັບສະໜູນ ແລະໃຫ້ຄໍາແນະນຳແກ່ໜ່ວຍທະຫານ ໂຊມາເລຍ ທີ່ມີຊື່ສຽງ ທີ່ເອີ້ນວ່າກອງພົນ “ຟ້າຜ່າ” ດານັບ (Danab).

ທ່ານຄານສ໌ (Karns) ກ່າວວ່າຍັງມີທະຫານ ສະຫະລັດ ແບບ “ຈຳກັດຫຼາຍທີ່ສຸດ” ຢູ່ໃນ ໂຊມາເລຍ ຢູ່.

ທ່ານກ່າວວ່າ "ເພື່ອພິຈາລະນາເຖິງການປ້ອງກັນກໍາລັງທະຫານແລ້ວ, ຂ້າພະເຈົ້າຈະບໍ່ເຂົ້າໄປເວົ້າເຖິງບົດບາດ, ຄວາມຮັບຜິດຊອບ, ສະຖານທີ່ ຫລືຈຳນວນທີ່ຍັງເຫຼືອຂອງການມີໜ້າຂອງ ສະຫະລັດ ຍ້ອນເຫດຜົນດ້ານການປ້ອງກັນ ແລະການປະຕິບັດງານ."

ທ່ານກ່າວຕື່ມອີກວ່າ “ດໍາລັດຂອງປະທານາທິບໍດີໄດ້ຖືກປະຕິບັດແລ້ວ.”

ກ່ອນໜ້ານີ້ບັນດາເຈົ້າໜ້າທີ່ທະຫານ ສະຫະລັດ ກ່າວວ່າ ທະຫານດັ່ງກ່າວສ່ວນຫຼາຍຈະຖືກຍ້າຍ ໄປຢູ່ບ່ອນອື່ນຢູ່ໃນຂົງເຂດນັ້ນ, ແຕ່ທ່ານຄານສ໌ (Karns) ຈະບໍ່ໃຫ້ລາຍລະອຽດກ່ຽວກັບບ່ອນທີ່ກອງທັບ ສະຫະລັດ ໄດ້ຍົກຍ້າຍໄປຢູ່ໃນຂົງເຂດອາຟຣິກາ "ຍ້ອນການປະຕິບັດງານກຳລັງດຳເນີນໄປຢູ່."

ອາຟຣີຄອມ (AFRICOM) ກ່າວວ່າການຈັດບ່ອນປະຈໍາການໃໝ່ດັ່ງກ່າວໄດ້ສຳເລັດລົງໃນສອງສາມມື້ກ່ອນກໍານົດ ໃນຂະນະທີ່ຍັງໃຊ້ຄວາມກົດດັນຕໍ່ກຸ່ມອາລ-ຊາບາບ ຢູ່ໃນຂັ້ນຕອນທີ່ວ່ານັ້ນຢູ່. ໃນວັນທີ 13 ມັງກອນ, ເຊິ່ງເປັນມື້ສຳເລັດການຖອນທະຫານ ນັ້ນ, ອາຟຣີຄອມ (AFRICOM) ໄດ້ລາຍງານວ່າມີການໂຈມຕີທາງອາກາດຄັ້ງທີ 3 ຕໍ່ກຸ່ມ ອາລ-ຊາບາບ ໃນປີນີ້. ການໂຈມຕີໃນບໍລິເວນອ້ອມຮອບເມືອງບູອູໂລ ຟາອາລາຍ (Buulo Falaay) ໃນບໍລິເວນອ່າວທະເລໄດ້ເຮັດໃຫ້ສະມາຊິກຂອງກຸ່ມອາລ-ຊາບາບເສຍຊີວິດໄປ 1 ຄົນ ແລະໄດ້ທຳລາຍຄ້າຍແຫ່ງນຶ່ງ, ອີງຕາມອາຟຣີຄອມ (AFRICOM).

ສະຫະລັດໄດ້ປະຕິຍານວ່າຈະສືບຕໍ່ເຮັດວຽກຮ່ວມກັບກຳລັງ ໂຊມາເລຍ ແລະ ຮັກສາການກົດດັນຕໍ່ກຸ່ມອາລ-ຊາບາບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG