ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບສະຫະລັດ ຮຽກຮ้ອງຕໍ່ວໍຊິງຕັນ ໃຫ້ຟັງຄຳເຕືອນ ກ່ຽວກັບ ຈີນ


ບັນດາຜູ້ເຂົ້າຮ່ວມ ໄດ້ໂບກທຸງຊາດຂອງຈີນໃນລະຫວ່າງພິທີສະເຫຼີມສະຫຼອງ ການສ້າງຕັ້ງພັກຄອມມິວນິສຂອງຈີນ ທີ່ປົກຄອງປະເທດໃນປັດຈຸບັນ ຄົບຮອບ 100 ປີ ຢູ່ທີ່ຈະຕຸລັດ ທຽນອັນເໝິນ ໃນນະຄອນຫຼວງປັກກິ່ງ ເມື່ອວັນພະຫັດ ທີ 1 ກໍລະກົດ 2021. (AP Photo/Ng Han Guan)
ບັນດາຜູ້ເຂົ້າຮ່ວມ ໄດ້ໂບກທຸງຊາດຂອງຈີນໃນລະຫວ່າງພິທີສະເຫຼີມສະຫຼອງ ການສ້າງຕັ້ງພັກຄອມມິວນິສຂອງຈີນ ທີ່ປົກຄອງປະເທດໃນປັດຈຸບັນ ຄົບຮອບ 100 ປີ ຢູ່ທີ່ຈະຕຸລັດ ທຽນອັນເໝິນ ໃນນະຄອນຫຼວງປັກກິ່ງ ເມື່ອວັນພະຫັດ ທີ 1 ກໍລະກົດ 2021. (AP Photo/Ng Han Guan)

ເຈົ້າໜ້າທີ່ສືບລັບຂັ້ນສູງ ຂອງກອງທັບສະຫະລັດທ່ານນຶ່ງ ກ່າວສະແດງຄວາມເປັນຫ່ວງວ່າ ບັນດາຜູ້ກຳນົດນະໂຍບາຍແລະບັນດາສະມາຊິກສະພາທີ່ສຳຄັນ ອາດຈະບໍ່ຍອມຮັບ ເລື້ອງໄພຂົ່ມຂູ່ຈາກຈີນ ຢ່າງຈິງຈັງພຽງພໍ.

ເປັນເວລາຫຼາຍປີມານີ້ ບັນດາເຈົ້າໜ້າທີ່ປະຈຳກອງບັນຊາການພາກພື້ນອິນໂດ-ປາຊີຟິກຂອງສະຫະລັດ, ທຳນຽບຫ້າແຈແລະອົງການສືບລັບຕ່າງໆຂອງສະຫະ ລັດ ຕ່າງກໍໄດ້ກ່າວເຕືອນ ຊ້ຳແລ້ວຊ້ຳອີກ ກ່ຽວກັບໄພຂົ່ມຂູ່ຈາກຈີນ ທີ່ເພີ້ມຂຶ້ນນັບມື້ ນັບແຕ່ດ້ານການທະຫານ ທີ່ເຕີບໃຫຍ່ຂຶ້ນເລື້ອຍໆ ໄປຈົນເຖິງສິ່ງທີ່ພວກເຂົາເຈົ້າອະທິບາຍວ່າ ເປັນການໂຈມຕີຢ່າງກະທັນຫັນເຂົ້າໄປໃນຂົງເຂດທາງໄຊເບີຂອງປັກກິ່ງຫຼາຍຍິ່ງຂຶ້ນ ແລະປະຕິບັດການສອດແນມແບບບໍ່ຢ້ານ.

ພົນເຮືອຕີ ໄມໂກລ ສຕູດແມັນ ຜູ້ອຳນວຍການດ້ານການສືບລັບ ກອງບັນຊາການພາກພື້ນອິນໂດ-ປາຊີຟິກ ກັງວົນວ່າ ຍັງມີການດຳເນີນການບໍ່ພຽງພໍ.

“ຂ້າພະເຈົ້າສົງໄສ ມີຈັກຄົນຢູ່ໃນວໍຊິງຕັນ ແມ່ນໄດ້ຖືກຊັກຊວນໃຫ້ເຊື່ອແທ້ໆ” ທ່ານສຕູດແມັນ ໄດ້ກ່າວໄປໂດຍຜ່ານກອງປະຊຸມທາງອອນໄລ ໃນວັນພຸດວານນີ້ ທີ່ໄດ້ຈັດຂຶ້ນໂດຍ ຄະນະກຳມະການພັນທະມິດດ້ານການສືບລັບແລະຄວາມໝັ້ນຄົງແຫ່ງຊາດ ຈາກທັງສອງພັກການເມືອງ ຫຼື INSA. ທ່ານກ່າວຕື່ມວ່າ “ແທ້ຈິງແລ້ວ ມັນຍາກທີ່ຈະໄດ້ຮັບຄວາມສົນໃຈ ຕໍ່ສະຖານະການຢ່າງໃດຢ່າງນຶ່ງ.”

ທ່ານສຕູດແມັນ ໄດ້ກ່າວວ່າ ສ່ວນນຶ່ງຂອງຄວາມຫຍຸ້ງຍາກ ກໍແມ່ນວ່າ ໃນຂະນະທີ່ຫຼາຍໆຄົນຢູ່ໃນສະຫະລັດເຫັນສົງຄາມເປັນສິ່ງເປັນໄປໄດ້ຍາກ ແຕ່ບັນດາ ປະເທດເຊັ່ນຈີນນັ້ນ ມີທັດສະນະວ່າ ມັນເປັນສ່ວນນຶ່ງຂອງການຕໍ່ສູ້ແບບທຳມະຊາດຫຼາຍກວ່າ. ແລະປັກກິ່ງພາຍໃຕ້ການນຳພາຂອງປະທານປະເທດ ສີ ຈິ້ນຜິງ ໂດຍສະເພາະນັ້ນ ແມ່ນໄດ້ກຽມພ້ອມ ທີ່ກ້າວໄປໜ້າດ້ວຍຄວາມຍາກລຳ ບາກຫຼາຍປານໃດກໍຕາມ ເພື່ອໃຫ້ກາຍສະຫະລັດ ໄດ້ເປັນມະຫາອຳນາດທີ່ຍິ່ງໃຫຍ່ທີ່ສຸດຂອງໂລກ.”

“ທ່ານສີ ຈິ້ນຜິງ ເປັນຜູ້ທີ່ມີເລ່ຫຼ່ຽມຫຼາຍແທ້ໆ. ຜົນສຸດທ້າຍ ສົມເຫດສົມຜົນກັບວິທີ” ນັ້ນແມ່ນຄຳເວົ້າຂອງທ່ານສຕູດແມັນ. ທ່ານກ່າວຕື່ມວ່າ “ຄວາມຝັນນັ້ນ ສົມເຫດສົມຜົນກັບຜົນສຳເລັດທີ່ວ່າ ຄວາມຝັນນັ້ນຈະຕ້ອງສູນເສຍຫຼາຍປານໃດກໍຕາມ.”

ອັນນີ້ບໍ່ແມ່ນຄັ້ງທຳອິດ ທີ່ທ່ານສຕູດແມັນ ໄດ້ກ່າວເຕືອນກ່ຽວກັບການເຕີບໃຫຍ່ຂຶ້ນຂອງຈີນ.

ໃນລະຫວ່າງກອງປະຊຸມທາງອອນໄລ ເມື່ອເດືອນມີນາຜ່ານມາ ທ່ານສຕູດແມັນ ໄດ້ກ່າວວ່າ ໂລກໄດ້ “ຊິມລົດຊາດສິ່ງທີ່ມັນໝາຍເຖິງການນຳພາຂອງຈີນ” ຊຶ່ງເປັນການຄາດການທີ່ວ່າ ໃນໄວໆນີ້ ຜູ້ນຳຂອງກອງທັບຈີນ ຈະຢູ່ໃນຖານະທີ່ຈະສົ່ງກຳລັງທະຫານ ໄປແຫ່ງຫົນໃດທີ່ຕົນຮູ້ສຶກວ່າ ຜົນປະໂຫຍດຂອງຕົນນັ້ນ ກຳ ລັງຖືກຄຸກຄາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG