ທະຫານກອງທັບ ສະຫະລັດ ໄດ້ຖືກສັ່ງໃຫ້ສັກຢາວັກຊີນກັນ COVID-19 ໃນທັນທີ, ອີງຕາມບັນ ທຶກທີ່ຖືກເປີດເຜີຍໃນວັນພຸດວານນີ້ໂດຍລັດຖະມົນຕີກະຊວງ ປ້ອງກັນປະເທດ ທ່ານ ລອຍດ໌ ອອສຕິນ.
ຄຳສັ່ງດັ່ງກ່າວໄດ້ມີຂຶ້ນສອງວັນຫຼັງຈາກອົງການອາຫານ ແລະ ຢາ ສະຫະລັດ ໄດ້ໃຫ້ການອະນຸມັດຄັ້ງສຸດທ້າຍຕໍ່ຢາວັກຊີນ Pfizer, ເພື່ອເປີດທາງໃຫ້ສະມາຊິກທະຫານທີ່ບໍ່ທັນໄດ້ສັກຢາຫຼາຍກວ່າ 800,000 ຄົນ ໄດ້ຮັບການສັກຢາ.
ບັນທຶກນັ້ນບໍ່ໄດ້ລະບຸວ່າເວລາໃດການສັກຢາຄວນແລ້ວສຳເລັດ, ແຕ່ມັນໄດ້ຮຽກຮ້ອງໃຫ້ຂະແໜງຕ່າງໆຂອງກອງທັບສະໜອງຂໍ້ມູນໃໝ່ຢ່າງເປັນປະຈຳ ກ່ຽວກັບ ວ່າເຂົາເຈົ້າໄດ້ມີຄວາມກ້າວໜ້າແນວໃດ.
ທ່ານ ອອສຕິນ ໄດ້ກ່າວໃນບັນທຶກດັ່ງກ່າວວ່າ “ເພື່ອປ້ອງກັນປະເທດ, ພວກເຮົາຕ້ອງການກອງກຳລັງທີ່ແຂງແຮງ ແລະ ກຽມພ້ອມ. ຫຼັງຈາກການປຶກສາຫາລືຢ່າງລະມັດລະວັງກັບບັນດານັກຊ່ຽວ ຊານດ້ານການແພດ ແລະ ການນຳຂອງກອງທັບແລ້ວ, ແລະ ດ້ວຍການສະໜັບສະໜູນຂອງທ່ານປະທານາທິບໍດີນັ້ນ, ຂ້າພະເຈົ້າໄດ້ພິຈາລະນາວ່າຂໍ້ບັງຄັບການສັກຢາເພື່ອຕ້ານເຊື້ອໂຣກໄວຣັສ ໂຄ ໂຣນານັ້ນແມ່ນຈຳເປັນ ເພື່ອປົກປ້ອງກອງກຳລັງ ແລະ ປ້ອງກັນປະຊາຊົນ ອາເມຣິກັນ.”
ກອງທັບ ສະຫະລັດ ຈະສັກຢາໃຫ້ກອງທັບຫານທີ່ປະຈຳການຢູ່ໃນ ສະຫະລັດ ແລະ ທົ່ວໂລກ. ສະມາຊິກທະຫານຍັງສາມາດເລືອກທີ່ຈະສັກຢາວັກຊີນໃຫ້ຕົນ ເອງອີກດ້ວຍ.
ການສັກຢາວັກຊີນໃຫ້ກອງທະຫານຮັກສາດິນແດນແຫ່ງຊາດອາດມີຄວາມທ້າທາຍຫຼາຍກວ່າ ຍ້ອນວ່າເຂົາເຈົ້າແມ່ນແຈກກະຈາຍໃນທົ່ວ ສະຫະລັດ ແລະ ຈະເຕົ້າໂຮມກັນເພື່ອຝຶກຊ້ອມພຽງເທື່ອດຽວຕໍ່ເດືອນ.
ຄຳສັ່ງດັ່ງກ່າວແມ່ນໃຊ້ໄດ້ກັບຢາວັກຊີນ Pfizer ເທົ່ານັ້ນ. ບໍລິສັດ Moderna ໄດ້ຂໍສະໝັກຕໍ່ອົງ ການອາຫານ ແລະ ຢາສຳລັບການອະນຸມັດຢາວັກຊີນຂອງ ເຂົາເຈົ້າຢ່າງເຕັມທີ່. ບໍລິສັດ Johnson and Johnson ໄດ້ກ່າວວ່າ ເຂົາເຈົ້າ ຫວັງທີ່ຈະຂໍສະໝັກໃນທ້າຍປີນີ້.
ຮອດວັນທີ 18 ສິງຫາທີ່ຜ່ານມາ, ທຳນຽບຫ້າແຈໄດ້ກ່າວວ່າ ກອງກຳລັງຮັກສາດິນແດນແຫ່ງຊາດ ແລະ ກອງໜູນທີ່ກຳລັງປະຈຳການຢູ່ຫຼາຍກວ່າ 1 ລ້ານຄົນໄດ້ສັກຢາຢ່າງຄົບຈຳນວນແລ້ວ ແລະວ່າອີກເກືອບ 250,000 ຄົນໄດ້ສັກຢ່າງ ໜ້ອຍນຶ່ງໂດສ.
ມີກອງທະຫານທີ່ກຳລັງປະຕິບັດໜ້າທີ່ຢູ່ປະມານ ນຶ່ງລ້ານສາມແສນຄົນ ແລະ ອີກເກືອບ 800,000 ຄົນແມ່ນກຳລັງຮັບໃຊ້ໃນກຳລັງຮັກສາດິນແດນແຫ່ງຊາດ ແລະ ກອງໜູນ.