ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ກອງທັບສະຫະລັດ ຈະເລີ້ມອອກຄຳສັ່ງ ໃຫ້ສັກຢາວັກຊີນກັນໂຄວິດ-19 ໃນກາງເດືອນກັນຍາ ຈະມາເຖິງນີ້


ທະຫານສະຫະລັດ ກະກຽມການສັກຢາວັກຊີນກັນໂຄວິດ-19 ຢູ່ບ່ອນສັກຢາ ໃນນະຄອນໄມອາມີ ລັດຟລໍຣິດາ ວັນທີ 10 ມີນາ 2021.
ທະຫານສະຫະລັດ ກະກຽມການສັກຢາວັກຊີນກັນໂຄວິດ-19 ຢູ່ບ່ອນສັກຢາ ໃນນະຄອນໄມອາມີ ລັດຟລໍຣິດາ ວັນທີ 10 ມີນາ 2021.

ກອງທັບສະຫະລັດ ຈະເລີ້ມສັ່ງໃຫ້ບັນດາສະມາຊິກ ໄດ້ຮັບການສັກຢາວັກຊີນ ປ້ອງກັນ
ໂຄວິດ-19 ໃນກາງເດືອນກັນຍາ ຈະມາເຖິງນີ້ ໂດຍຄາດວ່າ ຈະໄດ້ຮັບ ການອະນຸມັດ
ຢ່າງເຕັມທີ່ຕໍ່ກົດລະບຽບຂອງການສັກຢາວັກຊີນ ໃນເວລານັ້ນ.

ຢູ່ໃນບັນທຶກ ທີ່ສົ່ງຫາບັນດາສະມາຊິກຂອງກອງທັບ ລັດຖະມົນຕີກະຊວງປ້ອງ ກັນປະ
ເທດ ທ່ານລອຍ ອອສຕິນ (Lloyd Austin) ກ່າວວ່າ ທ່ານຈະຂໍການ ການອະນຸມັດຈາກ
ປະທານາທິບໍດີໂຈ ໄບເດັນ (Joe Biden) ເພືື່ອໃຫ້ເປັນຄຳສັ່ງບໍ່ໃຫ້ກາຍກາງເດືອນກັນ
ຍາ ຫຼືໄວເທົ່າທີ່ຫ້ອງການອາຫານ ແລະຢາ (FDA) ໃຫ້ການອະນຸມັດຂັ້ນສຸດທ້າຍ ຕໍ່ຢາ
ວັກຊີນຟາຍເຊີຣ (Pfizer) ຊຶ່ງອັນໃດກໍຕາມ ທີ່ມາກ່ອນນັ້ນ.

ບັນທຶກດັ່ງກ່າວ ຮຽກຮ້ອງໃຫ້ພວກທະຫານກະກຽມຮັບຄຳສັ່ງ ແລະທ່ານ ອອສ ຕິນກ່າວ
ເພີ້ມວ່າ ຖ້າຫາກອັດຕາການຕິດແປດໄວຣັສໂຄໂຣນາເພີ້ມຂຶ້ນ “ຂ້າພະເຈົ້າຈະບໍ່ລັ່ງເລ
ໃຈ ທີ່ຈະປະຕິບັດໄວກວ່ານັ້ນ ຫຼືສະເໜີທິດທາງອື່ນ ໃຫ້ແກ່ ປະ ທານາທິບໍດີ ຖ້າຫາກຂ້າ
ພະເຈົ້າຮູ້ສຶກວ່າ ມີຄວາມຈຳເປັນທີ່ຈະຕ້ອງໄດ້ເຮັດໃນເລື້ອງດັ່ງກ່າວ.”

ປະທານາທິບໍດີໄບເດັນ ກ່າວຢູ່ໃນຖະແຫຼງການ ໃນວັນຈັນວານນີ້່ວ່າ ທ່ານໃຫ້ການສະ
ໜັບສະໜູນຢ່່າງເຕັມທີ່ ຕໍ່ເວົ້າຂອງທ່ານອອສຕິນ ແລະກ່າວເພີ້ມວ່າ “ການສັກຢາວັກຊີນ
ຈະຊ່ວຍໃຫ້ບັນດາສະມາຊິໃນກອງທັບຂອງພວກເຮົາມີສຸ ຂະພາບແຂງແຮງ ເພື່ອປ້ອງ
ກັນຄອບຄົວເຂົາເຈົ້າ ແລະຄໍ້າປະກັນວ່າ ກຳລັງ ຂອງພວກເຮົາກຽມພ້ອມ ທີ່ຈະປະຕິບັດ
ງານຢູ່ທຸກແຫ່ງໃນໂລກ.”

ຄຳປະກາດດັ່ງກ່າວ ມີຂຶ້ນນຶ່ງອາທິດເຄິ່ງ ຫຼັງຈາກປະທານາທິບໍດີໄບເດັນ ໄດ້ ຕັ້ງກົດລະ
ບຽບໃໝ່ທີ່ຕ້ອງການ ໃຫ້ບັນດາພະນັກງານລັດຖະບານກາງ ຢັ້ງຢືນ ການສັກຢາວັກຊີນ
ຫຼືປະເຊີນໜ້າກັບການກວດເປັນປະຈຳ. ໃນເວລານັ້ນ ປະ ທານາທິບໍດີໄບເດັນ ຍັງໄດ້ສັ່ງ
ໃຫ້ທຳນຽບຫ້າແຈ ສຶກສາເບິ່ງການບັງຄັບໃຫ້ສັກ ຢາວັກຊີນກັນໂຄວິດ-19 ໃຫ້ແກ່ບັນດາ
ສະມາຊິກຂອງກອງທັບ.

ອົງການ FDA ຄາດວ່າ ຈະໃຫ້ການອະນຸມັດຕໍ່ລະບຽບສຳລັບຢາວັກຊີນຟາຍເຊີຣ
(Pfizer)ໃນເດືອນໜ້ານີ້. ໂດຍປາດສະຈາກການອະນຸມັດດັ່ງກ່າວ ທຳ ນຽບຫ້າແຈ
ຕ້ອງໄດ້ຮັບການຍົກເວັ້ນຈາກປະທານາທິບໍດີເພື່ອໃຫ້ການສັກຢາ ວັກຊີນເປັນຄໍ
າສັ່ງໄດ້.

ການຕັດສິນໃຈເພື່ອໃຫ້ການສັກຢາວັກຊີນກັນໂຄວິດ-19 ເປັນຄຳສັ່ງນັ້ນ ແມ່ນໄດ້ເພີ້ມ
ເຂົ້າໃສ່ບັນຊີອື່ນໆສຳລັບໃຫ້ບັນດາສະມາຊິກຂອງກອງທັບຕ້ອງໄດ້ເຮັດທີ່ມີຢູ່ແລ້ວ.

ໂຄສົກທຳນຽບຫ້າແຈ ທ່ານຈອນ ເຄີບີ (John Kirby) ກ່າວວ່າ ມີການຖາມວ່າ ທາງ
ກອງທັບໄດ້ວາງແຜນ ທີ່ຈະຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວຫຼືບໍ່. ທ່ານ ກ່າວວ່າ ກອງທັບ
ບໍ່ໄດ້ມີເສັ້ນຕາຍທີ່ບັງຄັບໃຫ້ທະຫານທັງໝົດຈະຕ້ອງໄດ້ສັກ ຢາວັກຊີນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG