ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງ ສຫລ ໃນ ອັຟການິສຖານ ເລີ່ມໂຈມຕີ ທາງອາກາດ ຄັ້ງໃຫມ່ ໃສ່ກຸ່ມຕາລີບານ


ເຮືອບິນເຮລິຄອບເຕີ ບິນຂ້າມຂົງເຂດ ທີ່ພວກລະເລີດ ສະຫຼະຊີບ ໂຈມຕີຄະນະທູດພິເສດ ຂອງອົງການເນໂຕ (NATO) ໃນເມືອງການດາຮາ (Kandahar), ທາງພາກໃຕ້ ຂອງນະຄອນຫຼວງກາບູລ, ອັຟການິສຖານ, 2 ສິງຫາ 2017.
ເຮືອບິນເຮລິຄອບເຕີ ບິນຂ້າມຂົງເຂດ ທີ່ພວກລະເລີດ ສະຫຼະຊີບ ໂຈມຕີຄະນະທູດພິເສດ ຂອງອົງການເນໂຕ (NATO) ໃນເມືອງການດາຮາ (Kandahar), ທາງພາກໃຕ້ ຂອງນະຄອນຫຼວງກາບູລ, ອັຟການິສຖານ, 2 ສິງຫາ 2017.

ກຳລັງທະຫານສະຫະລັດ ໃນອັຟການິສຖານ ໄດ້ເລີ່ມຖິ້ມລະເບີດຄັ້ງໃໝ່ ໃສ່ກຸ່ມຕາລີ
ບານໃນພາກເໜືອຂອງອັຟການິສຖານ.

ກອງທັບສະຫະລັດ ໄດ້ອອກຖະແຫຼງການສະບັບນຶ່ງ ໃນວັນອັງຄານມື້ນີ້ ໂດຍກ່າວວ່າ
ຕົນໄດ້ເລີ້ມການໂຈມຕີຖິ້ມລະເບີດ ທີ່ມີຄວາມແມ່ນຢຳຢ່າງຕໍ່ເນື່ອງ ໃນວັນສຸກທີ່ຜ່ານ
ມານີ້ ໃສ່ບ່ອນທີ່ສົງໄສວ່າເປັນຄ້າຍຝຶກແບບຂອງກຸ່ມຕາລີບານ ໃນແຂວງບາດັກຊານ
ໂດຍແນເປົ້າໝາຍໃສ່ “ເພື່ອປ້ອງກັນບໍ່ໃຫ້ມີການວາງແຜນ ແລະການຝຶກຊ້ອມຂອງ
ພວກກໍ່ການຮ້າຍ ທີ່ຕັ້ງໃກ້ໆກັບຊາຍແດນຈີນ ແລະຕາຈິກກິສຖານ.”
ການໂຈມຕີ
ທາງອາກາດຍັງໄດ້ທຳລາຍຍວດຍານພາຫະນະ ທີ່ຖືກລັກຂະໂມຍໄປ ຈາກກອງທັບ
ແຫ່ງຊາດອັຟການິສຖານ ທີ່ໄດ້ຖືກດັດແປງເປັນລົດລຳລຽງລະເບີດທີ່ເຮັດຂຶ້ນເອງນັ້ນ.

ຖະແຫຼງການ ທີ່ອ້າງຄຳເວົ້າ ຂອງທ່ານນາຍພົນຈອນ ນິໂກຊັນ ​ຜູ້ບັນຊາການກຳລັງ
ສະຫະລັດ ໃນອັຟການິສຖານກ່າວວ່າ “ກຸ່ມຕາລີບານ ບໍ່ມີບ່ອນທີ່ຈະຫລົບລີ້. ມັນ
ຈະບໍ່ມີບ່ອນຫຼົບລີ້ໃຫ້ກຸ່ມກໍ່ການຮ້າຍໃດໆ ທີ່ພະຍາຍາມຈະສ້າງຄວາມເສຍຫາຍ ແລະທຳລາຍປະເທດນີ້.”

ການໂຈມຕີທາງອາກາດຂອງສະຫະລັດ ຍັງໄດ້ສ້າງຄວາມເສຍຫາຍໃຫ້ແກ່ແຫຼ່ງຫາ
ລາຍໄດ້ ແລະບ່ອນຫລົບລີ້ຂອງກຸ່ມຕາລີບານ ຊຶ່ງຍັງຜົນໃຫ້ມີການເສຍລາຍໄດ້ຫຼາຍ
ກວ່າ 30 ລ້ານໂດລາ ສຳລັບກຸ່ມຕາລີບານ ນັບຕັ້ງແຕ່ ໄດ້ມີການຖິ້ມລະເບີດໂຈມຕີ
ດັ່ງກ່າວ ທີ່ໄດ້ເລີ່ມຂຶ້ນໃນເດືອນພະຈິກປີກາຍນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG