ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ກອງ​ທັບ ​ສະ​ຫະ​ລັດ ກ່າວ​ຕໍ່​ ວີ​ໂອ​ເອ ວ່າ ບໍ່​ໄດ້​ຮັບຄຳ​ສັ່ງ ກ່ຽວ​ກັບ ການ​ຫລຸດ​ກຳ​ລັງ​ລົງ ​ຢູ່ໃນ ​ອັ​ຟ​ກາ​ນິ​ສ​ຖານ


ທີ່​ປຶກ​ສາ​ດ້ານ​ການ​ທະ​ຫານ​ຂອງ​ສະ​ຫະ​ລັດ ຈາກກອງພັນ​ທີ​ນິ່ງ ກອງ​ກຳ​ລັງ​ຊ່ອຍ​ເຫຼືອ​ດ້ານ​ຄ​ວາມ​ໝັ້ນ​ຄົງ ​ກຳ​ລັງ​ຍ່າງ​ລາດ​ຕະ​ເວນ ຄ້າຍກອງ​ທັບ​ແຫ່ງ​ຊາດ​ອັ​ຟ​ກາ​ນິ​ສ​ຖານ ໃນ​ແຂວງ​ໄມ​​ດັນ ວາ​ຣ​ດັກຂອງ​ອັ​ຟ​ກາ​ນິ​ສ​ຖານ. ວັນ​ທີ 6 ສິງ​ຫາ 2018. ພາຍ​ຖ່າຍ​ໂດຍ REUTERS/James Mackenzie
ທີ່​ປຶກ​ສາ​ດ້ານ​ການ​ທະ​ຫານ​ຂອງ​ສະ​ຫະ​ລັດ ຈາກກອງພັນ​ທີ​ນິ່ງ ກອງ​ກຳ​ລັງ​ຊ່ອຍ​ເຫຼືອ​ດ້ານ​ຄ​ວາມ​ໝັ້ນ​ຄົງ ​ກຳ​ລັງ​ຍ່າງ​ລາດ​ຕະ​ເວນ ຄ້າຍກອງ​ທັບ​ແຫ່ງ​ຊາດ​ອັ​ຟ​ກາ​ນິ​ສ​ຖານ ໃນ​ແຂວງ​ໄມ​​ດັນ ວາ​ຣ​ດັກຂອງ​ອັ​ຟ​ກາ​ນິ​ສ​ຖານ. ວັນ​ທີ 6 ສິງ​ຫາ 2018. ພາຍ​ຖ່າຍ​ໂດຍ REUTERS/James Mackenzie

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ມາກ ແອ​ສ​ເປີ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້ ວ່າ ທ່ານ​ຍັງ​ບໍ່​ໄດ້​ອອກ​ຄຳ​ສັ່ງ​ໃດໆ​ເທື່ອ ທີ່​ຈະ​ລົດ​ລະ​ດັບ​ກຳ​ລັງ​ທະ​ຫານ​ໃນ​ອັ​ຟ​ກາ​ນິ​ສ​ຖານ ແຕ່​ວ່າ ທ່ານ​ຢາກ​ຈະ​ຫັນ​ປ່ຽນ​ກຳ​ລັງ​ບາງ​ສ່ວນ ໄປ​ເຮັດ​ພາ​ລະ​ກິດ​ອື່ນໆ ທີ່ລວມ​ທັງເພັ່ງ​ເລັງ​ໃສ່​ການ​ຕໍ່​ຕ້ານ​ຈີນ ຢູ່​ໃນ​ຂົງ​ເຂດ​ອິນ​ໂດ-ປາ​ຊີ​ຟິກ.

​ໃນ​ການ​ກ່າວ​ຖະ​ແຫລງ​ຕໍ່​ບັນ​ດາ​ນັກ​ຂ່າວ ໃນ​ຂະ​ນະ​ທີ່ ກຳ​ລັງ​ບິນ​ກັບ​ຄືນ​ມາ​ຈາກ​ການ​ຢຸດ​ແວ່ ໃນ​ລຸກ​ຊຳ​ເບີກ ຢູ່ນັ້ນ ທ່ານ​ແອ​ສ​ເປີ ໄດ້​ກ່າວ​ວ່າ ທ່ານ​ຈະ​ປຶກ​ສາ​ຫາ​ລື​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ​ໄມ​ຄ໌ ພອມ​ພຽວ ແລະ​ວ່າ “ຮັບ​ມື​ກັບ​ສິ່ງ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ໃນແຕ່​ລະ​ມື້​ໄປ” ແຕ່​ວ່າ ໃນ​ທີ່​ສຸດ ການ​ຕັດ​ສິນ​ໃຈ ແມ່ນ​ຂຶ້ນ​ຢູ່​ກັບ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ.

ເມື່ອ​ຕອນ​ເຊົ້າ​ວັນ​ຈັນ​ວານນີ້ ກອງ​ທັບ​ສະ​ຫະ​ລັດ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ວ່າ ບໍ່​ມີ​ຄຳ​ສັ່ງ​ໃຫ້ຫລຸດລະ​ດັບ​ກຳ​ລັງ ແຕ່​ຢ່າງ​ໃດ ແລະ​ວ່າ ຕົນ​ຍັງ​ຄົງໝັ້ນ​ໝາຍ​ຢ່າງ​ເຕັມ​ສ່ວນ ຕໍ່​ຄູ່​ພາ​ຄີ​ອັ​ຟ​ກາ​ນິ​ສ​ຖານ ເພື່ອໃຫ້​ບັນ​ລຸວັດ​ຖຸ​ປະ​ສົງດ້ານ​ຄວາມ​ໝັ້ນ​ຄົງ.

ເຖິງ​ຢ່າງ​ໃດ​ກໍ​ດີ ບັນ​ດາ​ເຈົ້າ​ໜ້າ​ທີ່ ໃນ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ຢືນ​ຢັນ​ຕໍ່​ວີ​ໂອ​ເອ ວ່າ ສ​ະ​ຫະ​ລັດ ວາງ​ແຜນ​ຈະ​ຖອນ​ກຳ​ລັງ​ທະ​ຫານ​ອອກ​ຈາກ​ອັ​ຟ​ກາ​ນິ​ຖານ ຫຼາຍ​ພັນ​ຄົນ ໂດຍ​ຢືນ​ຢັດ​ວ່າ ການ​ເຄື່ອນ​ໄຫວນີ້ ເກີດ​ຂຶ້ນ​ຈາກ​ຄວາມ​ເຂົ້າ​ໃຈຂອງ​ທັງ​ສອງ​ຝ່າຍ ລະ​ຫວ່​າງ ທັງ​ສອງປະ​ເທດພັນ​ທະ​ມິດ​ດັ່ງ​ກ່າວ.

ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ສື່ມວນ​ຊົນ​ຂອງ​ສະ​ຫະ​ລັດ ໄດ້​ລາຍ​ງານ​ວ່າ ຄະ​ນະ​ລັດ​ຖະ​ບານ​ທ່ານ​ທ​ຣຳ ຈົງ​ໃຈ​ທີ່​ຈະ​ປະ​ກາດ​ໃນ​ສັບ​ປະ​ດານີ້ ແຜນ​ການ​ຕ່າງໆ ເພື່ອ​ຫລຸດ​ຈຳ​ນວນ​ກຳ​ລັງທະ​ຫານຂອງ​ອາ​ເມ​ຣິ​ກາ ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ລົງໃນ​ຈຳ​ນວນປະ​ມານ 4,000 ຄົນ.

ສະ​ມາ​ຊິກ​ສະ​ພາ​ສູງສະ​ຫະ​ລັດ ​ທ່ານ​ລິນ​ເຊ ແກ​ຣມ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ໃນ​ວັນ​ຈັນ​ວານນີ້ ໃນ​ລະ​ຫວ່າງ ການ​ເດີນ​ທາງ​ໄປຢ້ຽມ​ຢາມ ກາ​ບູ​ລ ວ່າ ທ່ານ​
ທ​ຣຳ ກຳ​ລັງ​ວາງ​ແຜນ ​ທີ່​ຈະ​ຖອນ​ທະ​ຫານບາງ​ສ່ວນ​ອອກ​ຈາກ​ປະ​ເທດ. ທ່ານກ່າວອີກ​ວ່າ ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຈະ​ປະ​ກາດ ການ​ຖອນ​ກຳ​ລັງ​ໃນ​ສັບ​ປະ​ດານີ້ ແລະ​ຂັ້ນ​ຕອນນັ້ນ ເປັນ​ໄປ​ໄດ້​ສູງວ່າ ຈະ​ເລີ້ມ​ຕົ້ນ​ຂຶ້ນ​ໃນ​ປີ​ໜ້າ. ທ່ານ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ທ່ານ​ທ​ຣຳ ອາດ​ຈະ​ຫລຸດ​ຈຳ​ນວນ​ທະ​ຫານ​ລົງ​ ໃຫ້​ເຫຼືອ​ຢູ່ 8,600 ຄົນ ຈາກ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້ 12,000 ຄົນ.

ຮອງ​ໂຄ​ສົກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອັ​ຟ​ກາ​ນິ​ສ​ຖານ ທ່ານ​ດາ​ວາ ຄານ ມີ​ນາ​ປາ​ລ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ໃນ​ວັນ​ອາ​ທິດ​ຜ່ານ​ມາ ວ່າ “ເລື້ອງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຖອນ​ກຳ​ລັງ​ທະ​ຫານ 4,000 ຄົນ ແມ່ນ​ໄດ້ຮັບ​ການ​ເຫັນ​ດີ​ເຫັນ​ພ້ອມ​ໄປ​ແລ້ວ ໃນ​ດ້ານຫຼັກ​ການ ລະ​ຫວ່າງ ລັດ​ຖະ​ບານຂອງ​ອັ​ຟ​ກາ​ນິ​ສ​ຖານ ແລະ​ສະ​ຫະ​ລັດ. ທ່ານ​ມີ​ນາ​ປາ​ລຍັງ​ໄດ້​ເນັ້ນ​ຢ້ຳ​ວ່າ ​ການ​ຖອນ​ກຳ​ລັງຈະ​ເປັນ “​ແບບຄ່ອຍໆຖອ​ນ​ອອກ” ແລະ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ​ຕື່ມ​ອີກ.

ແຫລ່ງ​ຂ່າວ​ຕ່າງໆ ໃນ​ກາ​ບູ​ລ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ວ່າ ຂັ້ນ​ຕອນ​ຂອງ​ການ​ຫລຸດ​ກຳ​ລັງ​ລົງ​ນັ້ນ ແມ່ນ​ຄາດ​ກັນ​ວ່າ ຈະ​ເລີ້ມ​ຂຶ້ນ ໃນ​ສາມ​ເດືອນ​ຂ້າງ​ໜ້າ “ຂຶ້ນ​ຢູ່​ກັບ​ວ່າ ສະ​ພາບ​ການ​ໂຕ​ຈິງ​ຢູ່​ໃນ​ພາກ​ພື້ນ​ດິນ” ຫາກ​ແຕ່​ ບໍ່​ມີ​ການ​ຢືນ​ຢັນຢ່າງ​ເປັນ​ທາງ​ການຈາກ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ ໃນ​ທັນ​ທີ​ທັນ​ໃດ​ເທື່ອ ກ່ຽວ​ກັບ ກຳ​ນົດ​ເວ​ລານັ້ນ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG