ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ທັບ ສະ​ຫະ​ລັດ ບອກ ວີ​ໂອ​ເອ ວ່າ​ຍັງ​ບໍ່​ມີ​ຄຳ​ສັ່ງ ຖອນ​ກຳ​ລັງ ອອກ​ຈາກ ອັ​ຟ​ກາ​ນິ​ສ​ຖານ ເທື່ອ


ທີ່​ປຶກ​ສາ​ກອງ​ທັບ ສະ​ຫະ​ລັດ ຈາກ​ກອງ​ພັນ​ຊ່ວຍ​ເຫຼືອ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທີ 1, ຍ່າງ​ຢູ່​ຖານ​ທັບ​ບົກ​ ອັ​ຟ​ກາ​ນິ​ສ​ຖານໃນ​ແຂວງ ໄມ​ດານ ວາ​ດັກ, ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ. 6 ສິງ​ຫາ, 2018. ຖ່າຍ​ພາບ​ໂດຍ: REUTERS/James Mackenzie
ທີ່​ປຶກ​ສາ​ກອງ​ທັບ ສະ​ຫະ​ລັດ ຈາກ​ກອງ​ພັນ​ຊ່ວຍ​ເຫຼືອ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທີ 1, ຍ່າງ​ຢູ່​ຖານ​ທັບ​ບົກ​ ອັ​ຟ​ກາ​ນິ​ສ​ຖານໃນ​ແຂວງ ໄມ​ດານ ວາ​ດັກ, ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ. 6 ສິງ​ຫາ, 2018. ຖ່າຍ​ພາບ​ໂດຍ: REUTERS/James Mackenzie

ກອ​ງ​ທັບ​ສະ​ຫະ​ລັດ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ວັນ​ຈັນ​ມື້ນີ້​ວ່າ ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ຄຳ​ສັ່ງ​ໃຫ້ຫຼຸດ​ລະ​ດັບ​ກອງ​ທະ​ຫານ​ໃນ ອັ​ຟ​ກາ​ນິ​ສ​ຖານ ແລະ ໃຫ້​ມີ​ຄວາມ​ມຸ່ງ​ໝັ້ນ​ຕໍ່​ຄູ່​ຮ່ວມ ອັ​ຟ​ກາ​ນິ​ສ​ຖານ ຢ່າງ​ເຕັມ​ທີ່​ຄື​ເກົ່າ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການ​ຮັກ​ສາ​ຄວາມ​ປອດ​ໄພ.

ແນວ​ໃດ​ກໍ​ຕາມ, ບັ​ນ​ດາ​ເຈົ້າ​ໜ້າ​ທີ່​ໃນ ອັ​ຟ​ກາ​ນິ​ສ​ຖານ ໄດ້​ຢືນ​ຢັນ​ຕໍ່​ວີ​ໂອ​ເອ​ວ່າ ສະ​ຫະ​ລັດ ມີ​ແຜນ​ທີ່​ຈະ​ຖອນ​ກຳ​ລັງ​ທະ​ຫານຫຼາຍ​ພັນ​ຄົນ​ອອກ​ຈາກ​ປະ​ເທດ​ດັ່ງ​ກ່າວ, ໂດຍ​ຢືນ​ຢັນ​ວ່າ​ການ​ເຄື່ອນ​ໄຫວ​ທີ່​ວ່າ​ນັ້ນ​ແມ່ນ​ເກີດ​ມາ​ຈາກ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ກັນ ລະ​ຫວ່າງ​ສອງ​ປະ​ເທດ​ພັນ​ທະ​ມິດ​ນັ້ນ.

ໃນ​ວັນ​ເສົາ​ວານນີ້, ສື່ມວນ​ຊົນ ສະ​ຫະ​ລັດ ໄດ້​ລາຍ​ງານ​ວ່າລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ ທ​ຣຳ ມີ​ຈຸດ​ປະ​ສົງ​ທີ່​ຈະ​ປະ​ກາດ​ໄວ​ສຸດ​ແມ່ນ​ທ້າຍ​ອາ​ທິດນີ້ ກ່ຽວ​ກັບ ແຜນ​ການ​ຕ່າງໆ​ທີ່​ຈະຫຼຸດ​ຈຳ​ນວນ​ຂອງກອງ​ກຳ​ລັງ ອາ​ເມ​ຣິ​ກັນ ໃນ ອັ​ຟ​ກາ​ນິ​ສ​ຖານ ລົງ​ປະ​ມານ 4,000 ຄົນ.

ຮອງ​ໂຄ​ສົກ​ປະ​ທາ​ນາ​ທິ​ບໍ​ດີ ອັ​ຟ​ກາ​ນິ​ສ​ຖານ ທ່ານ ດາ​ວາ ຄານ ມີ​ນາ​ປາ​ລ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ບັນ​ຫາ​ກ່ຽວ​ກັບ​ການ​ຖອນ​ກຳ​ລັງ 4,000 ຄົນ​ແມ່ນບໍ່​ມີ​ຫຍັງ​ກ່ຽວ​ຂ້ອງ​ກັບ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ​ກຸ່ມ​ຕາ​ລີ​ບານ. ເຂົາ​ເຈົ້າ​ໄດ້​ຕົກ​ລົງ​ກັນ​ແລ້ວ ກ່ຽວ​ກັບ ກົດ​ເກນ​ລະ​ຫວ່າງ​ລັ​ດ​ຖະ​ບານ​ຂອງ ອັ​ຟ​ກາ​ນິ​ສ​ຖານ ແລະ ສະ​ຫະ​ລັດ.” ແນວ​ໃດ​ກໍ​ຕາມ, ທ່ານ​ໄດ້​ກ່າວ​ເນັ້ນ​ວ່າ ມັນ​ຈະ​ເປັນ “ການ​ຖອນ​ຕົວ​ເທື່ອ​ລະ​ເລັກ​ລະ​ນ້ອຍ” ແລະ ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ເພີ່ມ​ເຕີມ.

ແຫຼ່ງ​ຂ່າວ​ຕ່າງໆ​ໃນ​ນະ​ຄອນຫຼວງ ກາ​ບູ​ລ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ຂະ​ບວນ​ການ​ຖອນ​ກຳ​ລັງ​ແມ່ນ​ຄາດ​ວ່າ​ຈະ​ເລີ່ມ​ຂຶ້ນ​ພາຍ​ໃນ​ສາມ​ເດືອນ “ຂຶ້ນ​ກັບ​ຄວາມ​ເປັນ​ຈິງ​ຢູ່​ພື້ນ​ດິນ”, ແນວ​ໃດ​ກໍ​ຕາມ ກໍ​ບໍ່​ມີ​ການ​ຢືນ​ຢັນ​ຢ່າງ​ເປັນ​ທາງ​ການ​ຈາກ​ລັດ​ຖະ​ບານ ອັ​ຟ​ກາ​ນິ​ສ​ຖານ ໃນ​ທັນ​ທີ​ທັນ​ໃດ ກ່ຽວ​ກັບ ຕ​າ​ຕະ​ລາງ​ເວ​ລາ​ນັ້ນ.

ໂຄ​ສົກ​ກອງ​ທັບ ສະ​ຫະ​ລັດ ທ່ານ​ນຶ່ງ​ໄດ້​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ໃນ​ຄຳ​ເຫັນ​ທີ່​ຂຽນ​ຫາ ວີ​ໂອ​ເອ​ວ່າ ມັນ​ບໍ່​ມີ​ຕາ​ຕະ​ລາງ​ເວ​ລາ ໃນ​ຄະ​ນະ​ທີ່​ເຂົາ​ເຈົ້າ​ຍັງ​ບໍ່​ໄດ້​ຮັບ​ຄຳ​ສັ່ງ​ເພື່ອ​ໃຫ້​ເລີ່ມ​ການ​ຖອນ​ກຳ​ລັງ​ເທື່ອ.

ໂຄ​ສົກ​ຄົນ​ດັ່ງ​ກ່າວ​ໄດ້​ເວົ້າ​ຕື່ມ​ວ່າ “ພວກ​ເຮົາ​ຍັງ​ຄົງ​ຜູກ​ມັດ​ຢ່າງ​ເຕັມ​ທີ່​ຕໍ່​ການ​ດຳ​ເນີນ​ພາ​ລະ​ກິດ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ເດັດ​ດ່ຽວ​ ແລະ ຄູ່​ຮ່ວມ ອັ​ຟ​ກາ​ນິ​ສ​ຖານ​ຂອງ​ພວກ​ເຮົາ, ແລະ ໄດ້​ເອົາ​ໃຈ​ໃສ່​ກັບ​ເປົ້າ​ໝາຍ​ທີ່​ສຳ​ຄັນ​ຂອງ​ພວກ​ເຮົາ​ຢູ່: ໂດຍ​ຮັບ​ປະ​ກັນ​ວ່າ ອັ​ຟ​ກາ​ນິ​ສ​ຖານ ຈະ​ບໍ່​ຖືກ​ໃຊ້​ເພື່ອ​ເປັນ​ບ່ອນ​ລີ້​ໄພ​ສຳ​ລັບ​ພວກ​ກໍ່​ການ​ຮ້າຍ ຜູ້​ທີ່​ໄດ້​ທຳ​ການ​ຂົ່ມ​ຂູ່ ສະ​ຫະ​ລັດ, ພັນ​ທະ​ມິດ​ຂອງ​ພວກ​ເຮົາ ແລະ ຜົນ​ປະ​ໂຫຍດ​ຂອງ​ພວກ​ເຮົາ.”

ປັດ​ຈຸ​ບັນ​ນີ້​ມີ​ກອງ​ກຳ​ລັງ ສະ​ຫະ​ລັດ ປະ​ມານ 13,000 ຄົນ​ຖືກ​ສົ່ງ​ໄປ ອັ​ຟ​ກາ​ນິ​ສ​ຖານ ແລະ ກຳ​ລັງ​ດຳ​ເນີນ​ພາ​ລະ​ກິດ​ປາບ​ປາມ​ລັດ​ທິ​ກໍ່​ການ​ຮ້າຍ ນອກຈາກ​ການ​ໃຫ້​ຄຳ​ແນະ​ນຳ ແລະ ຝຶກ​ຊ້ອມກອ​ງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ອັ​ຟ​ກາ​ນິ​ສ​ຖານ ຕໍ່​ສູ້​ກັບ​ກຸ່ມ​ຕາ​ລີ​ບານ ພາຍ​ໃຕ້​ພາ​ລະ​ກິດ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ເດັດ​ດ່ຽວ​ຂອງ​ອົງ​ການ ເນ​ໂຕ້.

ທ່ານ ທ​ຣຳ ໄດ້​ກ່າວ​ຕໍ່​ວິ​ທະ​ຍຸ Fox News ຂອງ ອາ​ເມ​ຣິ​ກາ ໃນ​ການ​ສຳ​ພາດ​ຄັ້ງຫຼ້າ​ສຸດ​ວ່າ ທ່ານອາດຫຼຸດ​ຈຳ​ນວນກອງ​ກຳ​ລັງ ສະ​ຫະ​ລັດ ໃນ ອັ​ຟ​ກາ​ນິ​ສ​ຖານ ລົງ​ເຖິງ​ປະ​ມານ 8,600 ຄົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG