ສະຫະລັດ ກຳລັງຊຸກຍູ້ໃຫ້ບັນດາປະເທດພັນທະມິດແລະພາຄີຂອງຕົນ ໃນທົ່ວພາກ
ຕາເວັນອອກກາງ ເພີ້ມການດຳເນີນຄວາມພະຍາຍາມ ເພື່ອຈະທຳລາຍກຸ່ມກໍ່ການ
ຮ້າຍລັດອິສລາມ ໂດຍກ່າວວ່າ ການພົວພັນຂອງກອງກຳລັງສະຫະລັດ ໃນຊີເຣຍ
ແມ່ນກຳລັງ “ຈະຈົບສິ້ນລົງຢ່າງໄວວາ.”
ການປະກາດຂອງທຳນຽບຂາວ ມີຂຶ້ນນຶ່ງມື້ ຫຼັງຈາກປະທານາທິບໍດີສະຫະລັດ
ທ່ານດໍໂນລ ທຣຳ ໄດ້ກ່າວຢ້ຳຢ່າງເປັນການເປີດເຜີຍເຖິງຄວາມປະສົງຂອງທ່ານ
ທີ່ຈະນຳກຳລັງສະຫະລັດ ປະມານ 2 ພັນ ຄົນ ຊຶ່ງໃນປັດຈຸບັນນີ້ ປະຕິບັດໜ້າທີ່
ໃນຊີເຣຍ ກັບຄືນປະເທດ ເຖິງແມ່ນວ່າ ພວກເຈົ້າໜ້າທີ່ີຂັ້ນສູງທາງທະຫານ ໃຫ້ສັນ
ຍານວ່າ ເປົ້າໝາຍໃນການປະຕິບັດພາລະກິດຢູ່ທີ່ນັ້ນ ຍັງບໍ່ທັນໃກ້ຈະເສັດສິ້ນເທື່ອ
ກໍຕາມ.
ທຳນຽບຂາວໄດ້ກ່າວໃນຖະແຫຼງການສະບັບນຶ່ງ ໃນວັນພຸດວານນີ້ ໂດຍໃຊ້ຊື່ຫຍໍ້
ຂອງກຸ່ມລັດອິສລາມວ່າ IS ໂດຍກ່າວວ່າ “ຈຸດປະສົງທາງທະຫານເພື່ອກຳຈັດກຸ່ມ
ກໍ່ການຮ້າຍ ISIS ໃນຊີເຣຍ ແມ່ນກຳລັງຈະເສັດສິ້ນລົງຢ່າງວ່ອງໄວ ໂດຍທີ່ກຸ່ມ
ດັ່ງກ່າວໄດ້ຖືກທຳລາຍເກືອບໝົດແລ້ວ,”
ຖະແຫຼງການກ່າວຕື່ມວ່າ “ສະຫະລັດແລະກຸ່ມປະເທດພາຄີຂອງພວກເຮົາ ຍັງສືບຕໍ່
ມີຄວາມໝັ້ນໝາຍ ທີ່ຈະລົບລ້າງ ການມີໜ້າເປັນກຸ່ມນ້ອຍໆ ຂອງລັດອິສລາມໃນຊີເຣຍ
ແລະວ່າ ກອງກຳລັງຂອງພວກເຮົາ ຍັງບໍ່ທັນກຳຈັດໃຫ້ໝົດໄປເທື່ອນັ້ນ ພວກເຮົາຈະ
ສືບຕໍ່ປຶກສາຫາ ລືກັບພັນທະມິດ ແລະປະເທດເພື່ອນມິດ ກ່ຽວກັບເເຜນການຕ່າງໆ
ໃນອະນາຄົດ.”
ເຊີນຊົມ: ພວກນັກວິໄຈ ກ່າວເຖິງສາຍພົວພັນລະຫວ່າງສະຫະລັດ ກັບຊີເຣຍ
ເມື່ອມີການຖາມຕື່ມວ່າ ນັ້ນແມ່ນໝາຍວ່າກຳລັງສະຫະລັດ ຍັງຈະຢູ່ໃນຂົງເຂດຕໍ່
ໄປບໍ, ໂຄ ສົກຂອງທຳນຽບຂາວທ່ານນາງຊາຣາ ຮັກກາບີ ເຊນເດີຣສ໌ (Sarah
Huckavee Sanders) ກ່າວວ່າ ກຳລັງສະຫະລັດ ຈະກັບຄືນປະເທດ ເວລາການ
ສູ້ລົບຕໍ່ຕ້ານກັບກຸ່ມລັດອິສລາມ ໄດ້ສິ້ນສຸດລົງແລ້ວ.
ທ່ານນາງແຊນເດີຣສ໌ ໄດ້ກ່າວຕໍ່ພວກນັກຂ່າວ ຢູ່ກອງປະຊຸມຖະແຫຼງຂ່າວທີ່ທຳນຽບ
ຂາວວ່າ “ໃນຂະນະທີ່ ທ່ານປະທານາທິບໍດີ ຍັງສືບຕໍ່ຢືນຢັນ ຕັ້ງແຕ່ຕອນທຳອິດ
ແລ້ວວ່າ ທ່ານຈະບໍ່ ກຳໜົດວັນເວລາໃດໆເປັນເສັ້ນຕາຍ ທ່ານຈະຊັ່ງຊາຈາກໄຊຊະນະຕົວຈິງ.”
ທ່ານນາງແຊນເດີຣສ໌ ໄດ້ກ່າວວ່າ “ໃນຂະນະທີ່ກຳລັງສະຫະລັດ ໄດ້ສ້າງຄວາມ
ກ້າວໜ້າທີ່ສຳຄັນ ແຕ່ເວລາແມ່ນພວມຍັບໃກ້ເຂົ້າມາ ສຳລັບບັນດາປະເທດ
ພາຄີໃນຂົງເຂດທີ່ຈະຕ້ອງໄດ້ເອົາບົດບາດເພີ້ມຂຶ້ນ ທັງໃນການຕໍ່ສູ້ຕ້ານກຸ່ມ
ລັດອິສລາມ ແລະໄພຂົ່ມຂູ່ອື່ນໆ ແລະໃຊ້ຄວາມພະຍາຍາມຫຼາຍຂຶ້ນ.”
ທ່ານນາງແຊນເດີຣສ໌ ໄດ້ກ່າວວ່າ “ແນ່ນອນ, ທ່ານປະທານາທິບໍດີ ຕ້ອງການທີ່
ຈະເຫັນມັນເກີດຂຶ້ນ ເພື່ອໃຫ້ພວກເຂົາເຈົ້າເພີ້ມຄວາມພະຍາຍາມ ແລະເພື່ອໃຫ້ພວກເຂົາເຈົ້າດຳເນີນ ການຫຼາຍກວ່ານີ້,”