ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບສະຫະລັດ ໂຈມຕີໃສ່ລູກສອນໄຟຕື່ມອີກ ໃນເຢເມນ


ຮູບທີ່ສະໜອງໃຫ້ໂດຍກອງທັບເຮືອສະຫະລັດ ສະແດງໃຫ້ເຫັນເຮືອບິນກໍາລັງບິນຂຶ້ນຈາກກໍາປັ່ນ USS Dwight D. Eisenhower (CVN 69) ໃນລະຫວ່າງປະຕິບັດການຕໍ່ສູ້ໃນທະເລແດງ, ວັນທີ 22 ມັງກອນ 2024. ກອງທັບ ອັງກິດ ແລະ ສະຫະລັດ ໄດ້ໂຈມຕີໃສ່ເປົ້າໝາຍຫຼາຍໆເປົ້າໝາຍຂອງກຸ່ມກະບົດຮູຕີທີ່ໜູນຫຼັງໂດຍອີຣ່ານ ໃນເຢເມນ.
ຮູບທີ່ສະໜອງໃຫ້ໂດຍກອງທັບເຮືອສະຫະລັດ ສະແດງໃຫ້ເຫັນເຮືອບິນກໍາລັງບິນຂຶ້ນຈາກກໍາປັ່ນ USS Dwight D. Eisenhower (CVN 69) ໃນລະຫວ່າງປະຕິບັດການຕໍ່ສູ້ໃນທະເລແດງ, ວັນທີ 22 ມັງກອນ 2024. ກອງທັບ ອັງກິດ ແລະ ສະຫະລັດ ໄດ້ໂຈມຕີໃສ່ເປົ້າໝາຍຫຼາຍໆເປົ້າໝາຍຂອງກຸ່ມກະບົດຮູຕີທີ່ໜູນຫຼັງໂດຍອີຣ່ານ ໃນເຢເມນ.

ກອງທັບ​ສະຫະລັດ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ຕົນ​ໄດ້ໂຈມຕີບັນດາອຸປະກອນ ​ແລະ​ລູກ​ສອນ​ໄຟ ​ໃນ​ເຂດ​ທີ່​ຄວບ​ຄຸມ​ໂດຍ ກຸ່ມຮູຕີ ​ໃນ​ເຢ​ເມນ ທີ່​ໄດ້​ຖືກກະກຽມ​ທີ່​ຈະ​ຍິງ​ໃສ່ບັນດາ​ກຳ​ປັ່ນ​ໃນ​ທະ​ເລ​ແດງ.

ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ເສົາ ​ລະຫວ່າງເວລາ 4-5 ​ໂມງ​ແລງ. (ຫຼື 1300-1400 ຕາມເວລາໃນທ້ອງຖິ່ນ) ທາງພາກເຫນືອຂອງເມືອງໂຮເດດາ (Hodeida), ສູນບັນຊາການຂອງກອງທັບສະຫະລັດ ໃນພາກຕາເວັນອອກກາງ ຫຼື CENTCOM ກ່າວໃນສື່ສັງຄົມ.

ຖະ​ແຫຼ​ງການ​ກ່າວ​ວ່າ ກອງກຳລັງຂອງອາເມຣິກາ ປະສົບຜົນສຳເລັດໃນການ​ດຳ​ເນີນ​ການ​ໂຈມ​ຕີ​ປ້ອງ​ກັນ​ຕົນ​ເອງ ​ຕໍ່​ກຳ​ປັ່ນ​ບໍ່​ມີ​ຄົນ​ຂັບ ຫຼື USV 2 ລຳ ​ແລະ ລູກ​ສອນ​ໄຟ​ນຳ​ວິຖີຕໍ່​ຕ້ານ​ກຳ​ປັ່ນແບບ​ເຄື່ອນ​ທີ່ ຫຼື ASCM 3 ລູກ... ​ທີ່​ກຽມ​ຈະ​ຍິງໃສ່ເຮືອ​ຢູ່ໃນ​ທະ​ເລ​ແດງ.

ໂທລະພາບອັລ-ມາຊີຣາ (Al-Masirah) ຂອງກຸ່ມຮູຕີ ​ໃນ​ຄືນ​ວັນ​ເສົາທີ່ຜ່ານມາ ​ໄດ້​ລາຍ​ງານ​ການ​ໂຈມ​ຕີ 3 ຄັ້ງ​ ໃສ່​ເຂດ​ທ່າ​ເຮືອຊາລິຟ (Salif), ​ໃນ​ຂະນະ​ທີ່​ນັກ​ຂ່າວຂອງ AFP ຄົນ​ນຶ່ງ ​ຢູ່​ໃນ​ຂົງ​ເຂດດັ່ງກ່າວ ໄດ້​ຍິນ​ສຽງ​ລະ​ເບີດ​ດັງ​ຂຶ້ນ.

ການ​ໂຈມ​ຕີ​ຄັ້ງ​ນີ້​ແມ່ນ​ສ່ວນນຶ່ງ​ຂອງ​ການ​ປະຕິບັດການ ທີ່ດຳເນີນການໂດຍສະ ຫະລັດ ​ແລະ ພັນທະ​ມິດ ​ເພື່ອຕໍ່ຕ້ານ​ກຸ່ມ ຮູຕີ, ໂດຍມີຈຸດປະສົງ​ແນ​ໃສ່​ຢຸດຕິ​ການ​ບຸກ​ໂຈມ​ຕີ​ຊ້ຳ​ແລ້ວ​ຊ້ຳອີກ​ຂອງພວກກະບົດ​ທີ່​ໜູນ​ຫຼັງ​ໂດຍ​ອີຣ່ານ ​ໃສ່​ບັນດາ​ເສັ້ນທາງ​ຂົນ​ສົ່ງທາງເຮືອ ​ທີ່​ສຳຄັນ​ຢູ່​ທະ​ເລ​ແດງ.

​ໃນ​ວັນ​ເສົາ​ທີ່ຜ່ານມາ ກຸ່ມຮູຕີ ​ໄດ້​ຢືນຢັນ​ວ່າ ພວກ​ນັກ​ລົບ​ຂອງ​ພວກ​ເຂົາ​ເຈົ້າ 17 ຄົນ ​ໄດ້​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີໃນ​ມໍ່ໆ​ມາ​ນີ້ ຫລັງ​ຈາກ​ທີ່ສະຫະລັດໄດ້ປະກາດ ​ໃນ​ວັນ​ພະຫັດ​ທີ່ຜ່ານມາ​ວ່າ ​ໄດ້ໂຈມຕີເຄື່ອງຍິງ​ລູກ​ສອນ​ໄຟ.

ພວກຮູຕີ, ເຊິ່ງຄວບຄຸມພື້ນທີ່ສ່ວນໃຫຍ່ຂອງເຢເມນ ທີ່ໄດ້ຖືກທຳລາຍຈາກສົງຄາມ ລວມທັງທ່າເຮືອ ໂຮເດດາ (Hodeida), ໄດ້ເລີ່ມການໂຈມຕີຂອງພວກເຂົາໃນເດືອນພະຈິກ, ໂດຍກ່າວວ່າພວກເຂົາໄດ້ໂຈມຕີເຮືອທີ່ກ່ຽວຂ້ອງກັບອິສຣາແອລ ເພື່ອສະຫນັບສະຫນູນຊາວ ປາແລັສໄຕນ໌ ໃນກາຊາ, ເຊິ່ງໄດ້ຖືກທໍາລາຍໂດຍສົງຄາມ ອິສຣາແອລ ແລະ ກຸ່ມຮາມາສ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG