ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສ​ະ​ຫະ​ລັດ ຈະ​ສົ່ງ​ກຳ​ລັງ​ທະ​ຫານ ແລະ​ກຳ​ປັ່ນ​ລົບ ໄປຕື່ມ ໃນ​ເຂດ​ລາ​ຕິນ​ອາ​ເມ​ຣິ​ກາ


ພົນ​ເຮືອ​ເອກ​ເຄ​ຣກ ຟອ​ລ​ເລີ ຜ​ູ້​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ ໃນ​ເຂດ​ພາກ​ໃຕ້ ຫຼື ​SOUTHCOM ພວມ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂາວ
ພົນ​ເຮືອ​ເອກ​ເຄ​ຣກ ຟອ​ລ​ເລີ ຜ​ູ້​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ ໃນ​ເຂດ​ພາກ​ໃຕ້ ຫຼື ​SOUTHCOM ພວມ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂາວ

ກອງ​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ​ໃນ​ເຂດ​ພາກ​ໃຕ້ ຫຼື SOUTHCOM ມີ​ແຜນ​ການ​ທີ່​ຈະ​ເພີ້ມ​ການ​ມີ​ໜ້າ​ຂອງ​ກຳ​ລັງ​ສະ​ຫະ​ລັດ ຢູ່​ໃນ​ເຂດ​ຊີກ​ໂລກ​ຕ​າ​ເວັນ​ຕົກໃນ​ຂະ​ນະ​ທີ່​ຕັດ​ການ​ຊ່ວຍ​ເຫຼືອ​ຕໍ່​ໂຄງ​ການ​ພາ​ຄີ​ຄວາມ​ໝັ້ນ​ຄົງ ທີ່​ຊ່ວຍປະ​ເທດໃນລາ​ຕິດອາ​ເມ​ຣິ​ກາ​ທີ່​ເປັນ​ພາ​ຄີ​ຕໍ່​ຕ້ານ​ກັບ​ກຸ່ມ​ຄ້າ​ຢາ​ເສບ​ຕິດ.

ໃນ​ການ​ໃຫ້​ການແບບເປັນ​ລາຍລັກ​ອັກ​ສອນ​ ໃນ​ວັນ​ພຸດ​ວານນີ້ ຜູ້​ບັນ​ຊາ​ການ ຂອງກອງ​ກຳ​ລັງ SOUTHCOM ພົນ​ເຮືອ​ເອກເຄ​ຣກ ພອ​ລ​ເລີ ກ່າວ​ວ່າ ສະ​ຫະ​ລັດ “ພຽງແຕ່​ໄດ້​ຊຸກ​ຍູ້​ການ​ຈັບ​ກຸມ​ທີ່​ສຳ​ເລັດ​ຜົນ​ປະ​ມານ 9 ເປີ​ເຊັນ ໃນ​ການ​ລັກ​ລອບ​ຄ້າຢາ​ທີ່​ຮູ້​ຈັກ​ກັນ” ຢູ່​ໃນ​ເຂດ​ລາ​ຕິນ​ອາ​ເມ​ຣິ​ກາ​ ແລະ​ທະ​ເລ​ຄາ​ຣິບ​ບຽນ.

ພົນ​ເຮືອ​ເອກ​ຟອ​ລ​ເລີ ກ່າວ​ຕໍ່​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການກອງ​ທັບ​ຂອງ​ສະ​ພາ​ຕ່ຳ​ວ່າ ທ່ານ​ຕ້ອງ​ການ​ກຳ​ລັງ​ທະ​ຫານ ​ແລະ​ອຸບ​ປະ​ກອນ​ເພີ້ມ​ຕື່ມ ໃນ​ຈຳ​ນວນ​ທີ່​ສຳ​ຄັນ ເພື່ອ​ຈະ​ປັບ​ປຸງ​ຈຳ​ນວນ​ດັ່ງ​ກ່າວ​ໃຫ້​ດີ​ຂຶ້ນ ຮວມ​ທັງ​ກຳ​ປັ່ນ​ອີກ​ຫຼາຍສິບ​ລຳ.

ພົນ​ເຮືອ​ເອກ​ຟອ​ລ​ເລີ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຫຼັງ​ຈາກ​ໄດ້​ໃຫ້​ການ​ແລ້ວ ຢູ່​ທີ່​ທຳ​ນຽບ​ຫ້າ​ແຈ​ວ່າ “ໂດຍ​ການ​ຮັບ​ຮູ້​ບັນ​ຫາ​ທ້າ​ທາຍ​ທີ່ສະ​ຫຼັບ​ຊັບ​ຊ້ອນ ຢູ່​ໃນ​ເຂດ​ໃກ້ກັບ​ພວກ​ເຮົາ​ນີ້ ພວກ​ເຮົາ​ຈະ​ເຫັນ​ການ​ມີ​ໜ້າ​ເພີ້ມ​ຂຶ້ນ​ຢູ່​ໃນ​ເຂດ​ຊີກ​ໂລກນີ້.”

ການ​ເພີ້ມ​ຂຶ້ນ​ດັ່ງ​ກ່າວ ແມ່ນ​ບັງ​ເອີນ​ມີ​ຂຶ້ນ​ພ້ອມໆ​ກັນ​ກັບ​ການ​ທົບ​ທວນກອງ​ບັນຊາ​ການ​ກຳ​ລັງ​ສະ​ຫະ​ລັດ ຊຶ່ງ​ຈະ​ຮວມ​ທັງ​ການ​ເພີ້ມ​ຈຳ​ນວນ​ກຳ​ປັ່ນ​ລົບ ເຮືອ​ບິນແລະ​ກຳ​ລັງ​ທະ​ຫານ ນັ້ນ​ຄື​ຄຳ​ເວົ້າ​ຂອງພົນ​ເຮືອ​ເອກ​ຟອ​ລ​ເລີ ຊຶ່ງ​ບໍ່​ຍອມ​ເວົ້າ​ເຖິງໂຕ​ໂລກ​ເລີຍ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG