ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບສະຫະລັດກ່າວວ່າ ຕົນໄດ້ຂັດຂວາງການໂຈມຕີດ້ວຍລູກສອນໄຟ ອີກຄັ້ງນຶ່ງ ຂອງພວກກະບົດຮູຕີ


ແຟ້ມຮູບ-ປືນໃຫຍ່ ຖືກຕິດຕັ້ງຢູ່ກໍາປັ່ນພິຄາດ USS Gravely ຂອງກອງທັບເຮືອສະຫະລັດ, ວັນທີ 14 ມີນາ 2023. ກອງທັບສະຫະລັດກ່າວໃນວັນທີ 24 ມັງກອນ 2024 ວ່າ ຕົນໄດ້ຍິງທໍາລາຍລູກສອນໄຟຕໍ່ຕ້ານກໍາປັ່ນ 2 ລູກ ທີ່ຍິງໂດຍພວກກະບົດຮູຕີ ໄປໃສ່ກໍາປັ່ນຂົນສົ່ງຕູ້ຄອນເທັນເນີ້ຂອງສະຫະລັດ ໃນບໍລິເວນອ່າວເອເດັນ.
ແຟ້ມຮູບ-ປືນໃຫຍ່ ຖືກຕິດຕັ້ງຢູ່ກໍາປັ່ນພິຄາດ USS Gravely ຂອງກອງທັບເຮືອສະຫະລັດ, ວັນທີ 14 ມີນາ 2023. ກອງທັບສະຫະລັດກ່າວໃນວັນທີ 24 ມັງກອນ 2024 ວ່າ ຕົນໄດ້ຍິງທໍາລາຍລູກສອນໄຟຕໍ່ຕ້ານກໍາປັ່ນ 2 ລູກ ທີ່ຍິງໂດຍພວກກະບົດຮູຕີ ໄປໃສ່ກໍາປັ່ນຂົນສົ່ງຕູ້ຄອນເທັນເນີ້ຂອງສະຫະລັດ ໃນບໍລິເວນອ່າວເອເດັນ.

ພວກຫົວຮຸນແຮງຮູຕີ ທີ່ໜຸນຫຼັງໂດຍອີຣ່ານ ໄດ້ທຳການໂຈມຕີຄັ້ງໃໝ່ ໃສ່ການຂົນສົ່ງສິນຄ້າຢູ່ບໍລິເວນອ່າວເອເດັນໃນວັນພຸດວານນີ້, ເຊິ່ງເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງລຸນຫຼັງສະຫະລັດໄດ້ທຳການໂຈມຕີກ່ອນໜ້ານັ້ນ ເພື່ອສະກັດກັ້ນໃນອັນທີ່ພວກເຂົາເຈົ້າກ່າວວ່າ ເປັນການໂຈມຕີທີ່ໃກ້ຈະເກີດຂຶ້ນຕໍ່ເສັ້ນທາງຂົນສົ່ງສິນ ຄ້າໃນຂົງເຂດທະເລແດງ.

ສູນບັນຊາການກຳ​ລັງສະຫະລັດ, ເຊິ່ງກຳ​ກັບ​ນຳ​ການ​ປະ​ຕິ​ບັດງານ ໃນພາກຕາ ເວັນອອກກາງ, ກ່າວໃນຕອນແລງວັນພຸດວານນີ້ວ່າ ກຳ​ປັ່ນ​ພິ​ຄາດ​ຕິດລູກສອນໄຟນໍາວິຖີຂອງສະຫະລັດ ໄດ້ຍິງທຳ​ລາຍ​ລູກ​ສອນ​ໄຟຕໍ່ຕ້ານກຳປັ່ນ 2 ລູກ ທີ່ແນເປົ້າໝາຍໃສ່ກຳປັ່ນ M/V Maersk Detroit, ເຊິ່ງເປັນກຳປັ່ນບັນທຸກສິນ ຄ້າຂອງສະຫະລັດ ແລະດໍາເນີນການຂົນສົ່ງຕູ້ຄອນເທັນເນີ້ ຜ່ານອ່າວເອເດັນ.

ລູກ​ສອນ​ໄຟ​ລູກ​ທີ​ສາມ ​ໄດ້​ຕົກ​ລົງ​ສູ່​ທະ​ເລ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດກ່າວ​ວ່າ ​ການ​ໂຈມ​ຕີ​ຄັ້ງຫຼ້າ​ສຸດ​ນີ້ ​ບໍ່​ໄດ້​ເຮັດໃຫ້ຜູ້ໃດໄດ້ຮັບບາດເຈັບ ຫຼື​ກໍ່ໃຫ້ເກີດ​ຄວາມ​ເສຍ​ຫາຍ​ໃດໆຕໍ່ກໍາປັ່ນຂົງສົ່ງຕູ້ຄອນເທັນເນີ້, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກກະບົດຮູຕີ ຍັງບໍ່​ພ້ອມ​ທີ່​ຈະ​ຢຸດ​ເຊົາ.

"ຖ້າພວກເຂົາບໍ່ຢຸດ, ພວກເຮົາຈະສືບຕໍ່ດໍາເນີນການປະຕິບັດງານຫາກມີຄວາມ ຈໍາເປັນ," ພົນຕີ ແພັດ ຣາຍເດີ້ ເຊິ່ງເປັນໂຄ​ສົກຂອງທໍານຽບ 5 ແຈ ກ່າວຕໍ່ VOA ລະຫວ່າງການໃຫ້ສໍາພາດໃນວັນພຸດວານນີ້, ແລະກ່າວຕື່ມວ່າ “ແຕ່​ເປົ້າ​ໝາຍ​ຂອງ​ພວກ​ເຮົາ​ຢູ່​ທີ່​ນີ້ ​ບໍ່​ແມ່ນ​ເພື່ອ​ເຮັດ​ໃຫ້ສະຖານະການ ເຄັ່ງຕຶງຕື່ມ​ຂຶ້ນ, ໃນຄວາມເປັນຈິງແລ້ວ ມັນກົງກັນຂ້າມກັນ, ມັນ​ເປັນ​ການ​ເຮັດ​ໃຫ້​ສະຖານະ​ການ​ຫຼຸດ​ຄວາມ​ເຄັ່ງ​ຕຶງລົງ ​ແລະເຮັດໃຫ້ໝັ້ນໃຈວ່າ ​ການ​ຂົນ​ສົ່ງ​ສາກົນ ​ແລະ​ການລໍາລຽງຂອງກຳ​ປັ່ນ​ ​ສາມາດ​ແລ່ນ​ຜ່ານ​ເສັ້ນ​ທາງຂົນ​ສົ່ງ​ທາງນ້ຳແຫ່ງນີ້​ໄດ້​ຢ່າງ​ປອດ​ໄພ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG