ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮ​ືອ​ບິນ​ລົບ ຣັດ​ເຊຍ ຕຳ​ກັບ ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງ ສະ​ຫະ​ລັດ ຢູ່​ເໜືອ​ເຂດ​ນ້ຳ​ສາ​ກົນ


ຮູບພາບ​ຈາ​ກກອງ​ທັບ​ອາ​ກາດ ສະ​ຫະ​ລັດ ທີ່​ໄດ້​ມາ​ໃນ​ວັນ​ທີ 7 ພ​ະ​ຈິກ 2020, ສະ​ແດງ​ໃຫ​້​ເຫັນ​ເຮືອ​ບິນບໍ່​ມີ​ຄົນ​ຂັບ MQ-9.
ຮູບພາບ​ຈາ​ກກອງ​ທັບ​ອາ​ກາດ ສະ​ຫະ​ລັດ ທີ່​ໄດ້​ມາ​ໃນ​ວັນ​ທີ 7 ພ​ະ​ຈິກ 2020, ສະ​ແດງ​ໃຫ​້​ເຫັນ​ເຮືອ​ບິນບໍ່​ມີ​ຄົນ​ຂັບ MQ-9.

ກອງ​ທັບ ສະ​ຫະ​ລັດ ເວົ້າ​ວ່າ​ເຮືອ​ບິນ​ລົບ ຣັດ​ເຊຍ ໄດ້​ຕຳ​ກັນ​ກັບ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ສືບ​ລັບ, ກວດ​ກາ ແລະ ລາດ​ຕະ​ເວນ​ຂອງ ສະ​ຫະ​ລັດ​ ຢູ່ໃນເຂດ​ນ່ານ​ຟ້າ​ສາ​ກົນ​ເໜືອ​ທະ​ເລ​ດຳ, ເຮັດ​ໃຫ້​ເຮື​ອ​ບິນບໍ່​ມີ​ຄົນ​ຂັບ​ຕົກ ໃນ​ວັນ​ອັງ​ຄານ​ວານນີ້.

ເຈົ້າ​ໜ້າ​ທີ່ກອງ​ທັບ ສະ​ຫະ​ລັດ ທ່ານ​ນຶ່ງ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ເຮືອ​ບິນບໍ່​ມີ​ຄົນ​ຂັບ MQ-9 ຂອງ​ ສະ​ຫະ​ລັດ ແມ່ນບໍ່​ໄດ້​ຖືກກອບ​ກູ້​ກັບ​ມາ. ກ​ະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຣັດ​ເຊຍ ໄດ້​ຖິ້ມ​ໂທດ​ໃສ່​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ສຳ​ລັບ​ການ​ຕົກ​ນັ້ນ ແລະ ໄດ້​ກ່າວ​ວ່າ ​ເຮືອ​ບິນ​ລົບ Su-27 ບໍ່​ໄດ້​ແຕະ​ຕ້ອງ​ເຮື​ອ​ບິນ​ຂອງ ສະ​ຫະ​ລັດ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ເນັດ ໄພ​ຣ​ສ໌ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ໄດ້​ຮຽກ​ຕົວ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຣັດ​ເຊຍ ມາ​ຖາມ ກ່ຽວ​ກັບ ເຫດ​ການ​ດັ່ງ​ກ່າວ.

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ໄດ້​ພົວ​ພັນ​ໂດຍ​ກົງ​ກັບ ຣັດ​ເຊຍ, ​ອີກ​ຄັ້ງ​ນຶ່ງໃນ​ລະ​ດັບ​ອະ​ວຸ​ໂສ, ເພື່ອ​ສະ​ແດງ​ການ​ຄັດ​ຄ້ານ​ຢ່າງ​ແຮງ​ຕໍ່​ການ​ສະ​ກັດກັ້ນ​ທີ່ບໍ່​ປອດ​ໄພ, ບໍ່​ເປັນ​ມື​ອາ​ຊີບນີ້, ເຊິ່ງ​ໄດ້​ເຮັ​ດ​ໃຫ້​ເຮື​ອ​ບິນບໍ່​ມີ​ຄົນ​ຂັບ​ຂອງ ສະ​ຫະ​ລັດ ຕົກ.”

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ ຣັດ​ເຊຍ ທ່ານ​ນາງ ລິນ ເທ​ຣ​ຊີ “ໄດ້​ສະ​ແດງ​ຂໍ້​ຄວາມ​ທີ່​ຮຸນ​ແຮງ​ຕໍ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ.”

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ຮັບ​ການ​ລາຍ​ງານ​ສັ້ນ ກ່ຽວ​ກັບ ເຫດ​ການ​ດັ່ງ​ກ່າວ, ອີງ​ຕາມ​ໂຄ​ສົກ​ທຳ​ນຽບ​ຂາວ ທ່ານ ຈອນ ເຄີ​ບີ.

ທ່ານ ເຄີ​ບີ ໄດ້​ກ່າວ ​ໃນ​ການ​ຕອບຄຳ​ຖາມ​ ຈາກວີ​ໂອ​ເອ​ວ່າ “ຖ້າ​ຂໍ້​ຄວາມ​ຈາກ ຣັດ​ເຊຍ ແມ່ນ​ເຂົາ​ເຈົ້າ​ຢາກ​ຍັບ​ຢັ້ງ ຫຼື ຫ້າມ​ພວກ​ເຮົາ​ບໍ່​ໃຫ້​ບິນ ຫຼື ປະ​ຕິ​ບັດ​ງານ​ຢູ່​ໃນ​ນ່ານ​ຟ້າ​ສາ​ກົນ​ຢູ່​ເທິງ​ທະ​ເລ​ດຳ, ຂໍ້​ຄວາມ​ນັ້ນ​ແມ່ນ​ໄດ້​ລົ້ມ​ແຫຼວ ເພາະ​ວ່າ​ມັນ​ຈະ​ບໍ່​ເກີດ​ຂຶ້ນ.”

ທ່ານ​ເວົ້າ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ບິນ ແລະ ປະ​ຕິ​ບັດ​ງານ​ຢູ່​ໃນ​ນ່ານ​ຟ້າ​ສາ​ກົນ ​ຢູ່​ເໜືອ​ເຂດ​ນ້ຳ​ສາ​ກົນ. ທະ​ເລ​ດຳ​ບໍ່​ໄດ້​ເປັນ​ຂອງ​ປະ​ເທ​ດ​ໃດ​ນຶ່ງ ແລະ ພວກ​ເຮົາ​ຈະ​ສືບ​ຕໍ່​ເຮັດ​ສິ່ງ​ທີ່​ພວກ​ເຮົາ​ຕ້ອງ​ເຮັດ​ເພື່ອ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ​ ໃນ​ພາກ​ສ່ວນ​ນັ້ນ​ຂອງ​ໂລກ.”

ອີງ​ຕາມກອງ​ບັນ​ຊາ​ການ ສະ​ຫະ​ລັດ ໃນ ຢູ​ໂຣບ, ເຊິ່ງ​ຄວບ​ຄຸ​ມ​ການ​ປະ​ຕິ​ບັດ​ງານ​ຂອງກອງ​ທັບ​ສະ​ຫະ​ລັດໃນ​ຢູ​ໂຣບ​ນັ້ນ, ເຮືອ​ບິນ Su-27 ຂອງ​ຣັດ​ເຊຍສອງ​ລຳ “ໄດ້​ປ່ອຍ​ນ້ຳ​ມັນ​ລົງ​ ແລະ ບິນ​ຢູ່​ທາງ​ໜ້າ​ຂອງ​ເຮື​ອ​ບິນ MQ-9 ໃນ​ຮູບ​ແບບ​ທີ່ບໍ່​ລະ​ມັດ​ລະ​ວັງ, ບໍ່​ດີ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ບໍ່​ເປັນ​ມື​ອາ​ຊີບ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG