ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ທັບ​ສະ​ຫະ​ລັດ ເລີ້ມ​ສົ່ງ​ໂດ​ຣນ ແລະ​ເຮືອ​ບິນ​ທີ່​ມີ​ຄົນ​ຂັບ ໄປ​ປ​ະ​ຕິ​ບັດ​ງານຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍຄືນ​ອີກ ຈາກ​ໄນ​ເຈີ


​ແຟ້ນມ - ທຸງ​ຊາດ​ສະ​ຫະ​ລັດ ແລະ​ໄນ​ເຈີຍ ປິວ​ສະ​ບັດ​ຢູ່​ທີ່​ຄ້າຍ​ແຫ່ງ​ນຶ່ງ ທີ່ກອງ​ທັບ​ອາກ​າດ​ແລະ​​ພະ​ນັກ​ງານ​ສະ​ໜັບ​ສະ​ໜຸນ​ການ​ກໍ່​ສ້າງ​ການ​ກໍ່​ສ້າງ​ຖານ​ທັບ​ອາ​ກາດ​ໄນ​ເຈີ 201 in Agadez ເມື່ອ​ວັນ​ທີ 16 ເມ​ສາ 2018.
​ແຟ້ນມ - ທຸງ​ຊາດ​ສະ​ຫະ​ລັດ ແລະ​ໄນ​ເຈີຍ ປິວ​ສະ​ບັດ​ຢູ່​ທີ່​ຄ້າຍ​ແຫ່ງ​ນຶ່ງ ທີ່ກອງ​ທັບ​ອາກ​າດ​ແລະ​​ພະ​ນັກ​ງານ​ສະ​ໜັບ​ສະ​ໜຸນ​ການ​ກໍ່​ສ້າງ​ການ​ກໍ່​ສ້າງ​ຖານ​ທັບ​ອາ​ກາດ​ໄນ​ເຈີ 201 in Agadez ເມື່ອ​ວັນ​ທີ 16 ເມ​ສາ 2018.

ຜູ້​ບັນ​ຊາ​ການ​ກອງ​ທັບ​ອາ​ກາດຂອງ​ສະ​ຫະ​ລັດ ໃນ​ຢູ​ໂຣບ ແລະ​ອາ​ຟ​ຣິ​ກາ ກ່າວ​ວ່າ ກອງ​ທັບ​ສະ​ຫະ​ລັດ​ເລີ້ມ​ການປະ​ຕິ​ບັດ​ງານ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ ​ຢູ່​ໃນປະ​ເທດ​ໄນ​ເຈີ ​ຄືນ​ແລ້ວ ໂດຍສົ່ງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ແລະ​ເຮືອ​ບິນ​ອື່ນໆ ​ອອກ​ໄປ​ປະ​ຕິ​ບັດ​ໜ້າ​ທີ່ຈາກ​ຖານ​ທັບ​ໄນ​ເຈີ ນຶ່ງ​ເດືອນກວ່າໆ​ ຫຼັງ​ຈາກ​ການ​ເຮັດ​ລັດ​ຖະ​ປະ​ຫານ​ ໄດ້​ໂຈະ​ການ​ປະ​ຕິ​ບັດ​ງານ​ທັງ​ໝົດ​ຢູ່​ທີ່ນັ້ນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ນັບ​ແຕ່​ໄດ້​ມີ​ການ​ເຮັດ​ລັດ​ຖະ​ປະ​ຫານ​ເມື່ອ​ເດືອນ​ກໍ​ລະ​ກົດ ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ​ສ່ວນ​ໃຫຍ່ ​ໄດ້​ຖືກ​ສັ່ງ​ໃຫ້​ຢູ່​ແຕ່​ໃນ​ຄ້າຍ​ຂອງ​ພວກ​ເຂົາ​ເຈົ້າ ແຕ່​ໃນ​ການ​ເຈ​ລະ​ຈາ​ເມື່ອ​ໄວໆ​ມານີ້ ກັບ​ພວກ​ຜູ້​ນຳ​ທະ​ຫານ ຈຶ່ງ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເລີ້ມ​ການ​ປະ​ຕິ​ບັດ​ງານ​ຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍ​ຄືນ​ອີກ.

ນາຍ​ພົນເຈມ​ສ໌ ເຮັກ​ເກີ (James Hecker) ກ່າວ​ວ່​າ ການ​ປະ​ຕິ​ບັດ​ງານ​ສ່ວນ ໃຫຍ່​ໄດ້​ເລີ້ມ​ຄືນ​ແລ້ວ ແຕ່​ຍັງ​ບໍ່​ຮອດ​ລະ​ດັບຮ້ອຍ​ເປີ​ເຊັນ​ເທື່ອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG