ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບສະຫະລັດລາຍງານວ່າ ໄດ້ທໍາລາຍໂດຣນຂອງກຸ່ມກະບົດຮູຕີ 5 ລໍາ


ພວກທີ່ສະໜັບສະໜຸນກຸ່ມກະບົດຮູຕີ ເຂົ້າໂຮມຊຸມນຸມຕໍ່ຕ້ານການໂຈມຕີໃສ່ ເຢເມນ ທີ່ນໍາໂດຍສະຫະລັດ ແລະສົງຄາມຂອງອິສຣາແອລຢູ່ໃນຂົງເຂດກາຊາ, ໃນນະຄອນຫຼວງຊານາອາ, ເຢເມນ, ວັນທີ 23 ກຸມພາ 2024.
ພວກທີ່ສະໜັບສະໜຸນກຸ່ມກະບົດຮູຕີ ເຂົ້າໂຮມຊຸມນຸມຕໍ່ຕ້ານການໂຈມຕີໃສ່ ເຢເມນ ທີ່ນໍາໂດຍສະຫະລັດ ແລະສົງຄາມຂອງອິສຣາແອລຢູ່ໃນຂົງເຂດກາຊາ, ໃນນະຄອນຫຼວງຊານາອາ, ເຢເມນ, ວັນທີ 23 ກຸມພາ 2024.

ກອງທັບ​ສະຫະລັດກ່າວ​ວ່າ ສະຫະລັດ ​ແລະກອງ​ກຳລັງ​ປະສົມ ​ໄດ້​ຍິງ​ເຮືອບິນ​ບໍ່ມີຄົນຂັບຂອງພວກກະບົດຮູຕີຢູ່ບໍລິເວນຂົງເຂດທະເລແດງຕົກຫ້າ​ລໍາ​ ໃນ​ວັນ​ອັງຄານ​ວານ​ນີ້.

ກອງບັນຊາການຂອງສະຫະລັດຢູ່ໃນພາກຕາເວັນອອກກາງ ກ່າວວ່າ ເຮືອບິນບໍ່ມີຄົນຂັບດັ່ງກ່າວ ໄດ້ຍິງຂຶ້ນຈາກຂົງເຂດຕ່າງໆຂອງເຢເມນ ເຊິ່ງຖືກຄວບຄຸມໂດຍພວກກະບົດຮູຕີ ທີ່ໜຸນຫຼັງໂດຍອີຣ່ານ, ແລະເຮືອບິນບໍ່ມີຄົນຂັບດັ່ງກ່າວນັ້ນ “ໄດ້ສະແດງໃຫ້ເຫັນເຖິງໄພຂົ່ມຂູ່ທີ່ໃກ້ຈະເກີດຂຶ້ນຕໍ່ກຳປັ່ນບັນທຸກສິນຄ້າ ແລະຕໍ່ກອງທັບເຮືອສະຫະລັດ ພ້ອມດ້ວຍກຳປັ່ນຂອງກອງກໍາລັງປະສົມຢູ່ໃນພາກພື້ນ.”

ການ​ບຸກ​ໂຈມ​ຕີ​ຄັ້ງ​ນີ້ ​ເປັນ​ການ​ກະ​ທຳຄັ້ງ​ຫຼ້າ​ສຸດ​ໃນຮອບ​ຫຼາຍ​ເດືອນ​ຂອງ​ການ​ປະ​ຕິ​ບັດງານ​ເພື່ອ​ຕ້ານ​ການ​ບຸກ​ໂຈມ​ຕີ​ຕໍ່​ກຳ​ປັ່ນ​ຢູ່​ໃນຂົງເຂດທະ​ເລ​ແດງຂອງກຸ່ມກະບົດຮູຕີ.

ພວກກະບົດຮູຕີ​ກ່າວ​ວ່າ ການກະທໍາຂອງພວກ​ເຂົາ ກໍາລັງສະແດງເຖິງຄວາມ​ສາ​ມັກ​ຄີ​ກັບ​ຊາວ​ປາ​ແລັ​ສ​ໄຕ​ນ໌ ທ່າມກາງ​ສົງຄາມ​ຢູ່ໃນຂົງ​ເຂດກາຊາ.

ການ​ໂຈມ​ຕີ​ດັ່ງກ່າວ ​ໄດ້​ຜັກດັນ​ໃຫ້​ບໍລິສັດ​ຂົນ​ສົ່ງ​ຈຳນວນຫຼາຍ ຫຼີກ​ລ່ຽງ​ແລວ​ທາງການຂົນສົ່ງໃນ​ທະ​ເລ​ແດງ, ໂດຍ​ເລືອກ​ເອົາ​ເສັ້ນທາງ​ທີ່​ຍາວ​ກວ່າ ​ແລະ​ແພງ​ກວ່າ​ອ້ອມຮອບທະວີບ​ອາ​ຟຣິກາ.

ບັນດາ​ບໍລິສັດ​ຮັກສາ​ຄວາມ​ປອດ​ໄພ​ທາງ​ທະ​ເລ ລາຍ​ງານ​ການ​ໂຈມ​ຕີ​ຄັ້ງ​ຫຼ້າ​ສຸດ​ທີ່​ສົງ​ໄສ​ວ່າ ເປັນກຸ່ມກະບົດຮູຕີ ທີ່ໄດ້ປະຕິບັດການໂຈມຕີ​ໃນ​ຕອນ​ແລງຂອງ​ວັນ​ອັງຄານ​ວານ​ນີ້, ເຊິ່ງມີໄລຍະຫ່າງປະມານ 110 ກິ​ໂລ​ແມັດ ໄປທາງ​ທິດຕາ​ເວັນ​ຕົກ​ຂອງ​ທ່າ​ເຮືອໂຮເດດາ (Hodeida) ຂອງ​ເຢ​ແມນ.

ສູນປະຕິບັດງານການຄ້າທາງທະເລຂອງອັງກິດ ກ່າວວ່າ ຕົນໄດ້ຮັບລາຍງານກ່ຽວກັບການລະເບີດຂອງລູກສອນໄຟລູກນຶ່ງ ທີ່ຫ່າງອອກໄປຫຼາຍກິໂລແມັດຈາກກໍາປັ່ນ, ເຊິ່ງບໍ່ມີຜູ້ໃດໄດ້ຮັບບາດເຈັບ ແລະກໍາປັ່ນລໍາດັ່ງກ່າວ ກໍດໍາເນີນການແລ່ນໄປຫາທ່າກຳປັ່ນຕໍ່ໄປ.

ບໍລິສັດ​ຮັກສາ​ຄວາມ​ປອດ​ໄພ​ແອັມເບີ (Ambrey) ຂອງອັງກິດກ່າວ​ວ່າ ກໍາປັ່ນລໍາທີ່​ກ່ຽວ​ຂ້ອງນັ້ນ ​ເບິ່ງ​ຄື​ວ່າ ​ເປັນ​ກຳ​ປັ່ນ​ທີ່ປັກທຸງຂອງປະເທດໝູ່ເກາະມາຣໂຊລ, ເຊິ່ງເປັນກໍາປັ່ນບັນທຸກສິນຄ້າຂະໜາດໃຫຍ່ທີ່ປະເທດກຣີສເປັນເຈົ້າຂອງ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG