ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ສະຫະລັດ ປ່ຽນຊື່ ເຂດປະຕິບັດງານ ທີ່ໃຫຍ່ທີ່ສຸດ


ຜູ້ບັງຄັບບັນຊາກອງທັບສະຫະລັດ ນາຍພົນແຮຣີ ແຮຣິສ (Harry Harris - ຊ້າຍ); ນາຍພົນໂຈ ດັນຟອດ (Joe Dunford), ປະທານເສນາທິການຮ່ວມ (ທີ 2 ຈາກຊ້າຍ); ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານຈິ​ມ ​ແມດ​ຕິ​ສ ແລະນາຍພົນຈອນ ຣິຈາກສັນ (John Richarson - ຂວາ) ເຂົ້າຮ່ວມໃນພິທີ ທີ່ ເພີລ ຮາເບີ (Pearl Harbor), ຮາວາຍ, 30 ພຶດສະພາ 2018.
ຜູ້ບັງຄັບບັນຊາກອງທັບສະຫະລັດ ນາຍພົນແຮຣີ ແຮຣິສ (Harry Harris - ຊ້າຍ); ນາຍພົນໂຈ ດັນຟອດ (Joe Dunford), ປະທານເສນາທິການຮ່ວມ (ທີ 2 ຈາກຊ້າຍ); ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານຈິ​ມ ​ແມດ​ຕິ​ສ ແລະນາຍພົນຈອນ ຣິຈາກສັນ (John Richarson - ຂວາ) ເຂົ້າຮ່ວມໃນພິທີ ທີ່ ເພີລ ຮາເບີ (Pearl Harbor), ຮາວາຍ, 30 ພຶດສະພາ 2018.

ເຂດປະຕິບັດງານທາງທະຫານ ທີ່ໃຫຍ່ສຸດ ຂອງສະຫະລັດ ນັບແຕ່ນີ້ໄປ ຈະຮູ້ຈັກ
ກັນໃນຊື່ “ກອງບັນຊາການອິນໂດ-ປາຊິຟິກ” ເເທນທີ່ຈະແມ່ນ “ກອງບັນຊາການ
ໃນເຂດປາຊິຟິກ”
ຊຶ່ງແມ່ນສັນຍາລັກຂອງການຢືນຢັນເຖິງຄວາມໝາຍໝັ້ນຕັ້ງໃຈ
ຂອງສະຫະລັດ ທີ່ມີຕໍ່ຂົງເຂດມະຫາສະໝຸດອິນເດຍ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານຈິ​ມ ​ແມດ​ຕິ​ສ (Jim Mattis) ໄດ້ປະກາດໃນການປ່ຽນຊື່ດັ່ງກ່າວໃນວັນພຸດວານນີ້ ຢູ່ລັດຮາວາຍ ໃນລະຫວ່າງ
ພິທີຢ່າງເປັນທາງການ ເພື່ອແຕ່ງຕັ້ງໃຫ້ພົນເຮືອເອກຟີລິບ ເອັສ ເດວິດສັນ (Philip
S. Davison) ເປັນຜູ້ບັນຊາການ ຂອງກຳລັງສະຫະລັດ ໃນຂົງເຂດປາຊິຟິກ.

ທ່ານແມດ​ຕິ​ສໄດ້ກ່າວວ່າ “ໃນຮອບຫຼາຍໆທົດສະວັດຜ່ານມາ ກອງບັນຊາການ
ແຫ່ງນີ້ ແມ່ນໄດ້ປັບຕົວ ໃຫ້ເຂົ້າກັບການປ່ຽນແປງຢູ່ເລື້ອຍໆ ແລະມື້ນີ້ ພວກເຮົາ ໄດ້ນຳເອົາມູນເຊື້ອດຳເນີນໄປຂ້າງໜ້າ ໃນຂະນະທີ່ອາເມຣິກາເພັ່ງເລັ່ງໄປ
ທາງທິດຕາເວັນຕົກ.”

ກອງບັນຊາການໃນເຂດປາຊີຟິກ ຫຼື PACOM ແມ່ນນຶ່ງໃນຫົກຂົງເຂດຂອງ “ກອງບັນຊາການສູ້ລົບຮ່ວມ” ຂອງກອງທັບສະຫະລັດ ຊຶ່ງແມ່ນເຂດບັນຊາ
ການທີ່ໃຫຍ່ທີ່ສຸດ ເນັ່ງຈາກຂົ້ວໂລກໃຕ້ ໄປຫາຂົ້ວໂລກເໜືອ ແລະຈາກລັດຄາລີ
ຟໍເນຍ ໄປຍັງມະຫາສະໝຸດອິນເດຍ.

ການປ່ຽນຊື່ນີ້ ສ່ວນໃຫຍ່ແລ້ວແມ່ນເປັນພຽງສັນຍາລັກເທົ່ານັ້ນ. ເຈົ້າໜ້າທີ່ສະຫະລັດ
ກ່າວວ່າ ການປ່ຽນຊື່ຈະບໍ່ຕາມມາດ້ວຍການຍົກຍ້າຍກຳລັງຫລືອາວຸດໃດໆ ແລະຈະບໍ່
ສະທ້ອນໃຫ້ເຫັນເຖິງການປ່ຽນແປງໃນດ້ານຍຸດທະສາດ. ມັນຈະບໍ່ມີຜົນພາໃຫ້ມີ
ການກຳນົດເຂດບັນຊາການຫຼືຄວາມຮັບຜິດຊອບໃດໆ ຊຶ່ງຮວມຢູ່ໃນເຂດອິນໂດ-
ປາຊີຟິກນັ້ນ.

ແຕ່ເຈົ້າໜ້າທີ່ສະຫະລັດ ກັບກ່າວວ່າ ການປ່ຽນຊື່ແມ່ນໝາຍເຖິງການອະທິບາຍທີ່ດີຂຶ້ນ
ກວ່າເກົ່າ ເຖິງສະພາບການທີ່ມີຢູ່ແລ້ວໃນເອເຊຍ. ເຈົ້າໜ້າທີ່ທຳນຽບຫ້າແຈ ແມ່ນໄດ້
ກ່າວເພີ້ມຂຶ້ນ ເຖິງເຂດ “ອິນໂດ-ປາຊິຟິກ” ແທນທີ່ຈະແມ່ນ ເຂດ “ເອເຊຍ-ປາຊິຟິກ” ຊື່ງເປັນການຮັບຮູ້ເຖິງອັນທີ່ເຂົາເຈົ້າມອງເຫັນວ່າເປັນຄວາມສຳຄັນ ທີ່ມີເພີ້ມຂຶ້ນຂອງ
ຂົງເຂດມະຫາສະໝຸດອິນເດຍ.

ເຈມສ໌ ກຣາສກາ ອາຈານສອນທີ່ມະຫາວິທະຍາໄລ ສົງຄາມກອງທັບເຮືອສະຫະລັດ
ຫຼື U.S. Naval War College ກ່າວວ່າ “ມັນເປັນຊື່ທີ່ສະແດງອອກແລະເໝາະສົມ ສຳລັບກອງບັນຊາການເຂດປາຊິຟິກ ຂອງສະຫະລັດ ຫຼາຍກວ່າທີ່ຈະສະທ້ອນໃຫ້
ເຫັນ ເຖິງສະພາບການຕົວຈິງ ໃນຄວາມສຳພັນ ແລະການປະຕິບັດງານ.”
ແລະທ່ານ
ກ່າວຕື່ມວ່າ “ມັນຍັງເປັນການສະແດງໃຫ້ເຫັນ ເຖິງສາຍພົວພັນທີ່ອົບອຸ່ນຂຶ້ນກັບ
ອິນເດຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG