ຄູຝຶກຄົນນຶ່ງຂອງກອງທັບອາກາດສະຫະລັດ ໄດ້ຖືກພົບເຫັນວ່າມີຄວາມຜິດໃນການຂົ່ມຂືນ
ສຳເລົາ ແລະປຸກປໍ້າຂືນໃຈພວກແມ່ຍິງ ທີ່ມາຮັບການຝຶກແອບຫຼາຍໆຄົນ ໃນຂ່າວນອງນັນ
ໃຫຍ່ກ່ຽວກັບການລວນລາມທາງເພດ ທີ່ຄ້າຍຝຶກແອບທະຫານ ທີ່ໃຫຍ່ທີ່ສຸດແຫ່ງນຶ່ງຂອງ
ສະຫະລັດ.
ຄະນະຕຸລາການ 7 ຄົນຂອງກອງທັບສະຫະລັດທີ່ຖານທັບອາກາດ Lackland ໃນນະຄອນ
San Antonio ລັດເທັກຊັສ ພົບວ່າ ສິບໂທພິເສດ Luis Walker ມີຄວາມຜິດ ໃນມື້ວັນສຸກ
ວານນີ້ ໃນຂໍ້ຫາຂົ່ມຂືນສຳເລົາ ລວນລາມຈັບບາຍເກີນຂອບເຂດ ແລະຫຼາຍໆກະທົງໃນການ
ປຸກປໍ້າຂືນໃຈຢ່າງຮ້າຍແຮງນັ້ນ.
ສິບໂທ Walker ແມ່ນຜູ້ນຶ່ງໃນພວກຄູຝຶກຈຳນວນ 12 ຄົນຢູ່ຖານທັບອາກາດ Lackland
ທີ່ໄດ້ຖືກສືບສວນໃນການປະພຶດປະຕິບັດຫຼືລວນລາມທາງເພດຕໍ່ພວກທະຫານແມ່ຍິງທີ່ມາ
ຮັບການຝຶກແອບຈຳນວນ 31 ຄົນ. ຄູຝຶກ 6 ຄົນໄດ້ ຖືກຟ້ອງຮ້ອງ.