ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ສຫລ ກ່າວ​ວ່າ ຜູ້ນຳ ຂອງກຸ່ມ​ ອາລ ຄາຍ​ດາ ​ຖືກ​ຂ້າຕາຍ ​ຢູ່ລີເບຍ


​ແຜນ​ທີ່ການ​ໂຈມ​ຕີ
​ແຜນ​ທີ່ການ​ໂຈມ​ຕີ

ເຈົ້າ​ໜ້າ​ທີ່ຂັ້ນສູງ​ຂອງ​ກຸ່ມ​ອາລ ຄາຍ​ດາ (al-Qaida) ​ແມ່ນ​ນຶ່ງ​ໃນ​ສອງ​ ຂອງ​ພວກ​ກໍ່​ການ
​ຮ້າຍ ​ທີ່​ຖືກ​ຂ້າຕາຍ ​ໃນ​ການ​ປະຕິ​ບັດ​ງານ​ຮ່ວມ ດ້ວຍ​ການ​ໂຈມ​ຕີ​ທາງ​ອາກາດ ​ລະຫວ່າງ​ສະຫະລັດ ​ແລະລີ​ເບຍ ​ໃນວັນ​ເສົາ​ຜ່ານ​ມາ​ນີ້ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ ຂອງປະ​ເທດ.

ເຈົ້າ​ໜ້າ​ທີ່ສະຫະລັດ ​ໄດ້​ຮັບ​ຮູ້​ກ່ອນ​ໜ້າ​ນີ້​ແລ້ວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ ​ໃກ້​ກັບ​
ເມືອງ​ອູ​ບາ​ນີ ​ແຕ່ໄດ້​ກ່າວແຕ່ພຽງ​ວ່າ ມີພວກ​ກໍ່​ການ​ຮ້າຍ 2 ຄົນ​ເທົ່າ​ນັ້ນ​ທີ່ຖືກ​ຂ້າຕາຍ.

ຜູ້​ບັນຊາ​ການກຳລັງສະຫະລັດ​ໃນ​ອາຟຣິກາ ​ໄດ້​ຢືນຢັນ ​ໃນ​ວັນ​ພຸດ​ແລ້ວ​ນີ້​ວ່າ ການ​ໂຈມ
​ຕີທາງ​ອາກາດ ​ແມ່ນ​ເປັນ​ຄັ້ງ​ທຳ​ອິດ ​ຂອງ​ການ​ປະຕິ​ບັດ​ງານ ທີ່​ແນ​ເປົ້າ​ໝາຍ​ໃສ່​ພວກ​
ກໍ່​ການຮ້າຍ ອາລ ຄາຍ​ດາ ​ໃນ​ລີ​ເບຍ, ທີ່ໄດ້ສັງຫານ ທ້າວ ມູຊາ ອາ​ບູ ດາ​ວູດ (Musa
Abu Dawud) ຜູ້​ຊຶ່ງ​ໄດ້​ຝຶກ​ຊ້ອມ​ພວກ​ສະມາຊິກອາລ ຄາຍ​ດາ ສາຂາ​ລີ​ເບຍ ​ໃນ​ກຸ່ມ
ອາລຄາຍດາ​ໃນເຂດມາເກຣັບ Maghreb ຫຼື AQIM.

ກຳລັງສະຫະລັດໃນອາຟຣິກາ ​ຍັງ​ໄດ້​ກ່າວ​ວ່າ ທ້າວດາ​ວູດ ​ແມ່ນ​ສົ່ງ​ອາວຸດ​ໃຫ້​ກຸ່ມ
AQIM ດັ່ງກ່າວ ​ແລະໃຫ້ການສະໜັບສະໜຸນທາງດ້ານພະລາທິການແລະ​ການ​ເງິນ
ໃຫ້ກຸ່ມ​ດັ່ງກ່າວ“ທຳ​ການ​ຂົ່​ມຂູ່ ​ແລະ​ໂຈມ​ຕີ​ຜົນ​ປະ​ໂຫຍດ​ຂອງສະຫະລັດ ​ແລະ
ປະ​ເທດຕາ​ເວັນ​ຕົກ ​ໃນ​ຂົງ​ເຂດ.”

ກຸ່ມຫົວຮຸນແຮງ ທີ່ເປັນເຄືອຂ່າຍຂອງອາລຄາຍ​ດາ ຍັງ​ໄດ້​ຢືນຢັນ​ໃນ​ວັນ​ພຸດ​ວານ​ນີ້
ກ່ຽວ​ກັບ​ການ​ຕາຍ​ຂອງທ້າວ​ດາ​ວູດ ​ໃນການ​ໂຈມ​ຕີ​ຂອງ​ສະຫະລັດ ອີງ​ຕາມກຸ່ມ​ສືບ
​ລັບໄຊທ໌ ທີ່​ສິ້​ງຊອມ​ເບິ່ງແລະເຕືອນກ່ຽວກັບ​ການ​ຂົ່ມຂູ່​ຂອງ​ກຸ່ມ​ຈີ​ຮາດ​ນັ້ນ.

​ໃນ​ເດືອນ​ພຶດສະພາ ປີ 2016 ສະຫະລັດ ​ໄດ້​ລະບຸ ໃຫ້ທ້າວດາ​ວູດ ເປັນຜູ້​ກໍ່​ການ​ຮ້າຍ
​ທີ່​ສຳຄັນ​ໃນ​ລະດັບ​ໂລກ ທີ່​ໃຊ້ສຳລັບ​ພວກ​ທີ່​ຕັ້ງໜ້າ​ຕັ້ງ​ຕາ​ແທ້ໆ ຫຼື​ບໍ່ ກໍສ່ຽງ​ຕໍ່​ການ
ຕັ້ງໜ້າ,ການ​ເອົາ​ບາດກ້າວ​ຂອງກຸ່ມ​ກໍ່​ການ​ຮ້າຍ ຕໍ່ຕ້ານ​ສະຫະລັດ.

ການ​ໂຈມ​ຕີ​ທາງ​ອາກາດຂອງສະຫະລັດ ກ່ອນ​ໜ້າ​ນີ້ ​ໃນ​ລີ​ເບຍ ​ໄດ້​ເພັ່ງ​ເລັ່ງ​ໃສ່ ພວກກໍ່
​ການ​ຮ້າຍ​ກຸ່ມລັດ​ອິສລາມ ຊຶ່ງພວກເຂົາ​ມີ​ຈຳນວນສູງ​ສຸດ ​ກາຍພັນກວ່າຄົນໜ້ອຍນຶ່ງ.

​ເຖິງ​ຢ່າງ​ໃດກໍ​ຕາມ, ເຈົ້າໜ້າ​ທີ່ ​ປ້ອງ​ກັນປະເທດແລະ​ສືບ​ລັບຂອງ​ສະຫະລັດ ​ໄດ້​ເຕືອນ
​ເຖິງການ​ເພີ່ມ​ຂຶ້ນຢ່າງວ່ອງໄວ​ຂອງ​ກຸ່ມ​ດັ່ງກ່າວ ຊຶ່ງກຸ່ມ​ລັດ​ອິສລາມ ​ແມ່ນ​ຍັງ​ໜ້ອຍຢູ່
ຖ້າ​ທຽບໃສ່​ກຸ່ມ​ກໍ່​ການ​ຮ້າຍ​ອື່ນໆ ​ເຊັ່ນ​ກຸ່ມ AQIM ​ໃນ​ລີ​ເບຍ, ຊຶ່ງມີຄວາມສຳພັນກັບ​
ຂົງ​ເຂດ​ນີ້ ມາ​ດົນນານ​ແລ້ວ.

ເຈົ້າໜ້າທີ່ປ້ອງກັນປະເທດສະຫະລັດ ກ່າວໃນວັນພຸດວານນີ້ວ່າ “ກຸ່ມອາລຄາຍດາ
ໄດ້ສວຍໂອກາດໃຊ້ລີເບຍເປັນບ່ອນຫລົບລີ້ເພື່ອວາງແຜນ ກະຕຸກຊຸກຍູ້ ແລະສັ່ງການໂຈມຕີກໍ່ການຮ້າຍ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG