ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ສຫລ ສືບສວນ ຂໍ້ຄວາມໃນທະວີດເຕີ ກ່ຽວກັບພາບ ການສັງຫານ ທະຫານ ສຫລ

ພວກທະຫານກອງກຽດຕິຍົດ ຫາມຫີບສົບ ຂອງທະຫານ ກຳລັງພິເສດ ຂອງກອງທັບບົກ ສະຫະລັດ ສິບເອກ ລາ ເດວິດ ຈອນຊັນ ຜູ້ທີ່ລວມຢູ່ໃນ ທະຫານກຳລັງພິເສດ 4 ຄົນ ທີ່ຖືກຂ້າຕາຍ ຢູ່ໃນໄນເຈີ, ຢູ່ທີ່ປ່າຊ້າ ໃນເມືອງ ຮໍລີວູດ ຂອງລັດຟຣໍຣີດາ, ວັນທີ 21 ຕຸລາ 2017.

ກອງທັບສະຫະລັດ ກຳລັງທົບທວນຄືນ ພາບຕ່າງໆທີ່ນຳໄປລົງທາງສື່ສັງຄົມ ໃນ
ເວັບໄຊ ທະວີດເຕີ ທີ່ອ້າງວ່າ ເປັນພາບຂອງພວກທະຫານອາເມຣິກັນ ທີ່ໄດ້ຖືກ
ຂ້າຕາຍ ໃນລະຫວ່າງ ການດັກໂຈມຕີ ຢູ່ໃນປະເທດໄນເຈີ ເມື່ອປີກາຍນີ້.

ກອງບັນຊາການ ສະຫະລັດ ໃນພາກພື້ນອາຟຣິກາ ຫຼື AFRICOM ໄດ້ກ່າວໃນວັນ
ພຸດວານນີ້ ວ່າ ຕົນ “ຮັບຮູ້ເຖິງການນຳລົງທາງທະວີດເຕີ” ນັ້ນ ແລະ ກຳລັງກວດເບິ່ງ
ຢູ່ ເພື່ອກຳນົດ ວ່າ “ຄວາມແມ່ນຢຳຂອງຂໍ້ຄວາມທະວີດ ແລະການກ່າວອ້າງທັງຫຼາຍ
ທີ່ພົວພັນກັບວີດີໂອ.”

ພາບລວມກຸ່ມທະຫານໜ່ວຍພິເສດ ຂອງກອງທັບບົກ ສະຫະລັດໂດຍມີ ສິບເອກ ເຈີຣມາຍອາ ຈອນຊັນ (ຊ້າຍ ຫາ ຂວາ), ສິບເອກ ບຣາຍແອນ ແບລກ, ສິບເອກ ດັສຕິນ ໄວຣຕ໌ ແລະ ສິບເອກ ລາ ເດວິດ ຈອນຊັນ ຜູ້ທີ່ຖືກຂ້າຕາຍ ຢູ່ໃນປະເທດໄນເຈີ ເຂດອາຟຣິກາ ຕາເວັນຕົກ, ວັນທີ 4 ຕຸລາ 2017.

ຂໍ້ຄວາມນຳລົງນັ້ນ ກ່າວວ່າ ພາບທັງຫຼາຍ ແມ່ນມາຈາກ ພາບວີດີໂອ ຄວາມຍາວ 10
ນາທີ ທີ່ຖ່າຍທອດໂດຍເຄືອຂ່າຍ ຂອງກຸ່ມລັດອິສລາມ ຢູ່ໃນມາລີ. ຂໍ້ຄວາມກ່າວຕື່ມວ່າ
ພາບວີດີໂອ ສະແດງໃຫ້ເຫັນ ທະຫານອາເມຣິກັນຄົນນຶ່ງ ທີ່ບາດເຈັບ ແລະສົບຂອງ
ທະຫານ ສະຫະລັດ ອີກ 3 ຄົນ ຜູ້ທີ່ໄດ້ຖືກຂ້າຕາຍ ໃນການດັກໂຈມຕີ ເມື່ອວັນທີ 4
ເດືອນຕຸລາ ປີກາຍນີ້.

ພວກຫົວຮຸນແຮງ ໂຈມຕີຢູ່ໃກ້ ບ້ານ ທົງໂກ ທົງໂກ ທີ່ໄດ້ສັງຫານທະຫານອາເມຣິກັນ
4 ຄົນ ທະຫານໄນເຈີ 4 ຄົນ ແລະ ນາຍພາສາ ຊາວໄນເຈີຄົນນຶ່ງ.

ການສືບສວນຢ່າງເປັນທາງການ ເຂົ້າໃນການດັກໂຈມຕີທີ່ຮ້າຍແຮງໃນປະເທດໄນເຈີ
ແມ່ນຄາດໝາຍວ່າ ຈະສຳເລັດພາຍໃນທ້າຍເດືອນນີ້.

ສະມາຊິກຂອງກຸ່ມກຳລັງປະຕິບັດການພິເສດຂອງສະຫະລັດ ຈຳນວນ 12 ຄົນ ຕິດຕາມ
ດ້ວຍ ກອງກຳລັງຂອງໄນຈີເຣຍ 30 ຄົນ ໄດ້ດຳເນີນພາລະກິດ ການເກັບກຳຂໍ້ມູນ ຈາກ
ນະຄອນຫຼວງ ນີອາມີ ຂອງໄນເຈີ ໄປຮອດບໍລິເວນໃກ້ບ້ານ ທົງໂກ ທົງໂກ.

ບັນດາສະມາຊິກຂອງທີມດັ່ງກ່າວ ຫາກໍສຳເລັດການພົບປະ ກັບບັນດາຜູ້ນຳໃນທ້ອງຖິ່ນ
ແລະ ກຳລັງຍ່າງກັບຄືນໄປຫາຍານພາຫະນະຂອງພວກເຂົາເຈົ້າ ເຊິ່ງໃນເວລານັ້ນ
ໄດ້ຖືກໂຈມຕີ ອີງຕາມການບອກກ່າວ ຕໍ່ວີໂອເອ ໂດຍບັນດາເຈົ້າໜ້າທີ່ ສະຫະລັດ.

ທະຫານສະຫະລັດ ຈຳນວນ 1,300 ຄົນ ພວມປະຕິບັດໜ້າທີ່ຢູ່ໃນບໍລິເວນອ່າງທະເລ
ສາບ ຊາດ ຊຶ່ງປະກອບມີ ໄນເຈີ ໄນຈີເຣຍ ກາມາຣູນ ແລະ ຊາດ ເພື່ອຊ່ອຍສ້າງຄວາມ
ເຂັ້ມແຂງ ໃຫ້ແກ່ກຳລັງທະຫານທ້ອງຖິ່ນ ແລະ ຕໍ່ຕ້ານກຸ່ມ ໂບໂກ ຮາຣາມ ກຸ່ມອາລ-
ກາອີດາ ກຸ່ມລັດອິສລາມ ແລະ ກຸ່ມຫົວຮຸນແຮງຕ່າງໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG