ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ສຫລ ວາງແຜນປ້ອງກັນ ການແຜ່ລະບາດ ຂອງເຊື້ອໄວຣັສ ທີ່ອາດຈະກັບຄືນມາໃໝ່ອີກ


ທໍານຽບຫ້າແຈ ສະຫະລັດອາເມຣິກາ.
ທໍານຽບຫ້າແຈ ສະຫະລັດອາເມຣິກາ.

ພວກເຈົ້າໜ້າທີ່ກອງທັບສະຫະລັດ ກຳລັງວາງແຜນທີ່ຈະເອົາມາດຕະການເພີ້ມຕື່ມໃນ
ການຕໍ່ສູ້ກັບໄວຣັສໂຄໂຣນາ ເຖິງແມ່ນວ່າການແຜ່ລະບາດໃນ ປັດຈຸບັນນີ້ ກຳລັງຮ້ວຍ
ລົງ ຊຶ່ງຊີ້ບອກເຖິງຫລັກຖານທີ່ສະແດງໃຫ້ເຫັນວ່າ ໄວຣັສດັ່ງກ່າວຈະກັບຄືນມາອີກ.

ນັບເປັນເວລາຫຼາຍອາທິດມາແລ້ວ ບັນດາຜູ້ຊ່ຽວຊານພະຍາດຕິດແປດໄດ້ ເຕືອນວ່າ
ໂຄວິດ-19 ອາດປາກົດໂຕຂຶ້ນມາອີກ ຢູ່ໃນສະຫະລັດ ໃນເດືອນ ກັນຍາແລະເດືອນຕຸ
ລາ ຈະມາເຖິງນີ້ ໃນຂະນະທີ່ອາກາດເລີ້ມເຢັນລົງກ່ອນ ໜ້າຊຸມເດືອນຂອງລະດູໜາວ.
ມັນເປັນໄພຂົ່ມຂູ່ທີ່ຍັງຢູ່ໃນໃຈຂອງບັນດາເຈົ້າ ໜ້າທີ່ອາວຸໂສ ຂອງກອງທັບສະຫະລັດ
ຈຳນວນນຶ່ງ.

ເສນາທິການກອງທັບອາກາດສະຫະລັດ ນາຍພົນເດບ ໂກລຟາຍ ກ່າວຕໍ່ບັນດານັກ
ຂ່າວ ທີ່ກະຊວງປ້ອງກັນປະເທດ ໃນວັນພຸດວານນີ້ວ່າ “ພວກເຮົາຕ່າງ ກໍໄດ້ໂອ້ລົມກັນ
ກ່ຽວກັບເລື້ອງນີ້.”

ທ່ານກ່າວວ່າ “ໂອກາດທີ່ມັນຈະກັບຄືນມາເປັນຮອບໆແບບໃດແບບນຶ່ງ ແມ່ນມີທາງ
ເປັນໄປໄດ້. ການຄາດຄະເນທັງໝົດທີ່ບໍ່ມີຢາວັກຊີນປ້ອງກັນແມ່ນຈະເພີ້ມ ຂຶ້ນໃນແຕ່
ລະປີ ດັ່ງນັ້ນ ແມ່ນໝາຍຄວາມວ່າ ພວກເຮົາຕ້ອງໄດ້ກັ່ນກອງ ເບິ່ງຄວາມສາມາດໃນ
ການຢູ່ລອດ ແລະການປະຕິບັດງານຂອງພວກເຮົາ.”

ບັນດາເຈົ້າໜ້າທີ່ຂັ້ນສູງກອງທັບສະຫະລັດກ່າວວ່າ ເຖິງແມ່ນມີການແຜ່ລະບາດຂອງ
ໄວຣັສຢ່າງໄວນັ້ນ ກອງທັບສະຫະລັດແມ່ນຍັງຕຽມພ້ອມ ທີ່ຈະປົກປັກຮັກ ສາປ້ອງກັນ
ປະເທດ ແລະຜົນປະໂຫຍດຂອງຕົນ. ມາຈົນ

ຮອດວັນພຸດວານນີ້່ ມີ ການສົ່ງກຳລັງທະຫານ ຫຼາຍກວ່າ 56,000 ທີ່ເຮັດວຽກເຕັມເວ
ລາ ແລະບໍ່ເຕັມ ເວລາ ອອກໄປເພື່ອບັນເທົາທຸກຢູ່ທົ່ວປະເທດ.

ແຕ່ວ່າການແຜ່ລະບາດດັ່ງກ່າວຍັງໄດ້ເຮັດໃຫ້ມີທະຫານຈຳນວນນຶ່ງເສຍຊີວິດ.

ການຊ້ອມລົບທີ່ສຳຄັນໆທາງທະຫານກັບກຳລັງຂອງປະເທດພາຄີ ຢູ່ອາຟຣິກາ ເອເຊຍ
ແລະຢູໂຣບ ໄດ້ຫລຸດລົງ ຍົກເລີກ ຫຼືເລື່ອນເວລາອອກໄປ.

ການມີໜ້າຂອງທະຫານສະຫະລັດ ຢູ່ໃນແຫ່ງຕ່າງໆ ເຊັ່ນອີຣັກ ແລະຊີເຣຍ ບ່ອນທີ່ທະ
ຫານອາເມຣິກັນ ປະຕິບັດງານຮ່ວມກັບກໍາລັງທ້ອງຖິ່ນເພື່ອຕໍ່ຕ້ານ ກຸ່ມກໍ່ການຮ້າຍລັດ
ອິສລາມນັ້ນ ໄດ້ຫລຸດຈຳນວນລົງ.

ແລະໃນຂະນະທີ່ບັນດາຜູ້ບັນຊາການທະຫານໄດ້ໃຫ້ຂໍ້ສັງເກດວ່າໂດຍທົ່ວໄປແລ້ວ
ທະຫານສະຫະລັດໜຸ່ມກວ່າ ແລະມີສຸຂະພາບແຂງແຮງກວ່າປະຊາຊົນ ໂດຍທົ່ວໄປ
ນັ້ນ ພວກເຂົາເຈົ້າກໍບໍ່ໄດ້ມີການຍົກເວັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG