ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

16 ຄົນ ເສຍຊີວິດ ຍ້ອນ ເຮືອ​ບິນ ກອງທັບ ສະຫະລັດ ຕົກ ທີ່ລັດ Mississippi


ຮູບຈາກວີດີໂອ ທີ່ສະແດງໃຫ້ເຫັນແປວໄຟລຸກໄໝ້ຂອງເຮືອບິນ
ທະຫານ ທີ່ປະສົບກັບອຸປະຕິເຫດໃນ Itta Bena, Mississipi, 10 ກໍລະກົດ, 2017.
ຮູບຈາກວີດີໂອ ທີ່ສະແດງໃຫ້ເຫັນແປວໄຟລຸກໄໝ້ຂອງເຮືອບິນ ທະຫານ ທີ່ປະສົບກັບອຸປະຕິເຫດໃນ Itta Bena, Mississipi, 10 ກໍລະກົດ, 2017.

ເຮືອ​ບິນກອງທັບສະຫະລັດລຳ​ນຶ່ງ​ ໄດ້ປະສົບ​ອຸບັດ​ເຫດຕົກ ໃນວັນ​ຈັນ​ວານ​ນີ້ ​ທີ່​ລັດ
Mississippi ທາງ​ພາກ​ໃຕ້​ຂອງ​ສະຫະລັດ ເຮັດ​ໃຫ້​ 16 ຄົນ​ເສຍ​ຊີວິດ.

​ເຈົ້າ​ໜ້າ​ທີ່ບໍ່​ໄດ້​ໃຫ້​ລາຍ​ລະອຽດໃດໆ​ ກ່ຽວ​ກັບ​ວ່າ ເຮືອ​ບິນລຳ​ດັ່ງກ່າວນີ້ ບິນ​ອອກ​ຈາກ​ໃສ
ຫຼືວ່າ​ບິນ​ໄປ​ໃນ​ທິດ​ທາງ​ໃດ ​ເວລາ​ປະສົບ​ອຸບັດ​ເຫດຕົກລົງໃສ່ທົ່ງ​ແຫ່ງ​ນຶ່ງ ປະມານ 150 ຫຼັກກິໂລແມັດ ຫ່າງຈາກເມືອງ Jackson ຊຶ່ງ​ເປັນເມືອງຫຼວງຂອງລັດ Mississippi ໄປທາງທິດເໜືອ. ສາ​ເຫດ​ທີ່​ພາ​ໃຫ້​ເຮືອບິນ​ຕົກ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ.

​ໂຄສົກຍິງ​ຂອງທະຫານ Marine ຮ້ອຍ​ເອກ Sarah Burns ​ໄດ້​ກ່າວ​ພຽງ​ແຕ່ວ່າ
ເຮືອ​ບິນ KC-130 “ໄດ້ປະສົບກັບ​ອຸບັດ​ເຫດ.”

ຜູ້ອຳນວຍການ​ ອົງການ​ຄຸ້ມ​ຄອງ​ເຫດການ​ສຸກ​ເສີນ ເຂດ​ເມືອງ Leflore ທ່ານ Frank
Randle ໄດ້​ບອກ​ກັບ​ພວກ​ນັກ​ຂ່າວວ່າ ມີ 16 ສົບ ​ໄດ້ຖືກ​ພົບ​ເຫັນ​ທີ່ບ່ອນ​ເກີດ​ເຫດ​.

ທ່ານ Marcus Banks ຫົວໜ້າ​ໜ່ວຍ​ດັບໄຟ​ຂອງ​ເມືອງ Greenwood ​ໄດ້​ກ່າວ​ວ່າ ​
ຊາກຂອງ​ເຮືອບິນ​ນັ້ນ ​ແມ່ນໄດ້ກະຈັດກະຈາຍ​ໃນ​ລັດສະໝີ​ປະມານ ​8 ກິໂລແມັດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

US Military Plane Crash
please wait

No media source currently available

0:00 0:00:34 0:00

XS
SM
MD
LG