ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ເຮືອ​ບິນສອດ​ແນມ ​ຂອງກອງ​ທັບ​ ສ​ຫ​ລ ຕົກ​ ຢູ່ໃນອັ​ຟ​ກາ​ນິ​ສ​ຖານ


ພາບ​ເຮືອ​ບິນສອດ​ແນມ​ຂອງ​ສະ​ຫະ​ລັດ ທີ່​ໃຊ້​ຊ່ວຍ​ສື່​ສານຢູ່​ໃນ​ສະ​ໜາມ​ລົບ ທີ່​ຕົກ​ລົງ​ຢູ່ໃນ​ຂົງ​ເຂດ​ຄວບ​ຄຸມ ​ໂດຍ​ກຸ່ມ​ຕາ​ລີ​ບານຂອງ ​ອັ​ຟ​ກາ​ນິ​ສ​ຖານ ໃນ​ວັນ​ຈັນ, ທີ 27 ມັງ​ກອນ, 2020​
ພາບ​ເຮືອ​ບິນສອດ​ແນມ​ຂອງ​ສະ​ຫະ​ລັດ ທີ່​ໃຊ້​ຊ່ວຍ​ສື່​ສານຢູ່​ໃນ​ສະ​ໜາມ​ລົບ ທີ່​ຕົກ​ລົງ​ຢູ່ໃນ​ຂົງ​ເຂດ​ຄວບ​ຄຸມ ​ໂດຍ​ກຸ່ມ​ຕາ​ລີ​ບານຂອງ ​ອັ​ຟ​ກາ​ນິ​ສ​ຖານ ໃນ​ວັນ​ຈັນ, ທີ 27 ມັງ​ກອນ, 2020​

ເຮືອ​ບິນ​ທະ​ຫານ​ຂອງ​ສະ​ຫະ​ລັດ ທີ່​ໃຊ້​ຊ່ວຍ​ໃຫ້​ທະ​ຫານ​ທັງ​ຫຼາຍສາ​ມາດ​ສື່​ສານ​ ແລະ​ແຈ້ງ​ຂໍ້​ມູນ​ລັບຢູ່​ໃນ​ສະ​ໜາມ​ລົບໃຫ້​ກັນ​ຊາບນັ້ນໄດ້​ຕົກ​ລົງ​ໃນ​ຂົງ​ເຂດ​ທີ່​ຄວບ​ຄຸມ​ໂດຍ​ກຸ່ມ​ຕາ​ລີ​ບານຂອງ​ອັ​ຟ​ກາ​ນິ​ສ​ຖານ, ອີງ​ຕາມ​ການ​ຢືນ​ຢັນ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ທະ​ຫານ​ສະ​ຫະ​ລັດ ໃນ​ວັນ​ຈັນ​ວານນີ້.

ຫົວ​ໜ້າ​ເສ​ນາ​ທິ​ການຂອງກອງ​ທັບ​ອາ​ກາດສະ​ຫະ​ລັດ, ນາ​ຍ​ພົນ ເດັ​ຟ ໂກ​ລ​ຟາຍ​ນ໌ (Dave Goldfein) ກ່າວ​ວ່າ ເຮືອ​ບິນ​ລຳ​ດັ່ງ​ກ່າວ​ແມ່ນເຮືອ​ບິນ​ E-11A ທີ່​ປະ​ກອບ​ມີປຸ່ມ​ສື່​ສານ​ຜ່ານ​ທາງ​ອາ​ກາດຢູ່​ສະ​ໜາມ​ຮົບ ຫລື BACN. ໃນ​ການ​ກ່າວ​ຢູ່​ໃນ​ງານ​ອັນ​ນຶ່ງ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ​ນັ້ນ ທ່ານ ໂກ​ລ​ຟາຍ​ນ໌ (Goldfein) ເວົ້າ​ວ່າ ທ່ານບໍ່​ສາ​ມາດ​ໃຫ້​ລາຍ​ລະ​ອຽດເພີ້ມ​ເຕີມໄດ້ອີກ​ແຕ່​ຢ່າງ​ໃດ. ໂຄ​ສົກ​ທ່ານ​ນຶ່ງ ​ຂອງກອງ​ທັບ​ສະ​ຫະ​ລັດ​ປະ​ຈຳ​ຢູ່​ໃນອັ​ຟ​ກາ​ນິ​ສຖານໃນ​ເວ​ລາຕໍ່​ ມາ​ກໍ​ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ​ວ່າ ບໍ່​ມີ​ສິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າເຮືອ​ບິນ​ໄດ້ຕົກ​ລົງຍ້ອນຖືກ​ສັດ​ຕູ​ຍິງ​ເລີຍ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ, ທ່ານ ມາກ​ຄ໌ ແອັ​ສ​ເພີ (Mark Esper) ກ່າວ​ວ່າ ທ່ານ​ກໍ​ກຳ​ລັງ​ຕິດ​ຕາມ​ເບິ່ງ​ສະ​ພາບ​ການນັ້ນ​ຢູ່​ຕະ​ຫລອດ.

ທ່ານກ່າວ​ຕໍ່​ພວກນັກ​ຂ່າວຢູ່ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່​ທຳ​ນຽບ​ຫ້າ​ແຈ​ໃນ​ວັນ​ຈັນ​ວານນີ້ ຮ່ວມ​ກັບ ລັດ​ຖະ​ມົນ​ຕີ​ກະ​ຊວງກອງ​ທັບ ຂອງ​ຝ​ຣັ່ງ, ທ່ານຟ​ລໍ​ເຣັນ​ສ໌ ພາ​ລີ (Florence Parly) ວ່າ "ຂ້າ​ພະ​ເຈົ້າ​ຮູ້​ກ່ຽວ​ກັບ​ສະ​ພາບການນັ້ນ ຢູ່."

ຄຳ​ເວົ້າ​ກ່ຽວ​ກັບ​ເຫດ​ເຮືອ​ບິນ​ຕົກ​ແມ່ນ​ມາ​ຈາກ​ສື່​ສັງ​ຄົມ​ອອນ​ລາຍ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ຊຶ່ງ​ລາຍ​ງານ​ໂດຍ​ຄົນ​ໃນ​ທ້ອງ​ຖິ່ນ​ຂອງ​ແຂວງກາ​ສ​ນີ. ບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່​ມາ ກຸ່ມ​ຕາ​ລີ​ບານ ​ກໍ​ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງວ່າ ເຮືອ​ບິນ​ໄດ້​ຕົ​ກ​ລົງ​ໃນ​ຕອນ​ທ່ຽງ​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ແລະ​ບໍ່​ມີ​ໃຜລອດ​ຊີ​ວິດ​ມາ​ໄດ້​ເລີຍ. "ເຮືອ​ບິນ​ສອດ​ແນມ​ຂອງສັດ​ຕູ​ໄດ້​ຕົກ​ລົງ​ຢູ່​ໃນເຂດຊາ​ໂດ ເຄ​ໂລ (Sado Khelo) ຂອງ​ເມືອງເດ​ຢັກ (Deh Yak) ແຂວງ​ກາ​ສ​ນີ ໃນ​ຕອນ​ທ່ຽງ​ມື້ນີ້ ຊຶ່ງ​ເຮັດ​ໃຫ້ພະ​ນັກ​ງານ​ການ​ບິນ & ສະ​ມາ​ຊິກ​ຂັ້ນ​ສູງ​ຂອງ CIA ເສຍ​ຊີ​ວິດ ​ໝົດ​ທຸກ​ຄົນ. ຊາກ​ຫັກ​ພັງ & ສົບ​ຄົນ​ຕາຍ​ ແມ່ນດອຍ​ຢູ່​ໃນ​ບ່ອນ​ເຮືອ​ບິນ​ຕົກ​," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານຊາ​ບີ​ລ​ລາ ມູ​ຈາ​ຮິດ (Zabiullah Mujahid) ໂຄ​ສົກ​ຂອງກຸ່ມ​ຕາ​ລີ​ບານທີ່ ຂຽນ​ຢູ່​ໃນ​ທວີດ​ເຕີ.

ກຸ່ມ​ຕາ​ລີ​ບານມີ​ຊື່​ສຽງ​ໃນ​ການ​ເວົ້າ​ເກີນ​ຄວາມຈິງກ່ຽວ​ກັບ​ຈຳ​ນວນ​ຄົນ​ໄດ້​ຮັບ​ບາດ​ເຈັບ ແລະ​ເສຍ​ຊີ​ວິດ ແລະທ່ານມູ​ຈາ​ຮິດບໍ່​ໄດ້​ໃຫ້​ຫລັກ​ຖານ​ໃດໆ​ກ່ຽວ​ກັບຂໍ້​ກ່າວ​ອ້າງ​ຂອງ​ທ່ານເລີຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG