ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ຫານ ສະ​ຫະ​ລັດ 5 ຄົນ​ ເສຍ​ຊີ​ວິດ ໃນ​ອຸ​ບັດ​ຕິ​ເຫ​ດ ລະ​ຫວ່າງ​ການ​ຊ້ອມ​ເຕີມ​ນ້ຳ​ມັນ​ກາງ​ອາ​ກາດ ໃນ​ທະ​ເລ ​ເມ​ດີ​ເທີ​ເຣ​ນຽນ


ເຮືອ​ບິນ B-52H ຂອງກອ​ງ​ທັບ ສະ​ຫະ​ລັດ ຕື່ມ​ນໍ້​ມ​ມັນ​ໃນ​ເຂດ​ຄວາມ​ຮັບ​ຜິດ​ຊອບ​ຂອງກອງ​ບັນ​ຊາ​ການ​ສູນ​ກາງ ສະ​ຫະ​ລັດ 30 ທັນ​ວາ 2020. (U.S. Air Force via AP)
ເຮືອ​ບິນ B-52H ຂອງກອ​ງ​ທັບ ສະ​ຫະ​ລັດ ຕື່ມ​ນໍ້​ມ​ມັນ​ໃນ​ເຂດ​ຄວາມ​ຮັບ​ຜິດ​ຊອບ​ຂອງກອງ​ບັນ​ຊາ​ການ​ສູນ​ກາງ ສະ​ຫະ​ລັດ 30 ທັນ​ວາ 2020. (U.S. Air Force via AP)

ທະ​ຫານ ສະ​ຫະ​ລັດ 5 ຄົ​ນ​ໄດ້​ເສຍ​ຊີ​ວິດ​ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ ເວ​ລາ​ທີ່​ເຮືອ​ບິນ​ຂອງ​ເຂົາ​ເຈົ້າ​ໄດ້​ຕົກ​ລົງ​ໃນ​ທະ​ເລ​ ເມ​ດີ​ເທີ​ເຣ​ນຽນ ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ພາ​ລະ​ກິດ​ຊ້ອມ​ເຕີມ​ນ້ຳ​ມັນ​ກາງ​ອາ​ກາດ, ອີງ​ຕາມ​ກະ​ຊວງ​ປ້ອງ​ກັນ​ປະ​ເທດກ່າວ​ໃນ​ວັນ​ອາ​ທິດ​ວານນີ້.

ກອງ​ບັນ​ຊາ​ການ ຢູ​ໂຣບ ຂອງ ສະ​ຫະ​ລັດ ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ເພີ່ມ​ເຕີມ ກ່ຽວ​ກັບ ເຫດ​ການ​ດັ່ງ​ກ່າວ ຫຼືວ່າ​ມັນ​ເກີດ​ຂຶ້ນ​ຢູ່​ໃສ ແຕ່​ໄດ້​ກ່າວ​ວ່າ​ອຸ​ບັດ​ຕິ​ເຫ​ດ​ນັ້ນ​ບໍ່​ໄດ້​ປະ​ກອບ​ມີ​ການ​ຍິງ​ມຸ່ງ​ຮ້າຍ. ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ລາຍ​ຊື່​ຂອງ​ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ແມ່ນບໍ່​ໄດ້​ຖືກ​ເປີດ​ເຜີຍ​ຈົນ​ກວ່າ 24 ຊົ່ວ​ໂມງຫຼັງ​ຈາກ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຖືກ​ແຈ້ງ​ໃຫ້​ຊາບ.

ກອງ​ທັບ ສະ​ຫະ​ລັດ ໄດ້​ສົ່ງ​ກຳ​ປັ່ນ​ບັນ​ທຸ​ກ​ເຮື​ອ​ບິນ​ສອງ​ລຳ, ກຳ​ປັ່ນ​ໜູນຫຼັງ​ຂອງ​ເຂົາ​ເຈົ້າ ແລະ ເຮືອ​ບິນຫຼາຍ​ສິ​ບ​ລຳ​ໄປ​ພາກ​ຕາ​ເວັນ​ອອກ​ຂອງ​ທະ​ເລ ເມ​ດີ​ເທີ​ເຣ​ນຽນ ນັບ​ຕັ້ງ​ແຕ່​ການ​ໂຈມ​ຕີ​ແບບບໍ່​ຄາດ​ຄິດ​ຂອງ ກຸ່ມ​ຮາ​ມາ​ສ ຕໍ່ ອິ​ສ​ຣາ​ແອ​ລ ເມື່ອ​ວັນ​ທີ 7 ຕຸ​ລາ​ທີ່​ຜ່ານ​ມາ, ເພື່ອ​ດຳ​ເນີນ​ການ​ຢັບ​ຢັ້ງ​ຕໍ່​ການ​ແຜ່​ລາມ​ຂອງ​ຄວາມ​ຂັດ​ແຍ້ງ.

ເຮືອ​ບິນ ແລະ ກຳ​ປັ່ນ​ຂອງກອງ​ທັບ ສະ​ຫະ​ລັດ ທີ່​ຢູ່​ໃກ້​ຄຽງ​ແມ່ນ​ໄດ້​ເລີ່ມ​ການ​ຄົ້ນ​ຫາ​ຊາກ​ເຮື​ອ​ບິນ​ນັ້ນ​ໃນ​ທັນ​ທີ, ໃນ​ຂະ​ນະ​ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ເປີດ​ກາ​ນ​ສືບ​ສວນ​ສອບ​ສວນ ກ່ຽວ​ກັບ ສາ​ເຫດ​ຂອງ​ອຸ​ບັນ​ຕິ​ເຫດ​ນັ້ນ.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແລະ ສະ​ຕີ​ໝາຍ​ເລກ​ນຶ່ງ​ທ່ານ​ນາງ ຈິ​ລ ໄບ​ເດັນ ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ທະ​ຫານ 5 ຄົນ​ທີ່​ໄດ້​ເສຍ​ຊີ​ວິດ, ໂດຍ​ກ່າວ​ວ່າ “ຄວາມ​ກ້າຫານ ແລະ ການ​ເສຍ​ສະຫຼະໃນ​ແຕ່​ລະ​ວັນ” ຂອ​ງ​ທະ​ຫານ​ຂອງ​ປະ​ເທດ “ແມ່ນ​ຂໍ້​ພິ​ສູດ​ຢ່າງ​ແຈ່ມ​ແຈ້ງ​ທີ່​ມີ​ມາ​ຕະຫຼອດ​ຕໍ່​ສິ່ງ​ທີ່​ດີ​ທີ່​ສຸດ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ. ທ່ານນ​າງ ຈິ​ລ ແລະ ຂ້າ​ພະ​ເຈົ້າ​ຂໍສູດ​ມົນ​ພາ​ວະ​ນາ​ສຳ​ລັບ​ຄອບ​ຄົວ ແລະ ໝູ່​ເພື່ອນ​ຜູ້​ທີ່​ໄດ້​ສູນ​ເສຍ​ຄົນ​ຮັກ​ທີ່​ມີ​ຄ່າ​ຂອງ​ເຂົາ​ເຈົ້າ, ໃຫ້​ມີ​ຈິດ​ໃຈ​ທີ່​ສະ​ຫງົບ.”

XS
SM
MD
LG