ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນາຍທະຫານ ສຫລ ວ່າ ລູກສອນໄຟ ທີ່ຍິງໃສ່ ຣິຢາດ ແມ່ນເຮັດຢູ່ ອີຣ່ານ


ຜູ້ບັນຊາການກອງທັບອາກາດ ສຫລ ໃນພາກຕາເວັນອອກກາງ ທີ່ກາຕ້າ ພົນໂທ Jeffrey L. Harrigian ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ດູບາຍ ສະຫະລັດ ອາຣັບ ເອເມີເຣສ. (10 ພະຈິກ 2017)
ຜູ້ບັນຊາການກອງທັບອາກາດ ສຫລ ໃນພາກຕາເວັນອອກກາງ ທີ່ກາຕ້າ ພົນໂທ Jeffrey L. Harrigian ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ດູບາຍ ສະຫະລັດ ອາຣັບ ເອເມີເຣສ. (10 ພະຈິກ 2017)

ລູກສອນໄຟ ທີ່ຍິງໄປໃສ່ສະໜາມບິນ ຊາອຸດີ ອາຣາເບຍ ໃນອາທິດແລ້ວນີ້ ໂດຍພວກ ກະບົດຮູຕີນັ້ນ ແມ່ນມາຈາດອີຣ່ານ ແລະສະແດງໃຫ້ເຫັນວ່າເຮັດໂດຍອີຣ່ານ ອີງຕາມ
ຜູ້ບັນຊາການອະວຸໂສຂອງກອງທັບອາກາດສະຫະລັດໃນພາກຕາເວັນອອກກາງ.

ໃນການຖະແຫຼງຕໍ່ກອງປະຊຸມນັກຂ່າວ ທີ່ດູບາຍ ໃນວັນສຸກວານນີ້ ພົນໂທ Jeffrey L. Harrigian ກ່າວວ່າ ໃນເວລານີ້ ພວກເຈົ້າໜ້າທີ່ ກຳລັງສືບສວນຢູ່ວ່າ ລູກສອນໄຟດັ່ງ
ກ່າວນີ້ ຖືກລັກລອບເຂົ້າໄປໃນປະເທດເຢເມນແບບໃດ.

ອົງມົງກຸດຣາຊະກຸມານ ຂອງຊາອຸດີ ເຈົ້າຟ້າຊາຍ Mohammed bin Salman ໄດ້
ກ່າວຫາອີຣ່ານວ່າ “ທຳການຮຸກຮານ ທາງທະຫານໂດຍກົງ” ຫຼັງຈາກພວກກະບົດຮູ
ຕີ ໄດ້ຍິງລູກສອນໄຟ ໄປໃສ່ສະໜາມບິນ ນະຄອນຣິຢາດ. ເຈົ້າຟ້າຊາຍຊົງກ່າວວ່າ ການຍິງລູກສອນໄຟດັ່ງກ່າວນີ້ ແມ່ນເທົ່າກັນກັບ “ເປັນການເຮັດສົງຄາມ.”

ເອກອັກຄະລັດຖະທູດ ສຫລ ປະຈຳ ສະຫະປະຊາຊາດ ທ່ານນາງ Nikki Haley
ເອກອັກຄະລັດຖະທູດ ສຫລ ປະຈຳ ສະຫະປະຊາຊາດ ທ່ານນາງ Nikki Haley

ອີຣ່ານໄດ້ປະຕິເສດວ່າ ຕົນບໍ່ມີສ່ວນພົວພັນໃດໆກັບການຍິງລູກສອນໄຟດັ່ງກ່າວແລະ ເອີ້ນການກ່າວຫາ ຂອງຊາອຸດີ ອາຣາເບຍວ່າ ກົງກັນຂ້າມກັບຄວາມເປັນຈິງແລະເປັນ ອັນຕະລາຍທີ່ສຸດ.

ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ Nikki
Haley ໄດ້ກ່າວຫາອີຣ່ານວ່າ ລະເມີດມະຕິ 2 ຂໍ້ຂອງອົງການສະຫະປະຊາຊາດທີ່ໄດ້
ສະໜອງລູກສອນໄຟ ໃຫ້ແກ່ພວກກະບົດຮູຕີ ແລະ ກ່າວວ່າ ສະຫະລັດຈະບໍ່ເຮັດຕາ ບອດອີກຕໍ່ໄປແລ້ວ ໃນການລ່ວງລະເມີດກົດໝາຍນາໆຊາດທີ່ຮ້າຍແຮງເຫຼົ່ານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG