ເຈົ້າໜ້າທີ່ອາວຸໂສກອງບັນຊາການ ອິນໂດ-ປາຊີຟິກ ຂອງ ສະຫະລັດ ຄົນນຶ່ງໄດ້ຢືນຢັນ
ໃນວັນທີ 15 ສິງຫາທີ່ຜ່ານມາວ່າ ກຳປູເຈຍ ແລະ ຈີນ ແມ່ນກຳລັງດຳເນີນການ ກ່ຽວກັບ
ຖານທັບສຳລັບກອງທັບເຮືອຂອງ ຈີນ ໃນແຂວງ ເພຣຍ ສີຫານຸກ ຂອງປະເທດທີ່ຕັ້ງຢູ່
ເອເຊຍຕາເວັນອອກສຽງໃຕ້ນັ້ນ.
ພົນຈັດຕະວາຂອງກອງທັບບົກ ທ່ານ ໂຈແອລ ບີ ວາວ (Joel B. Vowell) ໄດ້ກ່າວວ່າ
ການກໍ່ສ້າງຈະເລີ່ມຂຶ້ນໃນປີໜ້າຢູ່ຖານທັບເຮືອ ຣຽມ, ເຊິ່ງທ່ານໄດ້ຢືນຢັນຕໍ່ກຸ່ມຂອງ
ບັນດານັກຂ່າວໃນທ້ອງຖິ່ນຢູ່ທີ່ນີ້ວ່າ ກຳປູເຈຍ ຈະອະນຸຍາດໃຫ້ ຈີນ ເຂົ້າຫານ່ານນ້ຳ
ເລິກຂອງເຂດຊາຍຝັ່ງນັ້ນຢູ່ອ່າວຂອງປະເທດ ໄທ.
ທ່ານ ວາວ, ຮອງຜູ້ອຳນວຍການຂອງກອງບັນຊາການ ສຳລັບແຜນການຍຸດທະສາດ
ແລະນະໂຍບາຍ ໄດ້ກ່າວວ່າ “ພວກເຮົາມີຂໍ້ມູນທີ່ບອກພວກເຮົາວ່າ ມັນຈະມີການ
ພັດທະນາບາງຢ່າງໂດຍ ສາທາລະນະລັດ ປະຊາຊົນ ຈີນ ເພື່ອສ້າງຖານທັບເຮືອຢູ່
ເມືອງ ຣຽມ.
ທ່ານໄດ້ກ່າວວ່າ “ສະນັ້ນມັນໄດ້ບອກຂ້າພະເຈົ້າວ່າ ເຂົາເຈົ້າຢາກສ້າງບາງຢ່າງຢູ່ທີ່ນັ້ນ,
ສະຖານທີ່ຕ່າງໆທີ່ເປັນທ່າເຮືອໃຫຍ່, ເຖິງເຄຫາສະຖານ ແລະ ບ່ອນຮັກສາການວາງ
ແຜນທາງທະເລຂອງກຳລັງຕໍ່ສູ້ຈາກເມືອງ ຣຽມ.”
ບັນດາເຈົ້າໜ້າທີ່ ທຳນຽບຫ້າແຈໃນນະຄອນຫຼວງ ວໍຊິງຕັນ ບໍ່ໄດ້ໃຫ້ຄຳເຫັນ ກ່ຽວກັບ
ການກ່າວຂອງທ່ານ ວາວ.
ທ່ານ ວາວ ໄດ້ເອີ້ນແຜນການຂະຫຍາຍກອງທັບ ຈີນ ໃນ ກຳປູເຈຍ ວ່າ “ແມ່ນຄວາມ
ເປັນຫ່ວງທີ່ໃຫຍ່” ສຳລັບ ສະຫະລັດ ແລະ ພັນທະມິດຂອງເຂົາເຈົ້າໃນພາກພື້ນນັ້ນ.”