ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ສະຫະລັດ ມອງເຫັນສັນຍານ ການປ່ຽນແປງ ອັນໃຫຍ່ຫຼວງໃນ ເກົາຫຼີເໜືອ


ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຍິ້ມ ໃນລະຫວ່າງ
ການຢ້ຽມຢາມສະຖານີໄຟຟ້າ ໂອຣັງຈອນ ທີ່ກຳລັງຢູ່ໃນ
ລະຫວ່າງການກໍ່ສ້າງ. ພາບນີ້ຖືກເປີດເຜີຍໂດຍອົງການ
ຂ່າວສູນກາງຂອງ ເກົາຫຼີເໜືອ ໃນນະຄອນຫຼວງ ພຽງຢາງ, ເກົາຫຼີເໜືອ. 17 ກໍລະກົດ, 2018.
ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຍິ້ມ ໃນລະຫວ່າງ ການຢ້ຽມຢາມສະຖານີໄຟຟ້າ ໂອຣັງຈອນ ທີ່ກຳລັງຢູ່ໃນ ລະຫວ່າງການກໍ່ສ້າງ. ພາບນີ້ຖືກເປີດເຜີຍໂດຍອົງການ ຂ່າວສູນກາງຂອງ ເກົາຫຼີເໜືອ ໃນນະຄອນຫຼວງ ພຽງຢາງ, ເກົາຫຼີເໜືອ. 17 ກໍລະກົດ, 2018.

ເຈົ້າໜ້າທີ່ລະດັບສູງຄົນນຶ່ງ ຂອງ ກອງທັບສະຫະລັດ ໄດ້ເອີ້ນຜູ້ນຳ ເກົາຫຼີ ເໜືອ ທ່ານ
ກິມ ຈົງ ອຶນ ວ່າ “ຜູ້ຊາຍທີ່ມີສັດຈະ” ໃນຂະນະທີ່ທ່ານ ໄດ້ສະໜັບສະໜູນການຢືນຢັນ
ໂດຍບັນດາເຈົ້າໜ້າທີ່ຄົນສຳຄັນອື່ນໆ ວ່າ ການເຈລະຈາກັບ ພຽງຢາງ ແມ່ນກຳລັງມີ
ຄວາມກ້າວໜ້າ.

ຜູ້ບັນຊາການກອງກຳລັງ ສະຫະລັດ ໃນ ເກົາຫຼີ ນາຍພົນ ວິນເຊັ້ນ ບຣຸກສ໌ (Vincent
Brooks) ກ່າວວ່າ ນັບຕັ້ງແຕ່ການຍິງລູກ ສອນໄຟຄັ້ງສຸດທ້າຍຂອງ ເກົາຫຼີເໜືອ ໃນ
ເດືອນພະຈິກ, 2017 ທີ່ ຜ່ານມາ, ຄຳເວົ້າ ແລະ ການກະທຳຕ່າງໆຈາກ ພຽງຢາງ
“ໄດ້ໃຫ້ ສັນຍານເຖິງການປ່ຽນແປງດ້ານທິດທາງ, ບາງເທື່ອອາດແມ່ນການ ປ່ຽນແປງ
ໃນເຫດຜົນທີ່ພວກເຮົາໄດ້ຫວັງເອົາໄວ້.”

ທ່ານ ບຣຸກສ໌ ໄດ້ເວົ້າໃນວັນເສົາວານນີ້ ຕໍ່ທີ່ປະຊຸມການຮັກ ສາຄວາມປອດໄພ
ແອັສເປັນ (Aspen Security Forum), ໃນລັດ ໂຄໂລຣາໂດ ຜ່ານທາງວິດີໂອ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ລັດຖະມົນຕີກະ ຊວງການຕ່າງ
ປະເທດ ທ່ານ ໄມຄ໌ ພອມພຽວ ໄດ້ກ່າວໃນແງ່ບວກ ຢ່າງຊໍ້າແລ້ວຊໍ້າອີກ ກ່ຽວກັບ ການ
ເຈລະຈາທີ່ກຳລັງດຳເນີນຢູ່ກັບ ເກົາຫຼີເໜືອ ນັບຕັ້ງແຕ່ທ່ານ ທຣຳ ກັບ ທ່ານ ກິມ ໄດ້
ພົບປະກັນໃນປະເທດ ສິງກະໂປ ເມື່ອເດືອນແລ້ວນີ້.

ໃນວັນສຸກທີ່ຜ່ານມາ, ທ່ານ ພອມພຽວ ກ່າວວ່າ ທ່ານ ແລະ ປະທານາທິບໍດີ ຍັງຄົງ “ມີ
ຄວາມຫວັງ” ກ່ຽວກັບ ໂອກາດທີ່ ເກົາຫຼີເໜືອ ຈະດຳເນີນການປົດອາວຸດນິວເຄລຍໃຫ້
ສຳເລັດ ແລະ ສາມາດຢືນຢັນໄດ້.

ໃນປັດຈຸບັນ, ບາງຄົນໃນປະຊາຄົມສືບລັບໄດ້ກ່າວແບບສົງໄສວ່າ ພຽງຢາງ ສາມາດ
ເປັນທີ່ເຊື່ອຖືໄດ້, ແລະ ມັນມີລາຍງານຕ່າງໆວ່າ ແທນທີ່ຈະຫຼຸດກິດຈະກຳທັງຫຼາຍຂອງ
ເຂົາເຈົ້າລົງນັ້ນ, ເກົາຫຼີເໜືອ ແທ້ຈິງແລ້ວ ໄດ້ຂະຫຍາຍການຜະລິດເຊື້ອໄຟນິວເຄລຍ
ຂອງເຂົາເຈົ້າຂຶ້ນຕື່ມ.

ພາບຖ່າຍຈາກດາວທຽມ ແລະ ບັນດາເຈົ້າໜ້າທີ່ສືບລັບ ສະຫະລັດ ຍັງໄດ້ຊີ້ໃຫ້ເຫັນ
ຫຼັກຖານ ກ່ຽວກັບ ການສືບຕໍ່ ເຮັດວຽກ ທີ່ສະຖານທີ່ ເລິກລັບຫຼາຍແຫ່ງໃນທົ່ວປະເທດ.

ນາຍພົນ ບຣຸກສ໌ ໄດ້ປະຕິເສດ ທີ່ຈະຢືນຢັນ ຫຼື ປະຕິເສດລາຍງານດັ່ງກ່າວນັ້ນ ໃນວັນ
ເສົາວານນີ້, ແລະ ໄດ້ຮັບຮູ້ວ່າ ໄພຂົ່ມຂູ່ແມ່ນຍັງມີຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG