ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຕິດຕາມ ການເຄື່ອນໄຫວທາງທະຫານ ຂອງເກົາຫຼີເໜືອ (ເບິ່ງວີດີໂອ)


ທະຫານເກົາຫຼີເໜືອ ທີ່ພວມເດີນສວນສະໜາມ
ທະຫານເກົາຫຼີເໜືອ ທີ່ພວມເດີນສວນສະໜາມ

ກະຊວງປ້ອງກັນປະເທດສະຫະລັດພວມຈັບຕາຢ່າງໃກ້ຊິດເບິ່ງເຫດການຕ່າງໆຢູ່ໃນແຫຼມເກົາຫຼີ ຫຼັງຈາກທ່ານກິມຈົງອິລ ຜູ້ນຳຂອງເກົາຫຼີເໜືອໄດ້ເຖິງແກ່ມໍລະນະກຳ. ຜູ້ສື່ຂ່າວຂອງວີໂອ ເອປະຈຳທຳນຽບຫ້າແຈ Luis Ramirez ມີລາຍງານວ່າ ລັດຖະມົນຕີກະຊວງປ້ອງກັນປະ ເທດຂອງສະຫະລັດ ໄດ້ທຳການ ຕິດຕໍ່ກັບພວກເຈົ້າໜ້າທີ່ທະຫານຂອງເກົາຫຼີໃຕ້ ບໍ່ເທົ່າໃດ ຊົ່ວໂມງຫຼັງຈາກທ່ານກິມເຖິງແກ່ມໍລະນະກຳ

ເຈົ້າໜ້າ​ທີ່​ຂອງ​ທຳນຽບຫ້າ​ແຈ​ກ່າວ​ວ່າ ສະຫະລັດ​ບໍ່​ໄດ້​ພົບ​ເຫັນ​ການ​ເຄື່ອນ​ທີ່​ຜິດ​ປົກກະຕິ​ທາງ
ດ້ານ​ທະຫານ​ໃດໆ​ຂອງ​ເກົາຫຼີ​ເໜືອ.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດທ່ານ Leon Panetta ພວມ ຢູ່​ທີ່​ລັດ Ca-
lifornia ບ້ານ​ເກີດ​ຂອງ​ທ່ານ​ແລະ​ໄດ້​ໂອ້​ລົມ​ທາງໂທລະສັບ​ກັບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ
ປະ​ເທດ​ຂອງ​ເກົາຫຼີ​ໃຕ້​ໃນ​ມື້ວັນ​ຈັນ​ຜ່ານ​ມານີ້ ກ່ຽວ​ກັບ​ເຫດການ​ຕ່າງໆ ​ໃນ​ໄລຍະ​ສອງ​ສາມມື້
ຂ້າງ​ໜ້ານີ້.

ທ່ານ George Little ​ໂຄສົກ​ຂອງ​ທຳນຽບຫ້າ​ແຈ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ຫົວໜ້າ​ກະຊວງ
ປ້ອງ​ກັນ​ປະ​ເທດ​ສະຫະລັດ​ແລະ​ຄູ່​ຕຳ​ແໜ່​ງຝ່າຍ​ເກົາຫຼີ​ໃຕ້​ໄດ້​ໃຫ້​ຄຳໝັ້ນສັນຍາ​ວ່າຈະ​ແຈ້ງ​ໃຫ້​
ກັນ​ແລະ​ກັນຊາ​ບກ່ຽວ​ກັບ​ເຫດການ​ຕ່າງໆ​ໃນ​ໄລຍະ ສອງ​ສາມມື້ຂ້າງ​ໜ້ານີ້.

ທ່ານ Little ​ເວົ້າວ່າ “ທັງລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ສະຫະລັດ​ແລະ​ເກົາຫຼີ​
ໃຕ້​ເຂົ້າ​ໃຈດີ​ວ່າມັນ​ເປັນ​ເວລາ​ທີ່​ຫຼໍ່​ແຫຼມ​ ແລະ​ພວກ​ທ່ານຈຳ​ເປັນ​ຕ້ອງ​ໄດ້​ຕິດຕາມ
ຢ່າ​ງ​ໃກ້ຊິດເບິ່ງ​ການ​ເຄື່ອນ​ໄຫວ​ຢູ່​ໃນ​ເກົາຫຼີ​ເໜືອ​ແລະ​ໃນ​ແຫຼມ​ເກົາຫຼີ​ນຳ.”

ມີ​ລາຍ​ງານ​ວ່າ ​ໄດ້​ມີ​ການ​ຍິງ​ທົດ​ລອງ​ລູກ​ສອນໄຟ​ຫຼັງຈາກ​ທ່ານ​ກິມ​ເຖິງ​ແກ່​ມໍລະນະ​ກຳ. ​ເຈົ້າ
ໜ້າ​ທີ່​ອະ​ວຸ​ໂສ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດທີ່​ຂໍ​ສະຫງວນ​ຊື່ ກ່າວ​ວ່າ ພວກ​ທ່ານ​ເຊື່ອ​ວ່າການ​ຍິງ​
ທົດ​ລອງ​ລູກ​ສອນ​ໄຟ ​ແມ່ນ​ໄດ້​ມີ​ການວາງ​ແຜນ​ລ່ວງໜ້າ​ໄວ້​ແລ້ວ ​ແລະ​ບໍ່​ມີ​ສ່ວນ​ພົວພັນ​ໃດໆ
ກັບ​ການ​ເຖິງ​ແ​ກ່ມໍລະນະ​ກຳ​ຂອງ​ຜູ້ນຳ​ເກົາຫຼີ​ເໜືອ.

ທ່ານ Dough Bandow ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ ທີ່​ສະ​ຖາ​ບັນ​ຄົ້ນຄວ້າ Cato ​ໃນ​ກຸງ​ວໍ​
ຊິງ​ຕັນ​ກ່າວ​ວ່າການ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ທ່ານ​ກິມໄດ້​ພ​າ​ໃຫ້ເກີດຄວາມ​ບໍ່​ທຸ່ນ​ທ່ຽງ​ຂຶ້ນແລະ
ມີ​ທ່າ​ທາງ​ວ່າ​ຈະ​ເກີດ​ການ​ຕໍ່ສູ້​ຍາດ​ແຍ່ງ​ອຳ ນາດ​ຂຶ້ນ.

ທ່ານ Bandow ​ເວົ້າວ່າ “ມັນ​ເປັນ​ເລື່ອງ​ທີ່​ຍາກ​ຫຼາຍທີ່​ຈະ​ຮູ້​ໄດ້​ວ່າ​ນະ​ໂຍບາຍຂອງ
ເກົາຫຼີ​ເໜືອ​ຈະ​ເປັນ​ແນວ​ໃດ ທັງ​ທາງ​ດ້ານ​ການ​ເມືອງ​ແລະ​ດ້ານ​ທະຫານ​ໃນຊ່ວງ​
ເວລາ​ໄລຍະ​ນັ້ນ. ທຸກໆ​ຄົນ​ຢູ່​ໃນ​ຂົງ​ເຂດຕ່າງ​ກໍ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ.”

ທ່ານ​ເວົ້າວ່າ ​ໃນ​ຂະນະ​ທີ່​ຍັງ​ບໍ່​ມີ​ລາຍ​ງານ​ວ່າມີ​ການ​ເຄື່ອນ​ໄຫວ​ທີ່​ຜິດ​ປົກກະຕິຂອງ​ເກົາຫຼີ​ເໜືອ
ກຳລັງ​ຂອງ​ສະຫະລັດ​ ກໍ​ບໍ່​ມີ​ເຫດຜົນ​ໃດໆ​ທີ່​ຈະ​ຕ້ອງ​ຢູ່​ໃນ​ທ່າກຽມພ້ອມ ໃນໄລຍະ​ສອງ​ສາມມື້
ຂ້າງ​ໜ້ານີ້.

ທ່ານ Bandow ​ເວົ້າວ່າ “ການ​ບໍ່​ມີ​ສະ​ເຖຍລະ​ພາບ​ໃດໆ​ກໍ​ຕາ​ມໃນ​ດ້ານ​ທິດ​ສະ​ດີ​ແລ້ວ
ອາດ​ຈະ​ພາ​ໃຫ້​ໂອກາດ​ທີ່​ຈະ​ເກີດ​ສົງຄາມ​ແມ່ນ​ມີ​ສູງ​ຂຶ້ນ. ຂ້າພະ​ເຈົ້າຄິດ​ວ່າມັນ​ມີ​ທ່າ​
ທາງ​ທີ່​ຈະ​ເປັນ​ໄປ​ໄດ້​ ໜ້ອຍ​ທີ່​ສຸດ ​ແຕ່​ຖ້າ​ທ່ານ​ ຫາກ​ເປັນ​ທະຫານ​ອະເມຣິກັນ​ແລ້ວ
ທ່ານ​ຕ້ອງ​ຮັບ​ຮູ້​ວ່າບາງທີມັນ​ອາດ​ຈະ​ມີ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ຄວາມປອດ​ໄພແລະ​
ຄວາມ​ວິຕົກ​ກັງວົນເພີ່ມ​ຂຶ້ນ ກ່ຽວ​ກັບ​ທຸກໆ​ຢ່າງ​ທີ່​ເກີດ​ຂຶ້ນຢູ່ ​ໃນ​ບໍລິ​ເວນ​ຊາຍ​ແດນ.”

ທ່ານ Bruce Klingner ​ເປັນ​ອະດີດ​ສະມາ​ຊິກ​ຄົນ​ນຶ່ງ​ຂອງ​ປະຊາ​ຄົມ​ສືບ​ລັບສະຫະລັດຊຶ່ງ
ໃນເວລາ​ນີ້​ເປັນ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ ທີ່​ມູນ​ນິທິ Heritage Foundation ທີ່​ໃຫ້​ຄຳ​ແນະ​ນຳ​ໃນ
ດ້ານນະ​ໂຍບາຍ. ທ່ານ​ກ່າວ​ວ່າມັນ​ຍັງ​ບໍ່​ທັນ​ແນ່​ນອນ​ເທື່ອ​ວ່າຜູ້​ສືບ​ທອດ​ອຳນາດ​ຕໍ່​ຈາກ​ທ່ານ
ກິມຈະ​ປະ​ຕິ​ບັດ​ຕົນ​ແນວ​ໃດ.

ທ່ານ Klingner ກ່າວ​ວ່າ “ບາງທີ​ທ່ານ​ກິມຈົງ​ອຸນ ອາດມີ​ຄວາມ​ຮູ້ສຶກ​ຫຼາຍຂຶ້ນວ່າ​ຈຳ​
ເປັນ​ຕ້ອງໄດ້​ໃຊ້​ວິທີ​ການ​ກໍ່​ກວນເພື່ອ​ກະຕຸກ​ຊຸກຍູ້ໃຫ້​ເກີດ​ຄວາມ​ເປັນ​ນໍ້ານຶ່ງ​ໃຈ​ດຽວ ​
ເພື່ອ​ພິສູດ​ໃຫ້​ເຫັນເຖິງ​ຄຸນ​ນະພາ​ບ​ ແລະ​ຄວາ​ມສາມາດ​ຂອງທ່ານ​ ຕໍ່ການ​ທ້າ​ທາຍ​
ໃດໆ​ກໍ​ຕາມ ​ທີ່​ອາດ​ຈະ​ເກີດ​ຂຶ້ນນັ້ນ. ​ໂດຍ​ກ່າ​ວ​ເຖິງ​ພາກສ່ວນ​ເຫຼົ່ານີ້ ທັງ​ໝົດ​ແລ້ວ
ມັນ​ກໍ​ຍັງ​ສືບ​ຕໍ່​ມີ​ຄວາມ​ຫຼໍ່​ແຫຼມສຳຄັນສຳລັບ​ສະຫະລັດ ທີ່​ຈະ​ຮັກສາກຳລັງ​ກອງ​ໜ້າ​
ທີ່​ເຂັ້ມ​ແຂງ​ຢູ່​ປະ​ເທດ​ຍີ່ປຸ່ນ ຮວມທັງ​ທີ່​ເກາະ​ໂອ​ກີ​ນາວາ​ແລະ​ເກົາຫຼີ​ໃຕ້​ເພື່ອ​ສະກັດ
ກັ້ນ​ແລະ​ປ້ອງ​ກັນຕະຫຼອດທັງຖ້າ​ຫາກ​ມີ​ຄວາມ​ຈຳ​ເປັນເອົາ​ຊະນະ​ຕໍ່​ການ​ໂຈມຕີ​ໃດໆ​
ກໍ​ຕາມ​ຂອງ​ເກົາຫຼີ​ເໜືອຫຼືກິດຈະກຳ​ທາງ​ດ້ານ​ທະຫານ​ອື່ນໆ.”

ມີ​ທະຫານ​ອະ​ເມຣິກັນ​ປະມານ 30,000 ຄົນ​ປະຈຳການ​ຢູ່​ທີ່​ເກົາຫຼີ​ໃຕ້​ແລະ​ເຈົ້າໜ້າ​ທີ່​ກ່າວ​ວ່າ
ບໍ່​ໄດ້​ມີ​ການ​ປ່ຽນ​ແປງ​ໃດໆ​ ກ່ຽວ​ກັບລະດັບ​ການ​ກຽມພ້ອມສຳລັບທະຫານ​ສະຫະລັດ​ຢູ່​ໃນ​ຂົງ
ເຂດ. ໃນ​ມື້ວັນ​ຈັນ​ຜ່ານ​ມານີ້ ທຳນຽບຫ້າ​ແຈ​ກ່າວ​ວ່າ ບໍ່​ມີ​ຄວາມ​ຈິງ​ໃດໆ​ກ່ຽວ​ກັບ​ຂ່າວ​ລື​ທີ່​ວ່າ
ຄອບຄົວ​ຂອງ​ພວກ​ທະຫານ​ອະ​ເມຣິກັນ​ໄດ້​ພາກັນ​ເດີນທາງ​ອອກ​ຈາກ​ເກົາຫຼີ​ໃຕ້​ນັ້ນ.

XS
SM
MD
LG