ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກຜູ້ນຳ ກອງທັບ ສຫລ ຈະເນັ້ນໜັກ ໃສ່ຍຸດທະສາດ ຕ້ານລັດອິສລາມ ເວລາໃຫ້ການ ຕໍ່ສະພາ


ຮູບພາບນີ້ໄດ້ຖືກເຜີຍແຜ່ໃນວັນ ທີ່ 4 ເດືອນພຶດສະພາ ຈາກ ແວັບໄຊທ໌ ຂອງພວກຫົວຮຸນແຮງ.
ຮູບພາບນີ້ໄດ້ຖືກເຜີຍແຜ່ໃນວັນ ທີ່ 4 ເດືອນພຶດສະພາ ຈາກ ແວັບໄຊທ໌ ຂອງພວກຫົວຮຸນແຮງ.

ຍຸດ​ທະ​ສາດ​ຂອງ ປະທາ​ນາ​ມິ​ບໍດີ ສະຫະລັດ ທ່ານ Barack
Obama ​ເພື່ອສູ້ ​ລົບ​ກັບພວກ​ຫົວ​ຮຸນ​ແຮງລັດ​ອິສລາມ ມີທ່າ
ທາງວ່າ ຈະ​ເປັນ​ຫົວ​ຂໍ້​ສຳຄັນ ​ໃນ​ວັນ​ພຸດ​ມື້​ນີ້ ​ໃນ​ຂະນະ​ທີ່​ລັດ
ຖະມົນຕີປ້ອງ​ກັນ​ປະ​ເທດຂອງ​ທ່ານ ​ແລະ​ປະທານ​ເສນາ​ທິ
ການ​ຮ່ວມຂອງກອງ​ທັບສະຫະລັດ​ໄປ​ປາກົດ​ໂຕ​ຕໍ່ໜ້າຄະນະ
​ກຳມະການ​ສະພາ ໃນນະຄອນຫຼວງ​ວໍຊິງ​ຕັນ ​ເພື່ອ​ສົນທະ
ນາ​ຫາລື ກ່ຽວກັບສະຖານະ​ການ ​ໃນພາກ ຕາ​ເວັນ​ອອກ​ກາງ.

ລັດຖະມົນຕີປ້ອງ​ກັນ​ປະ​ເທດ ທ່ານ Ash Carter ​ແລະ ປະ
ທານ​ເສນາ​ທິການ​ຮ່ວມຂອງກອງ​ທັບສະຫະລັດ ນາຍ​ພົນ
Martin Dempsey ມີ​ກຳນົດ​ທີ່ຈະໄປ ໃຫ້ການຕໍ່ຄະນະ​ກຳ
ມະການກອງທັບ​ຂອງສະພາ​ຕ່ຳ ນຶ່ງ​ອາທິດ​ຫລັງຈາກ ທ່ານBarack Obama ​ໄດ້​ປະ
ກາດແຜນ​ທີ່​ຈະ​ສົ່ງ​ກຳລັງ​ທະຫານ​ສະຫະລັດເພີ້​ມຕື່ມ ​ໄປ​ໃຫ້​ຄຳ​ແນະນຳ​ ​ແລະ​ຊ່ວ​ຍ​ເຫລືອແກ່ກຳລັງທະຫານ​ອີຣັກ.

Islamic State
please wait
Embed

No media source currently available

0:00 0:00:44 0:00

ທະຫານອາເມຣິກັນ 450 ຄົນ ​ຈະໄປ​ປະຈຳການ​ຢູ່ໃນ​ແຂວງ Anbar ອັນ​ເປັນ​ພາກ​ສ່ວນ
ນຶ່ງ ໃນການດຳເນີນຄວາມ​ພະຍາຍ​າມ ເພື່ອສະໜັບ ສະໜູນການບຸກໂຈມຕີຂອງອີຣັກ ທີ່ຈະຍຶດເອົາເມືອງ Ramadi ​ຊຶ່ງ ເປັນເມືອງ​ຫຼວງ​ຂອງ​ແຂວງດັ່ງກ່າວ​ຄືນ​ມາ ​ແລະ​ເຂດ​
ອຶ່ນໆ​ຈາກກຸ່ມ​ລັດ​ອິສລາມ.

ປະທານາທິບໍດີ ​ໄດ້​ຄັດຄ້ານ​ຕໍ່​ການ​ຮຽກຮ້ອງຂອງພວກຕິຕຽນ ທີ່​ຢາກ ໃຫ້ສົ່ງກຳລັງ​ພາກ
​ພື້ນ​ດິນ​ໄປ​ສູ້​ລົບ ​ແທນ​ທີ່​ຈະກາງຕໍ່ໃສ່ແຕ່ການ​ໂຈມ​ຕີ​ທາງ​ອາກາດ​ຫລາຍ​ກວ່່າ 4,500
ຖ້ຽວຕໍ່ເປົ້າໝາຍຂອງກຸ່ມລັດ​ອິສລາ​ມ​ໃນ​ອີຣັກ ​ແລະ​ຊີ​ເຣຍ ​ໃນ​ລະຍະ 10 ​ເດືອນ​ທີ່​ຜ່ານ
​ມານີ້.

​ຢູ່ໃນ​ລາຍ​ງານ​ສະບັບຫລ້າ​ສຸດ​ຂອງທຳນຽບຫ້າ​ແຈທີ່ແຈ້ງໃຫ້ຊາບກ່ຽວ ກັບການ​ໂຈມ​ຕີ
​ທາງ​ອາກາດ ​ຂອງ​ກຳລັງ​ປະສົມ ກ່າວໃນ​ວັນ​ອັງຄານ​ວານ​ນີ້​ວ່າ ​ເຮືອບິນ​ລົບ ​ໄດ້​ແນໃສ່
​ເປົ້າ​ໝາຍໃສ່ເມືອງ Tal Abyad ຢູ່​ພາກ​ເໜືອ​ຊີ​ເຣຍ ບ່ອນທີ່​ກຳລັງຊາວ Kurd ​ໄດ້​ອ້າງ
ວ່າຕົນໄດ້ເຂົ້າ​ຄວບຄຸມ​ທັງ​ໝົດ ຫລັງ​ຈາກ​ໄດ້​ເລີ້ມ​ທຳ​ການ​ໂຈມ​ຕີ​ອາທິດ​ແລ້ວ​ນີ້ ​ເພື່ອຍຶ​ດ​
ເອົາ​ເມືອ​ງຊາຍ​ແດນ​ທີ່​ສຳຄັນ​ຈາກພວກ​ນັກ​ລົບລັດ​ອິສລາມ.

ການເຂົ້າຍຶດ​ເອົາ​ເມືອງ Tal Abyad ຈະ​ຕັດ​ເສັ້ນທາງ​ທີ່​ເຊື່ອ​ວ່າ ​ເປັນ​ຈຸດ​ທາງເຂົ້າ​ຂອງ
ພວກ​ຫົວ​ຮຸນ​ແຮງ​ໃໝ່ ​ແລະປັດໄຈຕ່າງໆຈາກ​ເທີ​ກີ ​ເທິງເສັ້ນທາງ ທີ່ເຊື່ອງ​ຕໍ່​ກັບ​ນະຄອນ
ຫລວງ Raqqa ຂອງກຸ່ມລັດ​ອິສ ລາມນັ້ນ​.

Kurds, Syrian Rebels Seize Border Town from IS
please wait

No media source currently available

0:00 0:00:29 0:00

XS
SM
MD
LG