ປະທານເສນາທິການຮ່ວມກອງທັບສະຫະລັດ ທ່ານນາຍພົນ Joe Dunford ໄດ້ກ່າວ
ໃນວັນພະຫັດມື້ນີ້ວ່າ “ບໍ່ມີບ່ອນ ສຳຫຼັບການແບ່ງແຍກເຊື້ອຊາດຜິວພັນ ແລະການ
ບໍ່ໂຍະຍານຜ່ອນຜັນ ໃຫ້ແກ່ຜູ້ທີ່ມິຄວາມຄິດ ຕ່າງໄປຈາກຕົນ” ຢູ່ໃນສະຫະລັດ ຫຼື
ໃນກອງທັບ ແລະທ່ານຮູ້ສຶກ “ໂສກເສົ້າເສຍໃຈຫຼາຍ” ກ່ຽວກັບຄວາມຮຸນແຮງ ທີ່ໄດ້
ເກີດຂຶ້ນໃນທ້າຍສັບປະ ດາຜ່ານມາ ໃນເມືອງ Charlottesville ລັດ Virginia.
ໃນການຖະແຫຼງ ລະຫວ່າງທີ່ຢ້ຽມຢາມປັກກິ່ງນັ້ນ ທ່ານ Dunford ໄດ້ກ່າວສັນລະເສີນ
ໃນຄວາມເຫັນທີ່ຄ້າຍຄືກັນກ່ອນໜ້ານີ້ ໂດຍເຈົ້າໜ້າທີ່ຄົນສຳຄັນອື່ນໆ ໃນຫຼາຍໆເຫຼົ່າທັບ
ຂອງສະຫະລັດ.
“ພວກເຂົາເຈົ້າໄດ້ກ່າວໂດຍກົງກັບກອງກຳລັງ ແລະຊາວອາເມຣິກັນ,” ຊຶ່ງທ່ານ
Dunford ໄດ້ກ່າວໄວ້ ແລະທ່ານຍັງກ່າວອີກຕື່ມວ່າ “ສຳຫຼັບກອງກຳລັງນັ້ນ ມັນເປັນທີ່
ຈະແຈ້ງແລ້ວທີ່ວ່າ ການຈຳແນກກີດກັນໃດໆກໍຕາມໃນດ້ານຜິວພັນ ແລະການບໍ່
ໂຍະຍານຜ່ອນຜັນໃຫ້ແກ່ຜູ້ທີ່ຄວາມຄິດແຕກຕ່າງໄປຈາກຕົ້ນນັ້ນ ຈະບໍ່ມີບ່ອນໃນ
ກອງທັບ ແລະຊາວອາເມຣິກັນ ທີ່ຈະຍ້ຳເຕືອນຄວາມຊົງຈຳ ເຖິງຄຸນຄ່າຂອງພວກເຮົາ
ໃນທາງການທະຫານຊຶ່ງສະທ້ອນເຖິງ ສິ່ງທີ່ຂ້າພະເຈົ້າເຊື່ອຖືວ່າ ມັນຄືຄຸນຄ່າຂອງສະຫະລັດອາເມຣິກາ.”
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຍັງສືບຕໍ່ປະເຊີນໜ້າກັບການຕຳໜິຕິຕຽນ
ໃນການຮັບມືຂອງທ່ານ ກັບຄວາມຮຸນແຮງທີ່ທ່ານວ່າ ທັງສອງຝ່າຍ ຄວນເປັນຜູ້ຮັບຜິດ
ຊອບ ຮວມທັງພວກຊາວຜິວຂາວຊາດນິຍົມ ທີ່ຖືວ່າຕົນວິເສດກວ່າໝູ່ ແລະພວກປະທ້ວງ.
ໃນວັນພຸດວານນີ້ ປະທານາທິບໍດີ ໄດ້ປະກາດອອກໄປວ່າ ທ່ານໄດ້ຍຸບຄະນະກຳມະການທີ່ປຶກສາທຸລະກິດ 2 ຄະນະ ຊຶ່ງປະກອບດ້ວຍຜູ້ບໍລິຫານບໍລິສັດຕ່າງໆ, ຫຼັງຈາກທີ່ມີ
ປະທານ ບໍລິສັດ ຢ່າງນ້ອຍ 7 ທ່ານ ໄດ້ພາກັນລາອອກ ຈາກຄະນະກຳມະການທີ່ປຶກສາ
ດັ່ງກ່າວຍ້ອນຄວາມເຫັນຂອງທ່ານນັ້ນ.
ທ່ານທຣຳ ໄດ້ ກ່າວວ່າ “ແທນທີ່ຈະກົດດັນໃຫ້ພວກນັກທຸລະກິດ...ຂ້າພະເຈົ້າຂໍຍຸບ
ທັງສອງຄະນະ. ຂອບໃຈທຸກໆທ່ານ!” ນຶ່ງມື້ກ່ອນໜ້ານີ້ ທ່ານທຣຳ ໄດ້ລະບຸ ພວກທີ່
ລາອອກຈາກຄະນະກຳມະການທີ່ປຶກສາ ວ່າເປັນ “ພວກຜູ້ທີ່ຢາກໄດ້ຮັບຄວາມສົນໃຈ”
ແລະວ່າ ພວກເຂົາເຈົ້າທັງຫຼາຍສາມາດ ແມ່ນສາມາດຖືກແຕ່ງຕັ້ງແທນໂດຍພວກຜູ້ນຳ
ບໍລິສັດອື່ນໆໄດ້ຢ່າງງ່າຍດາຍ.
ໃນການປະກາດຂອງການລາອອກຈາກໂຄງການລິເລີ່ມດ້ານການຜະລິດ ຂອງທ່ານທຣຳ
ກ່ອນທີ່ທ່ານຈະຖືກຍຸບນັ້ນ ທ່ານນາງ Denise Morrison ປະທານແລະເຈົ້າຂອງບໍລິສັດ Campbell’s Soup ໄດ້ກ່າວວ່າ “ການຈຳແນກກີດກັນດ້ານເຊື້ອຊາດຜິວພັນ ແລະການ
ຄາດຕະກຳ ແມ່ນຈະແຈ້ງເປັນທີ່ໜ້າປະນາມ ແລະບໍ່ສາມາດປຽບທຽບ ໃນດ້ານສິນທຳ
ໃສ່ກັບສິ່ງໃດໆກໍຕາມ ທີ່ເກີດຂຶ້ນໃນເມືອງ Charlottesville. ຂ້າພະເຈົ້າເຊື່ອວ່າ
ປະທານາ ທິບໍດີ…ຄວນຈະ ແລະຍັງຈຳເປັນ ທີ່ຈະຕ້ອງໄດ້ກ່າວຢ່າງຈະແຈ້ງ
ໃນຈຸດນັ້ນ.”
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ Rex Tillerson ໄດ້ບອກກັບພວກ
ນັກຂ່າວ ໃນນະຄອນຫຼວງວໍຊີງຕັນວ່າ “ທ່ານຂໍປະນາມຕໍ່ຄວາມກຽດຊັງແລະຄວາມ
ຮຸນແຮງ” ທີ່ໄດ້ສະແດງອອກ ໃນວັນເສົາຜ່ານມານີ້ ທີ່ເມືອງ Charlottesville,
ແລະກ່າວຕື່ມການທີ່ວ່າ “ມັນຈະບໍ່ມີບ່ອນໃດຮັບເອົາໃນສິ່ງທີ່ເກີດຂຶ້ນໃນການສົນ
ທະນາຢ່າງເປີດເຜີຍຂອງພວກເຮົາ.”
ລັດຖະມົນຕີຍຸຕິທຳ ທ່ານ Jeff Session ໄດ້ກ່າວໃນງານລ້ຽງທີ່ນະຄອນ Miami,
ລັດ Florida ວ່າ “ບໍ່ມີທາງໃດທີ່ພວກເຮົາຈະຍອມຮັບເອົາ ຫຼື ການໃຫ້ອະໄພຕໍ່ການ
ຈຳແນກກີດກັນດ້ານຜິວພັນ ການບໍ່ໂຍະຍານຜ່ອນຜັນໃຫ້ແກ່ຜູ້ທີ່ມີຄວາມຄິດຕ່າງໄປ
ຈາກຕົນຄວາມກຽດຊັງ ຄວາມຮຸນແຮງ ແລະສິ່ງເຫຼົ່ານີ້ ມັນໄດ້ປະກົດຂຶ້ນມາຢູ່ເລື້ອຍໆ
ໃນປະເທດຂອງພວກເຮົາ.”