ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ສານທະຫານ ສຫລ ພິຈາລະນາ ການລົງໂທດ ຕໍ່ພັນຕີ Hasan (ວິດີໂອ)


ຫົວໜ້າສານ ພັນເອກ Tara Osborn (ນັ່ງຢູ່ເທິງ) ພັນຕີ Nidal Hasan (ນັ່ງຢູ່ຂວາມື) ແລະພັນໂທ Kris Poppe (ຊ້າຍມື) ທະນາຍຄວາມຂອງທ່ານ.
ຄະນະ​ຕຸລາການ​ທະຫານ​ສະຫະ​ລັດ ​ເລີ້ມທຳ​ການພິຈາລະນາ
ກ່ຽວ​ກັບ​ຄະດີການ​ຄາດ​ຕະກໍາຂອງນາຍແພດ​ໂຣກ​ຈິດທະຫານ
ຜູ້​ທີ່ໄດ້​ຍອມຮັບວ່າ​ໄດ້​ສັງຫານທະ ຫານ 13 ຄົນ​ແລະເຮັດ​ໃຫ້​
ອີກຫຼາຍ​ກວ່າ 30 ຄົນໄດ້​ຮັບ​ບາດ​ເຈັບ ໃນ​ປີ 2009 ​ໂດຍ​ການ​
ຍິງ​ແບບ​ບໍ່​ເລືອກ​ໜ້າ ຢູ່ທີ່​ຄ້າຍ​ Fort Hood ​ໃນລັດ Texas.

ຄະ​ນະ​ຕຸລາການ 13 ຄົນ​ ໄດ້​ເລີ້ມ​ພິຈາລະນາ​ຄະ​ດີຂອງ​ພັນ​ຕີ
Nidal Hasan ​ໃນ​ວັນ​ພະຫັດວານ​ນີ້ ຫລັງ​ຈາກ​ໄດ້​ຮັບ​ຟັງ​ຄຳ​
ໃຫ້ການຂອງ​ພະຍານ​ປະມານ 90 ຄົນ​ ​ເປັນ​ເວລາ​ສອງ​ອາທິດ
ກວ່າໆ ​ທີ່​ຜ່ານ​ມາວ່າ ທີ່​ລາວໄດ້ຍິງ​ປືນ​ເຂົ້າ​ໃສ່​ພວກ ທ​ະຫານ
​ໃນຂະນະ​ທີ່​ເຂົາ​ເຈົ້າກໍາລັງ​ຕຽມຖືກ​ສົ່ງໄປ​ປະ​ຕິ​ບັດ​ງາ​ນ ໃນ
​ເຂດ​ສະໝໍ ລະ​ພູມ ຢູ່​ໃນອີຣັກ ​ແລະ​ອັ​ຟກາ​ນິສຖານ.

​ໄອ​ຍະ​ການ​ສານ​ທະຫານ​ຄົນ​ນຶ່ງ ​ພັນ​ເອກ Steven Hendricks
ກ່າວ​ໃນ​ຕອນ ມ້ວນ​ທ້າຍການ​ດຳ​ເນີນ​ຄະດີວ່າ ທ່ານ Hasan
​ໄດ້​ຕັດສິນ​ໃຈ​ເອົາ​ໂຮງໝໍ ​ຂອງ ຄ້າຍ​ Fort Hoodເປັນ​ບ່ອນ “ສັງ
ຫານສ່ວນ​ຕົວ” ຂອງ​ລາວ​ໃນລະຫວ່າງ​ການ ​ຍິງສັງຫານ​ຢ່າງບໍ່​
ເລືອກ​ໜ້າ.ທ່ານ Henrick ກ່າວ​ວ່າ ທ່ານ Hasan “ບໍ່​ມີ​ຂໍ້​ສົງ​ໄສ ບໍ່​ມີ​ຂໍ້​ສົງ​ໄສ​ຫຍັງ​ໝົດ ​ທີ່ໄດ້​ວາງ​ແຜ​ນລ່ວງ​ໜ້າ​ເພື່ອ​ທຳການ​ສັງຫານ​ນີ້.”

ທ່ານ Hasan ທີ່​ໄດ້​ຕາງໜ້າ ​ເປັນ​ທະນາຍຄວາມ​ໃຫ້​ລາວ​ເອງ​ນັ້ນ ​ບໍ່​ຍອມ​ກ່າວ ປິດ​ການດຳ​ເນີນ​ຄະດີ ຕໍ່​ຄະນະ​ຕຸລາການ ທີ່​ຈະ​ຕັດສິນ ​ກ່ຽວ​ກັບ​ຊະ​ຕາ​ກຳ​ຂອງ ລາວ.

ລາວບໍ່​ໄດ້​ສະ​ເໜີ​ພິຍານໃດ​ໆ ​ໃນ​ລະຫວ່າງ​ການ​ດຳ​ເນີນ​ຄະດີ ​ແລະ​ປະຕິ​ເສດບໍ່​ຍອມ​ໃຫ້
ການ​ໃດໆ​ທັງ​ສິ້ນ.

ໃນ​ການກ່າວ​ເປີດການ​ດຳ​ເນີນ​ຄະດີ​ແບບ​ສັ້ນໆ​ນັ້ນ ທ່ານ Hasan ຊຶ່ງ​ເປັນຊາ​ວມຸສລິ​ມ
ເກີດຢູ່​ໃນສະຫະລັດ ກ່າວ​ວ່າ ຫລັກ​ຖານ​ຢູ່ໃນ​ການ​ດຳ​ເນີນ​ຄະດີ ​ແມ່ນ “​ຈະ​ແຈ້ງ​ສະ​ແດງ​ໃຫ້​ເຫັນ” ວ່າ ​ລາວ​ເປັນ​ຄົນຍິງ. ທ່ານ Hasan ກ່່າວ​ອີກ​ວ່າ ລາວ​ເປັນ​ທະຫານ
“ທີ່​ປ່ຽນ​ຝ່າຍ.”

us for thood
please wait
Embed

No media source currently available

0:00 0:00:46 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG