ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກອງທັບ ສຫລ ກຳລັງສືບສວນ ການເສຍຊີວິດ ຂອງທະຫານ ທີ່ຖືກດັກໂຈມຕີ ຢູ່ ໄນເຈີ


ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ Jim Mattis ຕອບຄຳຖາມ ບັນດານັກຂ່າວ ກ່ຽວກັບການດັກສະກັດຍິງ ທະຫານສະຫະລັດ ຢູ່ປະເທດໄນເຈີ.
ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ Jim Mattis ຕອບຄຳຖາມ ບັນດານັກຂ່າວ ກ່ຽວກັບການດັກສະກັດຍິງ ທະຫານສະຫະລັດ ຢູ່ປະເທດໄນເຈີ.

ລັດຖະ​ມົນຕີປ້ອງກັນ​ປະ​ເທດສະຫະລັດ ທ່ານ Jim Mattis ກ່າວໃນ​ວັນ​ພະຫັດ​ວານ​ນີ້​
ວ່າ ກອງທັບ​ກຳລັງສືບສວນເບິ່ງ​ການ​ເສຍຊີວິດ​ຂອງ​ທະ​ຫານ​ອາ​ເມຣິກັນ​ສີ່​ຄົນ​ ຢູ່ປະເທດ Niger ​ໃນ​ຕົ້ນ​ເດືອ​ນນີ້ ໂດຍພວກຫົວຮຸນແຮງອິສລາມ ຫລື Jihadists.

ທ່ານ Mattis ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ການ​ສືບສວນ​ຢາງ​ເຕັມທີ່​ກຳລັງ​ດຳ ເນີນຢູ່” ​ກ່ຽວກັບເຫດຮ້າຍດັ່ງກ່າວ ​ດັ່ງ​ດຽວກັນກັບ​ກໍລະນີທີ່​ທະຫານ​ສະຫະລັດ ເສຍຊີວິດອື່ນໆ
​ແລະທາງ​ກອງທັບ​ຈະ​ເຜີ​ຍ​ແຜ່​ຂໍ້​ມູນ​ໃໝ່ໃດໆ​ ທີ່​ຕົນໄດ້​ຮັບ​ໃນເວລາ​ອັນສົມຄວນ.

ທ່ານ Mattis ກ່າວ​ວ່າ “ພວກ​ເຮົາ ຢູ່​ໃນ​ກະຊວງ​ປ້ອງ​ກັນ​ປະ​ເທດ ຢາກ​ຮູ່ວ່າ​ພວ​ກ​ເຮົາ​
ເວົ້າກ່ຽວ​ກັບ​ຫຍັງ ກ່ອນ​ທີ່​ພວກ​ເຮົາ​ຈະ​ເວົ້າ. ພວກ​ເຮົາ​ບໍ່​ມີ​ຂໍ້​ມູນ​ອັນ​ແນ່ນອນ​ເທື່ອ. ພວກ​
ເຮົາ​ຈະນຳອອກ​ເຜີ​ຍ​ແຜ່​ຢ່າງ​ວ່ອງ​ໄວ​ໃນ​ເວລາ​ທີ່ພວກ​ໄດ້​ຮັບ.”

ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ໄດ້​ດັກ​ສະກັດ​ຍິງກຳລັງສະຫະລັດ ​ແລະ​ທະຫານ​ໄນ​ເຈີ
ລະຫວ່າງ​ວັນ​ທີ 4 ​ເດືອນ​ຕຸລາ​ ໃນ​ການ​ສູ້​ລົບ ທີ່​ຍັງ​ໄດ້​ສັງຫານກຳລັງ​ຮັກສາ​ຄວາມ​ປອດ
​ໄພ​ຂອງ​ໄນ​ເຈີ.

ກຳລັງ​ທະຫານ​ພິ​ເສດ​ສະຫະລັດ ທີ່​ຮູ້​ກັນ​ໃນຊື່ Green Berets ຫາ​ກໍ່​ເສັດ​ສິ້ນ​ປະຊຸມ ​
ກັບ​ບັນດາ​ຜູ້ນຳ​ທ້ອງຖິ່ນ ​ແລະ​ໄດ້ຍ່າງ​ກັບ​ຄືນ​ໄປ​ຫາ​ລົດ​ຂອງເຂົາ​ເຈົ້າ ​ເວລາ​ຖືກ​ໂຈມ​ຕີ
ອີງ​ຕາມ​ເຈົ້າ​ໜ້າ​ທີ່ສະຫະລັດ ຜູ້​ທີ່​ໄດ້​ກ່າວ​ຕໍ່ ວີ​ໂອເອ ທີ່​ບໍ່​ປະ ສົງ​ອອກ​ຊື່ ​ເພາະ​ຍັງ​ຢູ່​ໃນ
ລະຫວ່າງ​ການ​ສືບສວນ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ທະຫານ​ກ່າວ​ວ່າ ການ​ປະຊຸມ​ໄດ້ມີການ​ຊັກຊ້າ ​ແລະ​ຈຳນວນ
​ນຶ່ງ​ສົງ​ໄສ​ວ່າ ພວກ​ຊາວ​ບ້ານຕັ້ງ​ໃຈ ເຮັດ​ໃຫ້ການ​ເດີນທາງກັບຄືນຂອງເຂົາ ເຈົ້າຊັກຊ້າ.

​ຜູ້ອຳນວຍ​ການຂອງເສນາທິການຮ່ວມ​ ພົນ​ໂທ Kenneth McKenzie ​ໃນ​ວັນ​ພະຫັດ
​ວານ​ນີ້ ​ໄດ້ກ່າວ​ປ້ອງ​ກັນ​ກອງທັບ ຕໍ່​ຄຳ​ຖາມທີ່ສຳຄັນໆ​ກ່ຽວ​ກັບ​ວ່າ ​ເປັນ​ຫຍັງ​ຊາກ​ສົບ
ຂອງ​ສິບເອກ La David Johnson ນຶ່ງ​ໃນ​ຈຳນວນ​ທະຫານ​ສະຫະລັດທີ່​ເສຍ​ຊີວິດ​ໃນ

ນາງ Myeshia Johnson ຮ້ອງໃຫ້ຢູ່ຫີບສົບສາມີຂອງນາງ ທີ່ເມືອງ Miami ລັດ Florida ວັນທີ 17 ຕຸລາ 2017 ຫລັງຈາກສາມີ ສິບເອກ La David Johnson ຜູ້ທີ່ໄດ້ເສຍຊີວິດ ຈາກການ ດັກສະກັດຍິງທີ່ປະເທດ Niger.
ນາງ Myeshia Johnson ຮ້ອງໃຫ້ຢູ່ຫີບສົບສາມີຂອງນາງ ທີ່ເມືອງ Miami ລັດ Florida ວັນທີ 17 ຕຸລາ 2017 ຫລັງຈາກສາມີ ສິບເອກ La David Johnson ຜູ້ທີ່ໄດ້ເສຍຊີວິດ ຈາກການ ດັກສະກັດຍິງທີ່ປະເທດ Niger.

​ການ​ໂຈມ​ຕີ ​ຊຶ່ງໄດ້ກູ້ເອົາມາ​ເກືອບ 48 ຊົ່ວ​ໂມງຫລັງ​ຈາກ​ສົບ​ຂອງເພື່ອນ​ທະຫານ
Green Berets ຄົນອື່ນໆ.

ນາຍ​ພົນ McKenzie ກ່າວຕອບ​ຄຳ​ຖາມ​ພວກ​ນັກ​ຂ່າວວ່າ “ພວກ​ເຮົາ​ບໍ່​ໄດ້​ປະ​ລາວ
​ໄວ້​ຢູ່​ເບື້ອງ​ຫລັງ. ພວກ​ເຮົາ​ໄດ້​ຊອກ​ຫາ​ລາວ​ຈົນ​ກວ່າ​ວ່າ ​ໄດ້​ພົບ​ເຫັນ​ລາວ ​ແລະ​ພວກ​
ເຮົາ​ກໍໄດ້​ນຳ​ເອົາ​ລາວ​ກັບ​ບ້ານ.”

ສະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ John McCain ຈາກລັດ Arizona ກ່າວຕໍ່ນັກຂ່າວ ໃນຂະນະທີ່ເດີນທາງໄປລົງຄະແນນສຽງກ່ຽວກັບງົບປະມານ ທີ່ລັດຖະສະພາ.
ສະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ John McCain ຈາກລັດ Arizona ກ່າວຕໍ່ນັກຂ່າວ ໃນຂະນະທີ່ເດີນທາງໄປລົງຄະແນນສຽງກ່ຽວກັບງົບປະມານ ທີ່ລັດຖະສະພາ.

ໂຄສົກ​ທຳນຽບຫ້າ​ແຈ ທ່ານ​ນາງ Dana White ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ຢູ່ໃນ​ການຖະ
ແຫຼງຂ່າວ​ດັ່ງກ່າວ​ວ່າ ທະຫານ​ສອງ​ຄົນທີ່​ໄດ້​ຮັບ​ບາດ​ເຈັບໃ​ນການ​ໂຈມ​ຕີ ​ໄດ້​ຖືກສົ່ງ​
ໄປ​ໂຮງໝໍ​ທະຫານ​ສະຫະລັດ ທີ່ເມືອງ Landstuhl ປະ​ເທດ​ເຢຍຣະ ມັນ ​ແລະ​ໄດ້​ຮັບ​
ການ​ປິ່ນປົວທີ່ນັ້ນ.

ທ່ານ​ນາງ White ກ່າວ​ວ່າ ທ່ານ​ນາ​ງບໍ່​ສາມາດ​ໃຫ້​ລາຍ​ລະ​ອຽດ​ເພີ້​ມ​ເຕີມເທື່ອ ​ກ່ຽວ
​ກັບ​ການ​ໂຈມ​ຕີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Mattis Niger
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG