ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງສະຫະລັດລົງມະຕິ ລົບລ້າງກົດໝາຍຫ້າມກະເທີຍ ເຂົ້າຮັບໃຊ້ໃນກອງທັບ


ກອງທະຫານສະຫະລັດຈຸນຶ່ງ ທີ່ຫາກໍກັບຄືນມາຈາກການ ໄປປະຈໍາການຢູ່ອິຣັກ, ເມື່ອຕົ້ນເດືອນທັນວາ 2010 ນີ້.
ກອງທະຫານສະຫະລັດຈຸນຶ່ງ ທີ່ຫາກໍກັບຄືນມາຈາກການ ໄປປະຈໍາການຢູ່ອິຣັກ, ເມື່ອຕົ້ນເດືອນທັນວາ 2010 ນີ້.

ສະພາສູງສະຫະລັດລົງມະຕິ ລົບລ້າງກົດໝາຍຫ້າມພວກ
ກະເທີຍເຂົ້າ ຮັບໃຊ້ໃນກອງທັບຢ່າງເປີດເຜີຍ.

ເມື່ອວັນເສົາວານນີ້ ສະພາສູງສະຫະລັດໄດ້ລົງຄະແນນ
ສຽງ 65 ​ເຫັນ​ດີ ຕໍ່ 31 ສຽງຄັດຄ້ານ ລົບ​ລ້າງ​ນະ​ໂຍ
ບາຍທີ່​ເອີ້ນ​ກັນວ່າ​ “Don’t Ask, Don’t Tell” ຫລື
“ບໍ່​ຕ້ອງ​ຖາມ ບໍ່​ຕ້ອງ​ບອກ” ນັ້ນ ຊຶ່ງສະພາຕໍ່າກໍໄດ້ອະນຸ ມັດມາດຕະການດັ່ງກ່າວ​ໄປ​ແລ້ວ ​ໃນຕົ້ນອາທິດນີ້.

ປະທານາທິບໍດີ ບາຣັກ ໂອບາມາ ກ່າວໃນຖະແຫລງ
ການສະບັບນຶ່ງ ເມື່ອວັນເສົາວານນີ້ວ່າ ທ່ານຕັ້ງໜ້າລໍ
ຄອຍທີ່ຈະເຊັນຮ່າງຍັດຕິນີ້ ໃຫ້ເປັນກົດໝາຍ. ທ່ານໂອບາມາກ່າວຕໍ່​ໄປວ່າ ກົດໝາຍ
ສະບັບນີ້ແມ່ນ ຈະສ້າງຄວາມເຂັ້ມແຂງ​ໃຫ້ແກ່ຄວາມໝັ້ນຄົງຂອງຊາດ ​ໃນ​ຂະນະ​ດຽວກັນ
ກໍຍຶດໝັ້ນ​ໃນຄວາມສະ​ເໝີ​ພາບຂັ້ນພື້ນຖານ ອັນ​ເປັນ​ພື້ນຖານທີ່ ປະເທດຊາດຂອງເຮົາຖືກ ​ກໍ່​ຕັ້ງ​ຂຶ້ນ​ມານັ້ນ.

ຜ່ານມ​າ ມີພວກທະຫານຈໍານວນ 14,000 ຄົນ ໄດ້ຖືກປົດອອກຈາກ ປະ​ຈໍາ​ການພາຍໃຕ້ ກົດຫ້າມ “ບໍ່ຕ້ອງຖາມ ບໍ່ຕ້ອງບອກ” ນັ້ນ ນັບຕັ້ງແຕ່ກົດດັ່ງກ່າວນີ້ຖືກນໍາໃຊ້ໃນປີ 1993 ເປັນຕົ້ນມາ.

XS
SM
MD
LG