ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກອງ​ທັບ ສຫລ ປະ​ຕິ​ເສດ ​ການ​ກ່າວ​ຫາ ກ່ຽວ​ກັບ ການ​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ຂອງ​ພົນ​ລະ​ເຮືອນ ໃນ​ໂຊ​ມາ​ເລຍ


​ສະ​ມາ​ຊິກ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ ອາ​ລ ຊາ​ບັບ ຂອງ ໂຊ​ມາ​ເລຍ, ຍ່າງ​ລາດ​ຕະ​ເວນ ຢູ່​ເຂດນອກ​ຂອງ​ນະ​ຄອນຫຼວງ ໂມ​ກາ​ດິ​ຊູ.
​ສະ​ມາ​ຊິກ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ ອາ​ລ ຊາ​ບັບ ຂອງ ໂຊ​ມາ​ເລຍ, ຍ່າງ​ລາດ​ຕະ​ເວນ ຢູ່​ເຂດນອກ​ຂອງ​ນະ​ຄອນຫຼວງ ໂມ​ກາ​ດິ​ຊູ.

ກຸ່ມປົກ​ປ້ອງ​ສິດ​ທິ​ມະ​ນຸດ​ກຸ່ມ​ນຶ່ງ​ໄດ້​ກ່າວ​ວ່າ ພົນ​ລະ​ເຮືອນ 14 ຄົນ​ໄດ້​ເສຍ​ຊີ​ວິດ ໃນ​
ລະຫວ່າງການໂຈມຕີທາງອາກາດຂອງ ສະຫະລັດ ຫ້າຄັ້ງໃນປະເທດ ໂຊມາເລຍ ໃນ
ໄລຍະສອງປີທີ່ຜ່ານມາ, ເຊິ່ງເປັນການກ່າວຫາທີ່ກອງທັບ ສະຫະລັດ ໄດ້ປະຕິເສດ
ຢ່າງແຂງຂັນ.

ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ ​ໄດ້​ເປີດ​ເຜີຍ​ລາຍ​ງານ​ການ​ເສຍ​ຊີ​ວິດ ແລະ ບາດ​ເຈັບ​
ຂອງພົນລະເຮືອນ ໃນວັນອັງຄານວານນີ້, ເຊິ່ງລວມມີການອະທິບາຍຈາກສັກຂີພິ
ຍານທີ່ຖືກສຳພາດ 65 ຄົນ, ຮູບຫຼາຍໃບ, ຮູບພາບຈາກດາວທຽມ ແລະ ການປະກາດ
ທາງສື່ສັງຄົມ ເປັນຫຼັກຖານຂອງການໂຈມຕີທາງອາກາດ ໃນພາກພື້ນຕອນໃຕ້ຂອງ
ໂຊມາເລຍ ຈາກເດືອນ ຕຸລາ 2017 ຫາ ທັນວາ 2018.

ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸ​ດ​ດັ່ງ​ກ່າວ​ຍັງ​ໄດ້​ສະຫຼຸບ​ວ່າ ລາຍ​ງານ​ຂອງ​ເຂົາ​ເຈົ້າ “ໄດ້​ໃຫ້
ຫຼັກຖານທີ່ເຊື່ອຖືໄດ້ ທີ່ການໂຈມຕີທາງອາກາດຂອງ ສະຫະລັດ ເປັນຜູ້ຮັບຜິດຊອບ
ສຳລັບເຫດການ 4 ຄັ້ງພວກນີ້ ແລະ ຄັ້ງທີຫ້າມີຄວາມເປັນໄປໄດ້ທີ່ສຸດວ່າ ເປັນການ
ໂຈມຕີທາງອາກາດຂອງ ສະຫະລັດ.

ກອງ​ບັນ​ຊາ​ການ ສະ​ຫະ​ລັດ ໃນ ອາ​ຟ​ຣິ​ກາ ຫຼື AFRICOM, ເຊິ່ງ​ໄດ້​ດຳ​ເນີນ​ການ​ໂຈມ​
ຕີທາງທະຫານຕ່າງໆຂອງ ສະຫະລັດ ໃນໂຊມາເລຍ ໃນການປະສານງານກັບລັດຖະ
ບານ ໂຊມາເລຍ ນັ້ນໄດ້ຢືນຢັນວ່າ ບໍ່ມີພົນລະເຮືອນຖືກຂ້າຕາຍຈັກຄົນ ໃນການໂຈມ
ຕີຂອງເຂົາເຈົ້າ ແລະ ໄດ້ກ່າວວ່າ ລາຍງານຂອງອົງການນິລະໂທດກຳ “ບໍ່ໄດ້ສອດ
ຄ່ອງກັບບັນທຶກຂອງ AFRICOM ຢ່າງແນ່ນອນ ໃນການຫຼຸດຜ່ອນການເສຍຊີວິດ
ແລະ ບາດເຈັບຂອງພົນລະເຮືອນ.”

ເຂົາ​ເຈົ້າ​ໄດ້​ກ່າ​ວ​ວ່າ “AFRICOM ໄດ້ພະ​ຍາ​ຍາມ​ຢ່າງ​ຍິ່ງ​ ເພື່ອຫຼຸດ​ຜ່ອນ​ຄວາມ​ເປັນ​
ໄປໄດ້ ກ່ຽວກັບ ການເສຍຊີວິດ ແລະ ບາດເຈັບຂອງພົນລະເຮືອນ, ແລະ ໄດ້ປະຕິບັດ
ການຄວບຄຸມ ຕາມນະໂຍບາຍ.”

ກຸ່ມປົກ​ປ້ອງ​ສິດ​ທິ​ມະ​ນຸດ​ທີ່​ວ່າ​ນັ້ນ​ໄດ້​ສະ​ເໜີການ​ກ່າວ​ຫາ 13 ຢ່າງ​ຕໍ່​ກອງ​ບັນ​ຊາ​ການ
ໃນເດືອນຕຸລາ 2018 ແລະ ກຸມພາ 2019, ເຊິ່ງ 5 ຢ່າງແມ່ນໄດ້ໃຫ້ລາຍລະອຽດໃນ
ລາຍງານຂອງເຂົາເຈົ້າ. ທ່ານ ຄອນເນີ ຟໍຈູນ (Conor Fortune) ຈາກອົງການນິລະ
ໂທດກຳ ໄດ້ກ່າວຕໍ່ວີໂອເອໃນວັນອັງຄານວານນີ້ວ່າ ການກ່າວຫາອື່ນໆ ແມ່ນຂາດ
“ຫຼັກຖານທີ່ສອດຄ່ອງກັນຢ່າງເໝາະສົມ” ຫຼື ຖືກເມີນເສີຍໂດຍກຸ່ມປົກປ້ອງສິດທິມະ
ນຸດນັ້ນ ອີງໃສ່ແຫຼ່ງຂໍ້ມູນ “ທີ່ບໍ່ໜ້າເຊື່ອຖື.”

ອີງ​ຕາມ​ບັນ​ດາ​ເຈົ້າ​ໜ້າ​ທີ່ກະ​ຊວງປ້ອງ​ກັນ​ປະ​ເທດ, ກອງ​ທັບ ສະ​ຫະ​ລັດ ໄດ້​ປ​ະ​ເມີນ​
ການກ່າວຫາ 18 ຄັ້ງ ກ່ຽວກັບ ການຕາຍ ແລະ ບາດເຈັບຂອງພົນລະເຮືອນໃນ ໂຊ
ມາເລຍ ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ, ການກ່າວຫາທີ່ໄດ້ຮັບມາຈາກການກວດ
ສອບພາຍໃນຂອງເຂົາເຈົ້າເອງ ໃນການໂຈມຕີຕ່າງໆ ຫຼື ການກ່າວຫາຈາກພາຍ
ນອກ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ກ່າວ​ວ່າ “ການ​ວິ​ເຄາະ​ພາຍຫຼັງ​ການ​ໂຈມ​ຕີ
“ໄດ້ໃຊ້ຂະບວນການລັບ ທີ່ບໍ່ມີໃຫ້ໃຊ້ສຳລັບອົງການທີ່ບໍ່ແມ່ນທະຫານນັ້ນ” ໄດ້ພົບ
ວ່າ ບໍ່ມີການໂຈມຕີທາງກາດໃດ ໄດ້ສົ່ງຜົນໃຫ້ພົນລະເຮືອນຄົນໃດເສຍຊີວິດ ຫຼື
ບາດເຈັບ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG