ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງທັບ ສຫລ ສົ່ງການຊ່ອຍເຫຼືອ ໄປຍັງ ເຂດຊາຍແດນ ລະຫວ່າງ ໂຄລອມເບຍ ແລະເວເນຊູເອລາ


ພວກປະທ້ວງ ຕໍ່ຕ້ານ ລັດຖະບານເວເນຊູເອລາ ຮ້ອງໂຮ ຢູ່ນອກ ກອງປະຊຸມພິເສດ ​ຄະ​ນະ​ສະ​ພາ​ຖາ​ວອນ ຂອງອົງການຈັດຕັ້ງ ບັນ​ດາ​ປະ​ເທດ ໃນ​ທະ​ວີບອາເມຣິກາ ​ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 3 ເມສາ 2017, ເພື່ອພິຈາລະນາເຫດການຕ່າງໆ ໃນເວເນຊຸເອລາ.
ພວກປະທ້ວງ ຕໍ່ຕ້ານ ລັດຖະບານເວເນຊູເອລາ ຮ້ອງໂຮ ຢູ່ນອກ ກອງປະຊຸມພິເສດ ​ຄະ​ນະ​ສະ​ພາ​ຖາ​ວອນ ຂອງອົງການຈັດຕັ້ງ ບັນ​ດາ​ປະ​ເທດ ໃນ​ທະ​ວີບອາເມຣິກາ ​ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 3 ເມສາ 2017, ເພື່ອພິຈາລະນາເຫດການຕ່າງໆ ໃນເວເນຊຸເອລາ.

ເຄື່ອງຂອງຊ່ອຍເຫຼືອດ້ານມະນຸດສະທຳຈາກສະຫະລັດ ຫຼາຍກວ່າ 200 ໂຕນ ທີ່ແນ​ໃສ່
​ເພື່ອ​ສົ່ງ​ໄປ​ໃຫ້ຊາວເວເນຊູເອລາ ແມ່ນມີກຳນົດຈະເລີ້ມໄປຮອດ ຟາກເຂດຊາຍແດນ
ໃນໂຄລອມເບຍ ບໍ່ໄກຈາກເວເນຊູເອລາ ໃນວັນເສົາມື້ນີ້ ຊຶ່ງໄດ້ ຖືກນຳສົ່ງໂດຍພວກ
ເຮືອບິນຂົນສົ່ງຂອງກອງທັບສະຫະລັດ.

ການຊ່ອຍເຫຼືອດັ່ງກ່າວ ຈະຖືກນຳສົ່ງໄປຍັງເມືອງ ຄູຄູຕາ ຂອງໂຄລອມເບຍ ບ່ອນທີ່
ອາຫານການກິນອື່ນໆ ແລະຢາປິ່ນປົ່ວ ແມ່ນເກັບມ້ຽນໄວ້ຢູ່ແລ້ວ.

ການຊ່ອຍເຫຼືອນັ້ນ ໄດ້ຖືກຮ້ອງຂໍໂດຍຜູ້ນຳຝ່າຍຄ້ານ ຂອງເວເນຊູເອລາ ທ່ານ ຮວານ
ກວາອີໂດ ເພື່ອບັນ​ເທົາພາວະການຂາດແຄນອາຫານ ແລະສິ່ງຂອງຈຳເປັນອື່ນໆ ​ຢູ່​
ໃນເວເນຊູເອລາ ທີ່​ພວມ​ປະ​ສົບ​ກັບ​ບັນ​ຫາ​ເສດ​ຖະ​ກິດນັ້ນ.

ປະທານາທິບໍດີ ຂອງເວເນຊູເອລາ ທ່ານ ນິໂກລັສ ມາດູໂຣ ຜູ້ທີ່ກຳລັງຖືກໂຈມຕີ ໄດ້
ກ່າວວ່າ ການຊ່ອຍເຫຼືອນັ້ນ ເປັນພາກສ່ວນນຶ່ງ ຂອງການເຄືອນໄຫວດ້ານການເມືອງ
ຂອງວໍຊິງຕັນ ເພື່ອຈະບີບໃຫ້ທ່ານອອກຈາກຕຳແໜ່ງ ແລະກໍໄດ້ປິດ ຂົວແຫ່ງນຶ່ງ ທີ່
ຕ້ອງ​ໄດ້​ໃຊ້ໃນການເຄື່ອນຍ້າຍເຄື່ອງຊ່ອຍເຫຼືອ ເຂົ້າໄປຍັງເວເນ ຊູເອລາ.

ສະຫະລັດໄດ້ກ່າວວ່າ ການເລືອກຕັ້ງເອົາທ່ານມາດູໂຣນັ້ນ ແມ່ນບໍ່ຍຸຕິທຳ ແລະຜິດ
ກົດໝາຍ ຊຶ່ງບັນດາເຈົ້າໜ້າທີ່ຂອງສະຫະລັດ ແລະອີກຫຼາຍໆປະເທດກໍໄດ້ ຮັບຮູ້
ຄູ່ແຂ່ງຂອງທ່ານ ຄື ທ່ານ ກວາອີໂດ ເປັນຜູ້ນຳຊົ່ວຄາວຂອງປະເທດ.

ໃນວັນສຸກວານນີ້ ວໍຊິງຕັນ ໄດ້ເພີ້ມການກົດດັນທາງດ້ານການເມືອງຕໍ່ ທ່ານມາດູໂຣ
ດ້ວຍການວາງມາດຕະການລົງໂທດ ຕໍ່ຫົວໜ້າບໍລິສັດນ້ຳມັນຂອງເວເນ ຊູເອລາ ພ້ອມ
ດ້ວຍ ບັນດາເຈົ້າໜ້າທີ່ສືບລັບລະດັບສູງ.

ເມື່ອຕອນເຊົ້າວັນສຸກວານນີ້ ບັນດາຜູ້ຕາງໜ້າຂອງທ່ານກວາອີໂດ ໄດ້ຮັບ​ເອົາການ​ໃຫ້​
ຄຳ​ໝັ້ນ​ສັນ​ຍາ​ ທີ່​ຈະ​ໃຫ້​ການ​ຊ່ອຍ​ເຫຼືອ​ ຈາກຫຼາຍໆປະເທດ ຢູ່ທີ່ກອງປະຊຸມ ອົງການ
ຈັດຕັ້ງ ຂອງ​ບັນ​ດາ​ປະ​ເທດ​ໃນ​ທະ​ວີບອາເມຣິກາ ໃນນະຄອນ ຫຼວງວໍຊິງຕັນ ບ່ອນທີ່
25 ປະເທດ ໄດ້ສັນຍາວ່າ ຈະໃຫ້ການຊ່ອຍເຫຼືອດ້ານ ມະນຸດສະທຳ ມູນຄ່າຫຼາຍກວ່າ
100 ລ້ານໂດລາ ແກ່ ເວເນຊູເອລາ.

ທ່ານແລສເຕີ ໂທລີໂດ ຜູ້ປະສານງານຮັບຜິດຊອບກ່ຽວ​ກັບການຊ່ອຍເຫຼືອຈາກ ນານາ
ຊາດ ຕໍ່ເວເນຊູເອລາ ໄດ້ກ່າວວ່າ “ພວກເຮົາມານະທີ່ນີ້ ເພື່ອຂໍຮ້ອງໃຫ້ ບັນດາລັດຖະ
ບານ ຂອງໂລກ ຈົ່ງສາມັກຄີກັນ. ພວກເຮົາຂໍ​ຂອບອົກຂອບໃຈໃນ ການສະແດງອອກ
ທາງດ້ານການທູດ. ພວກເຮົາຂໍຂອບອົກຂອບໃຈ ສຳລັບຈົດ ໝາຍຕ່າງໆ ແລະການ
ຮັບຮູ້ ປະທານາທິບໍດີ ກວາອີໂດ. ແຕ່ພວກເຂົາຂໍຮ້ອງໃຫ້ ຊ່ອຍພວກເຮົາ ເພື່ອເຮັດ
ໃຫ້ ການຊ່ອຍເຫຼືອດ້ານມະນຸດສະທຳ ກາຍເປັນຄວາມ ຈິງ ແລະການບໍລິຈາກທັງ
ໝົດນີ້ ສາມາດອຳນວຍໃຫ້ພວກເຮົາ ຊື້ຢາປິ່ນປົວ ທີ່ ພວກເຮົາຕ້ອງການຢ່າງແທ້
ຈິງ​ໄດ້.”

Neighbors Mull Ways to Get Aid Into Venezuela
please wait

No media source currently available

0:00 0:02:19 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG