ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ສຫລ ພ້ອມແລ້ວ ທີ່ຈະໃຊ້ ວິທີ​ການ ທີ່ເຂັ້ມງວດ ທາງ​ອິນ​ເຕີ​ແນັດ ຕໍ່ຕ້ານອີຣ່ານ


ນາຍພົນ Joseph Votel ກ່າວໃນລະຫວາ່ງ ກອງປະຊຸມຖະແຫລງຂ່າວ ພ້ອມກັນກັບ ລັດຖະມົນຕີ ປ້ອງກັນປະເທດ ທ່ານ Jim Mattis ຢູ່ທີ່ທຳນຽບ ຫ້າແຈ ຫຼື Pentagon, ວັນທີ 11 ເມສາ 2017.
ນາຍພົນ Joseph Votel ກ່າວໃນລະຫວາ່ງ ກອງປະຊຸມຖະແຫລງຂ່າວ ພ້ອມກັນກັບ ລັດຖະມົນຕີ ປ້ອງກັນປະເທດ ທ່ານ Jim Mattis ຢູ່ທີ່ທຳນຽບ ຫ້າແຈ ຫຼື Pentagon, ວັນທີ 11 ເມສາ 2017.

ສະຫະລັດພວມຊອກ​ຫາຫາຊ່ອງທາງ ເພື່ອຕໍ່ຕ້ານອິດ​ທິພົນຂອງອີຣ່ານ​ ຢູ່ໃນພາກ
ຕາເວັນອອກກາງ ດ້ວຍວິທີ​ການທີ່ເຂັ້ມງວດຫຼາຍຂຶ້ນທາງ​ອິນ​ເຕີ​ແນັດ.

“ພວກເຂົາເຈົ້າ ປະຕິບັດການຢູ່ເກືອບທຸກຫົນແຫ່ງ ໃນອັນທີ່ພວກເຮົາ ໝາຍເຖິງ
ເຂດທີ່ບໍ່ແຈ້ງຂາວ ຫຼື grey area ເຊິ່ງພື້ນທີ່ ຢູ່ລະຫວ່າງ ເຂດສາກົນທົ່ວໄປ ທີ່ມີ
ການແຍ່ງຊິງກັນ ແລະ ການຕໍ່ສູ້ດ້ວຍອາວຸດ”
ນັ້ນແມ່ນຄຳເວົ້າຂອງ ຜູ້ບັນຊາການ
ກຳລັງສະຫະລັດ ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ນາຍພົນ Joseph Votel ທີ່ໄດ້ກ່າວ
ໃນວັນພຸດວານນີ້ ຢູ່ໃນນະຄອນຫຼວງວໍຊິງຕັນ ໂດຍເອີ້ນມັນວ່າເປັນ “ບໍລິເວນທີ່ມີ
ຄວາມພ້ອມ ສຳລັບການປະຕິບັດການດ້ານອິນເຕີ​ແນັດ ຫຼື cyberspace.”

ທ່ານໄດ້ກ່າວຕື່ມວ່າ “ພວກເຮົາ ຢູ່ທີ່ກອງບັນຊາການ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ຫຼື
CENTCOM ກຳລັງພິຈາລະນາເບິ່ງແນວທາງ ທີ່ຈະແຂ່ງຂັນຢູ່ໃນເຂດທີ່ ບໍ່ແຈ້ງ
ຂາວດັ່ງກ່າວ ດ້ວຍການປະສົມປະສານ ການປະຕິບັດການທາງໄຊເບີ້ ອັນເປັນ
ສ່ວນນຶ່ງ ຂອງແນວທາງທີ່ເປັນແບບລວມສູນ ອັນນັ້ນ ເປັນທີ່ເຫັນໄດ້ຢ່າງຊັດເຈນ
ແລ້ວວ່າ ເປັນພາກສວນນຶ່ງ ທີ່ສຳຄັນຍິ່ງ.”

ບັນດາເຈົ້າໜ້າທີ່ ສືບລັບ ແລະ ທະຫານ ສະຫະລັດ ໄດ້ເຕືອນຕະຫຼອດມາ ເຖິງ
“ອິດ​ທິພົນທີ່ຫວັງຮ້າຍ” ຂອງເຕຫະຣ່ານ ຢູ່ໃນພາກຕາເວັນອອກກາງ. ແລະພວກ
ເຂົາເຈົ້າ ກ່າວວ່າ ອີຣ່ານ ກາງຕໍ່ການປະຕິບັດການທາງໄຊເບີ້ຫຼາຍຂຶ້ນເລື້ອຍໆ
ເພື່ອດັດແປງຮູບຮ່າງ ທັງໃນ ສະໜາມລົບ ແລະ ສະພາບການຂອງຂໍ້ມູນ ໃນແຫ່ງ
ຕ່າງໆ ເຊັ່ນວ່າ ອີຣັກ ຊີເຣຍ ແລະ ເຢເມນ.

ທ່ານ Votel ໄດ້ບອກພວກຜູ້ຊົມ ຢູ່ທີ່ ກອງປະຊຸມສຸດຍອດ Billington ດ້ານຄວາມ
ປອດໄພທາງໄຊເບີ້ ວ່າ ຄືກັນກັບຣັດເຊຍ ອີຣ່ານ ໄດ້ເພັ່ງເລັງເຈດຕະນາຂອງຕົນ
ໃສ່ສື່ສັງຄົມ ແລະ ແມ່ນກະທັງ ໄດ້ເຫັນຄວາມພະຍາຍາມຂອງຕົນນັ້ນ ໄດ້ຮັບຜົນ
ຢູ່ໃນເວທີສາກົນ.

ທ່ານ Votel ໄດ້ກ່າວຕໍ່ໄປວ່າ “ຄວາມອາດສາມາດ ໃນການນຳໃຊ້ອິນເຕີ​ແນັດ
ຂອງ ອີຣ່ານ ເພື່ອບິດເບືອນຂໍ້ມູນຢູ່ທີ່ນັ້ນ ເພື່ອຂະຫຍາຍຂໍ້ຄວາມຂອງ ພວກເຂົາເຈົ້າ
ຂ້າພະເຈົ້າ ຄິດວ່າ ເປັນແງ່ມູມນຶ່ງທີ່ສຳຄັນ ທີ່ພວກເຮົາຄວນຈັດການນຳ. ການບໍ່ລົງ​
ລອຍກັນ ເມື່ອບໍ່ດົນມານີ້ ລະຫວ່າງ ຊາອຸດີ ອາຣາເບຍ ສະຫະລັດ ອາຣັບເອເມີເຣັສ
ບາຫ໌ເຣນ ແລະ ອີຈິບ ກັບ ກາຕ້າ ນັ້ນ ແມ່ນເປັນຕົວຢ່າງທີ່ຈະແຈ້ງ.”

ເຖິງຢ່າງໃດກໍຕາມ ທ່ານ Votel ໄດ້ອະທິບາຍວ່າ ອີຣ່ານ ຖືວ່າ “ເປັນໄພຂົ່ມຂູ່ສູງສຸດ
ທີ່ຊັດເຈນ”
ຕໍ່ຄວາມໝັ້ນຄົງ ໄລຍະຍາວ ຢູ່ໃນພາກຕາເວັນອອກກາງ ທ່ານໄດ້ກ່າວອີກ
ວ່າ ຣັດເຊຍ ແລະ ຈີນ ຍັງໄດ້ດຳເນີນການຫຼາຍສິ່ງຫຼາຍຢ່າງທຸກປະເພດ ຂອງປະຕິບັດ
ການດ້ານໄຊເບີ້ ທົ່ວທຸກຂົງເຂດ.

ແຕ່ຜູ້ບັນຊາການ CENCOM ໄດ້ກ່າວວ່າ ທ່ານເຊື່ອວ່າ ຄວາມພະຍາຍາມຕໍ່ຕ້ານ
ການປະຕິບັດການ ທາງໄຊເບີ້ຢູ່ທົ່ວພາກຕາເວັນອອກກາງ ຂອງພວກອີຣ່ານ ຣັດເຊຍ
ແລະ ຈີນ ນັ້ນ ອາດຈະມີ​ຄວາມ​ຈຳ​ເປັນ​ໃນ​ອີກ​ບໍ່​ດົນ​ນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG