ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງ​ທັບ ສະ​ຫະ​ລັດ ເດີນ​ທາງ​ເຂົ້າ ອີ​ຣັກ ຈາກ ຊີ​ເຣຍ


ກອງ​ກຳ​ລັງ ເທີ​ກີ ແລະ ສະ​ຫະ​ລັດ ພົບ​ກັນ​ຢູ່​ເຂດ​ຊາຍ​ແດນ​ ເທີ​ກີ-ຊີ​ເຣຍ ສຳ​ລັບ​ການ​ລາດ​ຕະ​ເວນ​ຮ່ວມ​ກັນ ໃນ​ພາກ​ເໜືອ​ຂອງ ຊີ​ເຣຍ, ເມືອງ ອັກ​ຈາ​ເຄ​ລ, ເທີ​ກີ. 8 ກັນ​ຍາ, 2019. REUTERS/Murad Sezer/File Photo
ກອງ​ກຳ​ລັງ ເທີ​ກີ ແລະ ສະ​ຫະ​ລັດ ພົບ​ກັນ​ຢູ່​ເຂດ​ຊາຍ​ແດນ​ ເທີ​ກີ-ຊີ​ເຣຍ ສຳ​ລັບ​ການ​ລາດ​ຕະ​ເວນ​ຮ່ວມ​ກັນ ໃນ​ພາກ​ເໜືອ​ຂອງ ຊີ​ເຣຍ, ເມືອງ ອັກ​ຈາ​ເຄ​ລ, ເທີ​ກີ. 8 ກັນ​ຍາ, 2019. REUTERS/Murad Sezer/File Photo

ກອງ​ກຳ​ລັງ ສະ​ຫະ​ລັດ ໄດ້​ເດີນ​ທາງເຂົ້າ​ໃນ ອີ​ຣັກ ຈາກ ຊີ​ເຣຍ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ ຣອຍ​ເຕີ ໃນ​ວັນ​ຈັນ​ມື້ນີ້.

ອົງ​ການ​ຂ່າວ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ກອງ​ກຳ​ລັງ​ໄດ້​ເດີ​ນ​ທາງ​ຂ້າ​ມເຂດ​ຊາຍ​ແດນ ຊາ​ເຮ​ລາ ຢູ່​ແຂວງ ໂດ​ຮັກ ທາງ​ພາກ​ເໜືອ​ຂອງ ອີ​ຣັກ.

ມື​ກ້ອງ​ຂອງ​ອົງ​ການ​ຂ່າວ ຣອ​ຍ​ເຕີ ກັບ​ແຫຼ່ງ​ຂ່າວ​ດ້ານ​ຄວາມ​ປອດ​ໄພ​ຊາວ ເຄີດ ໃນ ອີີ​ຣັກ ໄດ້​ກ່າວ​ຕໍ່ ຣອຍ​ເຕີ ວ່າ ເຂົາ​ເຈົ້າ​ໄດ້​ເຫັນ​ຂະ​ບວນ​ລົດ​ຂອງກອງ​ທັບ ສະ​ຫະ​ລັດ ຂ້າມ​ເຂດ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ພາກ​ພື້ນເຄິ່ງ​ປົກ​ຄອງ​ຕົນ​ເອງ ເຄີ​ດິ​ສ​ຖານ ຂອງ ອີ​ຣັກ.

ແຫຼ່ງ​ຂ່​າວ​ດ້ານ​ຄວາມ​ປອດ​ໄພ​ໃນ​ເມືອງ ໂມ​ຊຸ​ລ ກໍ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ ຣອຍ​ເຕີ ວ່າກອງ​ກຳ​ລັງ​ ສະ​ຫະ​ລັດ ໄດ້​ຂ້າ​ມ​ເຂົ້າ​ໄປ​ໃນ ອີ​ຣັກ ຈາກ​ເຂດ​ຊາຍ​ແດນ ຊາ​ເຮລາ.

ກອງ​ກຳ​ລັງ ສະ​ຫະ​ລັດ ໄດ້​ຖອນ​ຕົວ​ອອກ​ຈາກ​ຖານ​ທັບ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ເຂົາ​ເຈົ້າ​ໃນ​ພາກ​ເໜືອ​ຂອງ ຊີ​ເຣຍ ໃນ​ວັນ​ອາ​ທິດ​ວານນີ້, ດ້ວຍ​ຫົວ​ໜ້າ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ ມາກ ເອັ​ສ​ເປີ ກ່າວ​ວ່າ ກອງ​ກຳ​ລັງ ອາ​ເມ​ຣິ​ກັນ ທຸກ​ຄົນ​ທີ່​ອອກ​ຈາກ ຊີ​ເຣຍ ຈະ​ຖືກ​ສົ່ງ​ໄປ​ພາກ​ຕ​າ​ເວັນ​ຕົກ​ຂອງ ອີ​ຣັກ ເພື່ອ​ດຳ​ເນີນ​ການ​ປະ​ຕິ​ບັດ​ການ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ກັບ​ພວກ ລັດ​ອິ​ສ​ລາມ.

ທ່ານ ເອັ​ສ​ເປີ ໄດ້​ກ່າວ​ວ່າ ກອງ​ກຳ​ລັງ ສະ​ຫະ​ລັດ ຫຼາຍກວ່າ 700 ຄົນ​ຈະ​ຖືກ​ຍ້າຍ​ໄປ ອີ​ຣັກ ແລະ ຈະ​ບໍ່​ກັບ​ຄືນ “ບ້​ານ” ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ໃນ​ທວິດ​ເຕີ​ວ່າ ເຂົາ​ເຈົ້າ​ຈະ​ກັບ.

ທ່ານ ເອັ​ສ​ເປີ ບໍ່​ໄດ້​ປະ​ຕິ​ເສດ​ຄວາມ​ເປັນ​ໄປ​ໄດ້ ກ່ຽວ​ກັບ ການ​ບຸກ​ໂຈມ​ຕີ​ປາບ​ປາມ​ລັດ​ທິກໍ່​ການ​ຮ້າຍ ສະ​ຫະ​ລັດ ຈາກ ອີ​ຣັກ ເຂົ້າ​ໃນ ຊີ​ເຣຍ. ແຕ່​ທ່ານ​ໄດ້​ເວົ້າ​ວ່າ ແຜນ​ການ​ຕ່າງໆ​ຈະ​ຖືກ​ເຮັດ​ຂຶ້ນມາ​ເປັນ​ລຳ​ດັບ ແລະ ລວມ​ທັງ​ການ​ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ພັນ​ທະ​ມິດ​ອົງ​ການ NATO ໃນ​ສອງ​ສາມ​ວັນ​ຂ້າງ​ໜ້ານີ້. ທ່ານ​ໄດ້​ເວົ້າ​ວ່າ ຖ້າ​ກອງ​ກຳ​ລັງ ສະ​ຫະ​ລັດ ກັບ​ຄືນ​ໄປ ຊີ​ເຣຍ ເຂົາ​ເຈົ້າ​ຖືກ​ປົກ​ປ້ອງ​ໂດຍ​ເຮືອ​ບິນ ອາ​ເມ​ຣິ​ກັນ.

ປັດ​ຈຸ​ບັນ​ນີ້ ສະ​ຫະ​ລັດ ມີ​ກອງ​ກຳ​ລັງ​ປະ​ມານ 5,000 ຄົນ​ໃນ ອີ​ຣັກ ພາຍ​ໃຕ້​ຂໍ້​ຕົກ​ລົງ​ລະ​ຫວ່າງ​ລັດ​ຖະ​ບານ ແບກ​ແດັດ ກັບ ວໍ​ຊິງ​ຕັນ. ສະ​ຫະ​ລັດ ໄດ້​ຖອນ​ກຳ​ລັງ​ອອກ​ໃນ​ປີ 2011 ເມື່ອ​ການ​ປະ​ຕິ​ບັດ​ການ​ຕໍ່​ສູ້​ໄດ້​ສິ້ນ​ລົງ​ຢູ່​ທີ່​ນັ້ນ, ແຕ່​ໄດ້​ກັບ​ຄືນ​ໄປ​ອີກ​ສາມ​ປີ​ຕໍ່​ມາ ເມື່ອ​ພວກ​ລັດ​ອິ​ສ​ລາມ ໄດ້​ຍຶ​ດ​ເອົາ​ພາກ​ສ່ວນ​ທີ່​ໃຫຍ່​ຂອງ​ປະ​ເທດ ກ່ອນ​ສູນ​ເສຍ​ພື້ນ​ທີ່ໆ​ເຂົາ​ເຈົ້າ​ໄດ້​ຍຶດ​ໃນ​ເວ​ລາ​ຕໍ່​ມາ.

ໃນ​ຂະ​ນະ​ດຽວ​ກັນ, ທ່ານ ເອັ​ສ​ເປີ ໄດ້​ກ່າວ​ວ່າ ການ​ຢຸດ​ຍິງ 5 ວັນ​ລະ​ຫວ່າງ ກອງ​ກຳ​ລັງ ເທີ​ກີ ກັບ ຊາວ ເຄີດ ໃນ​ພາກ​ເໜືອ​ຂອງ ຊີ​ເຣຍ​ ທີ່​ຖືກ​ເຊັນ​ກັນ​ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ “ໂດຍ​ທົ່ວ​ໄປ​ແລ້ວ​ເບິ່ງ​ຄື​ຈະ​ຢູ່ພາຍ​ໃຕ້​ການ​ຄວບ​ຄຸມ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG