ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ​ພອມ​ພຽວ ຢ້ຽມ​ຢາມ​ອີ​ຣັກ ທ່າມ​ກາງ​ ລາຍ​ງານ​​ ໄພຂົ່ມ​ຂູ່ ​ຈາກລູກ​ສອນ​ໄຟ​ ຂອງ​ອີ​ຣ່ານ


ພວກ​ທະ​ຫານ​ເຮືອ ກຳ​ລັງ​ດຶງ​ເຊືອກ​ມັດ​ເຮືອ​ເວ​ລາກຳ​ປັ່ນ​ລົບ Abraham Lincoln ​​ເດີນ​ທາງ​ໄປ​ເຖິງທ່າ​ເຮືອນໍ​ໂຟກ ທີ່​ເມ​ືອງ​ນໍ​ຣໂຟກ ລັດ​ເວີ​ຈີ​ເນຍ ວັນ​ທີ 7 ສິງ​ຫາ 2012.
ພວກ​ທະ​ຫານ​ເຮືອ ກຳ​ລັງ​ດຶງ​ເຊືອກ​ມັດ​ເຮືອ​ເວ​ລາກຳ​ປັ່ນ​ລົບ Abraham Lincoln ​​ເດີນ​ທາງ​ໄປ​ເຖິງທ່າ​ເຮືອນໍ​ໂຟກ ທີ່​ເມ​ືອງ​ນໍ​ຣໂຟກ ລັດ​ເວີ​ຈີ​ເນຍ ວັນ​ທີ 7 ສິງ​ຫາ 2012.

ລັດ​ຖະ​ມົນ​ຕີ​ຕ່າງ​ປະເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ໄດ້​ເດີນ​ທ​າງ​ໄປ​ຢ້ຽມ​ຢາມ​ອີ
​ຣັກ ​ທີ່​ບໍ່​ໄດ້​ປະ​ກາດ​ໃຫ້​ຊາບລ່ວງ​ໜ້າ ທ່າ​ມ​ກາງຄວ​າມ​ເຄັ່ງ​ຕຶງ​ທີ່​ເພີ້ມ​ທະວີ​ຂຶ້ນກັ​ບ​ອີ​ຣ່ານ
ຫຼັງ​ຈາກ​ລາ​ຍງານ​ສືບ​ລັບ​ສະ​ແດງ​ໃຫ້​ເຫັນ​ວ່າ​ອີ​ຣ່ານ ໄດ້​ເຄື່ອນ​ຍ້າຍ​ລູກ​ສອນ​ໄຟ​ຂີ​ປະ​ນາ​
ວຸດ​ໄລ​ຍະ​ໃກ້​ ໂດຍ​ທາງ​ເຮືອ ​ຢູ່​ໃນເຂດ​ນ່ານ​ນ້ຳ​ນອກ​ຝັ່ງທະ​ເລຂອງຕົນ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ຊຶ່ງ​ໄດ້​ລາຍ​ງານ​ເປັນ​ເທື່ອ​ທຳ​ອິດ ​ໂດຍ​ຕາ​ໜ່າງໂທ​ລະ​ພາບ
CNN ​ຂອງ​ສະ​ຫະ​ລັດ ແມ່ນ​ເປັນ​ນຶ່ງ​ຂອງ​ຫຼາຍໆ​ຮ່ອງ​ຮອຍ​ທີ່ສະ​ແດງ​ໃຫ້ ເຫັນ​ວ່າອີ​ຣ່ານ​
ອາດ​ຈະ​ພິ​ຈາ​ລະ​ນາ ຫຼື​ກະ​ກຽມ​ທີ່​ຈະ​ໂຈມ​ຕີ​ກຳ​ລັງ​ສະ​ຫະ​ລັດ​ຢູ່​ໃນ​ຂົງ​ເຂດ ອີງ​ຕາມ​ຄຳ​
ເວົ້າ​ຂອງເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຄົນ​ນຶ່ງ​ ທີ່ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວເອ​ພີ.

ເຈົ້າ​ໜ້າ​ທີ່​ຄົນ​ນີ້ ​ໄດ້​ກ່າວ​ຕໍ່​ອົງ​ການຂ່າວ​ວ່າ ຍັງບໍ່​ທັນເປັນ​ທີ່​ແນ່ນອນ​ວ່າ​ເຮືອ​ທີ່​ມີ​ລູກ​ສອນ
​ໄຟ ສ​ະ​ແດງ​ໃຫ້​ເຫັນ​ສະ​ມັດ​ຕະ​ພາບ​ໃໝ່​ທ​າງທະ​ຫານ ຫຼື​ພຽງ​ແຕ່​ຍ້າຍ​ໄປ​ໄວ້​ສະ​ຖານ​ທີ່​
ແຫ່ງ​ໃໝ່​ເທົ່າ​ນັ້ນ.

ທ່ານ​ພອມ​ພຽວ ​ໃນ​ວັນ​ອັງ​ຄານ​ວານ​ນີ້ ​ໄດ້ຍົກ​ເລີກ​ໝາຍ​ກຳ​ນົດ​ການ​ເດີນ​ທາງ​ໄປຢ້ຽມ​
ຢາມເຢຍ​ຣ​ະ​ມັນແລະ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທີ່​ບໍ່​ມີ​ການ​ປະ​ກາດ​ລ່ວງ​ໜ້​າ​ຢູ່​ແ​ບັກ​ແດດ
ເພື່ອ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ ທ່ານ​ອາ​ແດ​ລ ອັບ​ດູນ-ມາດີ ແລະ​ປະ​ທາ​ນາ​ທິ
​ບໍ​ດີ​ບາແຮມ ຊາ​ລີ​ ເພື່ອ​ຮັບ​ຮູ້ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ເພີ້​ມ​ທະ​ວີການ​ເຄື່ອນ​ໄຫວ
ຂ​ອງ​ອີ​ຣ່ານ.

ທ່ານ​ພອມ​ພຽວ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ທີ່​ເດີນ​ທາງ​ໄປ​ກັບ​ທ່ານ​ຈາກ​ອີ​ຣັກ ຫາ​ອັງ​ກິດ​
ວ່າ “ພວກ​ເຮົາ​ບໍ່​ຕ້ອງ​ການ​ຢາກ​ໃຫ້​ຜູ້​ໃດ​ ມາ​ແຊກ​ແຊງ​ຢູ່​ໃນປະ​ເທດເຂົາ​ເຈົ້າ ແນ່ນອນ
​ໂດຍ​ການ​ໂຈມ​ຕີ​ປະ​ເທດ​ອື່ນ​ຢູ່​ໃນ​ອີ​ຣັກ.”

ທ່ານ​ກ່າວ​ວ່າ​ການ​ຂົ່ມ​ຂູ່​ຕໍ່ຜົນ​ປະ​ໂຫຍດ​ຂອງ​ອາ​ເມ​ຣິ​ກັນ​ແມ່ນ​ພວມ “​ຈະເກີດ​ຂຶ້ນໄດ້
ທຸກ​ຍາມ.”

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກຳ​ລັງ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າງ​ຢູ່​ເທີ່ງ​ເຮືອ​ບິນໄປ​ນະ​ຄອນ​ແບັກ​ແດ​ສ ວັນ​ທີ 8 ພຶດ​ສະ​ພາ 2019.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກຳ​ລັງ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າງ​ຢູ່​ເທີ່ງ​ເຮືອ​ບິນໄປ​ນະ​ຄອນ​ແບັກ​ແດ​ສ ວັນ​ທີ 8 ພຶດ​ສະ​ພາ 2019.

ທ່ານ​ພອມ​ພຽວ​ກ່າວ​ວ່າ “ນັ້ນ​ແມ່ນ ພວກ​ເຂົາ​ຈະໂຈມ​ຕີ ​ຊຶ່ງ​ຈະເກີດ​ຂຶ້ນ​ໃນ​ບໍ່​ຊ້າ​ນີ້. ພວກ​
ເຮົາ​ໄດ້​ເອົາທຸກ​ມາດ​ຕະ​ການທີ່​ພວກ​ເຮົາ​ສາ​ມາດ ​ເພື່ອ​ສະ​ກັດ​ກັ້ນ​ພວກ​ເຂົາ​.”

ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດກຳ​ລັງເລັ່ງ​ລັດ​ການ​ສົ່ງ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ລົບ US
Abraham Lincoln ແລະ​ກຸ່ມ​ກຳ​ປັ່ນ​ໂຈມ​ຕີ​ຈາກເຂດ​ນ່ານ​ນ້ຳ​ຢູ​ໂຣບ​ໄປ​ຫາທະເລ​ອາ
​ຣາ​ເບຍ ແລະ​ສົ່ງ​ເຮືອ​ບິນຖີ້ມ​ລະ​ເບີດ B-52 ​ໄປ​ຍັງ​ເຂດ​ດັ່ງ​ກ່າວເພື່ອ​ເປັນ ​ການ​ຕອບ​
ໂຕ້​ຕໍ່​ໄພ​ຂົ່ມ​ຂູ່​ຂອງ​ອີ​ຣ່ານ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG