ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ສຫລ ຢືນຢັນ ທະຫານ ອາເມຣິກັນ ຖືກຂ້າຕາຍ ໃນ ອັຟການິສຖານ


ແຜນທີ່ ປະເທດ ອັຟການິສຖານ.
ແຜນທີ່ ປະເທດ ອັຟການິສຖານ.

ກອງທັບ ສະຫະລັດ ໄດ້ກ່າວໃນວັນອັງຄານວານນີ້ວ່າ ນຶ່ງໃນບັນດາທະຫານຂອງເຂົາ
ເຈົ້າ ໄດ້ຖືກຂ້າຕາຍ ແລະ ອີກ 4 ຄົນໄດ້ຮັບບາດ ເຈັບໃນລະຫວ່າງ “ການຕໍ່ສູ້” ໃນ
ພາກຕາເວັນອອກຂອງ ອັຟການິສຖານ. ການບາດເຈັບລົ້ມຕາຍດັ່ງກ່າວໄດ້ເກີດຂຶ້ນ
ໃນວັນຈັນທີ່ຜ່ານມາ ໃນເມືອງ ອາຈິນ (Achin) ແຂວງ ນັນກາຮາ (Nangarhar,) ເຊິ່ງ
ມີຊາຍແດນຕິດກັບປະເທດ ປາກິສຖານ.

ທະຫານສອງຄົນທີ່ໄດ້ຮັບບາດເຈັບ ແມ່ນກຳລັງຖືກປິ່ນປົວໃນສະຖານ ທີ່ພະຍາບານ
ທີ່ຕັ້ງຢູ່ໃກ້ຄຽງແລະເຂົາເຈົ້າມີອາການຊົງຕົວແລ້ວ. ສ່ວນທະຫານຄົນອື່ນໆ ແມ່ນໄດ້
ກັບຄືນໄປປະຕິບັດໜ້າທີ່, ອີງຕາມຖະແຫຼງ ການຂອງກອງທັບ.

ນາຍພົນ ຈອນ ນິກໂຄລ໌ສັນ (John Nicholson) ຜູ້ບັນຊາການກຳ ລັງສະຫະລັດໃນ
ອັຟການິສຖານ ໄດ້ກ່າວວ່າ “ພວກເຮົາເສຍໃຈເປັນຢ່າງຍິ່ງ ກັບການສູນເສຍທະຫານ
ຄົນນຶ່ງຂອງພວກເຮົາ. ໃນເວລາທີ່ຍາກລຳບາກຍິ່ງນີ້ ພວກເຮົາຂໍສະແດງຄວາມເສົ້າ
ສະຫຼົດໃຈຕໍ່ບັນດາຄອບຄົວ ແລະ ໝູ່ເພື່ອນຂອງອ້າຍນ້ອງທີ່ໄດ້ເສຍຊີວິດແລະບາດ
ເຈັບຂອງພວກເຮົາ.”

ບໍ່ມີລາຍລະອຽດອື່ນໆ ກ່ຽວກັບ ເຫດການດັ່ງກ່າວໄດ້ຖືກເປີດເຜີຍໃຫ້ຊາບ.

ກອງທັບ ສະຫະລັດ ໄດ້ສູນເສຍທະຫານ 17 ຄົນ ໃນເຫດການທີ່ ກ່ຽວຂ້ອງກັບການຕໍ່ສູ້
ທີ່ປະເທດ ອັຟການິສຖານ ໃນປີ 2017.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG