ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງທັບ ສຫລ ໃຫ້ການຢືນຢັນ ກ່ຽວກັບ ທະຫານຄົນທີ 4 ເສຍຊີວິດ ຢູ່ໄນເຈີ


ທະຫານກຳລັງພິເສດ ສິບເອກດ້ານອາວຸດ ສະຫະລັດຄົນນຶ່ງ ກຳລັງກ່າວ ຕໍ່ທະຫານໄນເຈີ ລະຫວ່າງການເຝິກແອບ.
ທະຫານກຳລັງພິເສດ ສິບເອກດ້ານອາວຸດ ສະຫະລັດຄົນນຶ່ງ ກຳລັງກ່າວ ຕໍ່ທະຫານໄນເຈີ ລະຫວ່າງການເຝິກແອບ.

ກອງທັບ​ສະຫະລັດ​ກ່າວໃນ​ວັນ​ສຸກ​ວານ​ນີ້​ວ່າ ທະຫານ​ອາ​ເມຣິກັນ​ຄົນ​ທີ​ສີ່​ໄດ້​ເສຍ​ຊີວິດ ລະຫວ່າງ​ການ​ໂຈມ​ຕີ​ ໂດຍກຸ່ມທີ່​ສົງ​ໄສວ່າເປັນພວກຫົວຮຸນແຮງ​ອິສລາມ​ໃນອາທິດ​ນີ້ ​ໃນປະເທດ​ໄນ​ເຈີ.

ພວກ​ເຈົ້າໜ້າ​ທີ່​ກອງທັບສະຫະລັດກ່າວ​ວ່າ ທະຫານຄົນນີ້​ ໄດ້​ຫາຍ​ສາບ​ສູນໄປ​ຫລັງ
​ຈາກ​ການດັກສະກັດ​ໂຈມ​ຕີທີ່​ຮ້າຍ​ແຮງ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາລະຫວ່າງ​ກາ​ນ ​ລາດຕະ
​ເວນຮ່ວມ ຂອງທະຫານ​ສະຫະລັດ​ແລະ​ໄນເຈີ​ ໃກ້​ກັບ Mali. ​ເຂົາ​ເຈົ້າ​ກ່າວ​ວ່າ​ ຊາກ
​ສົບ​ຂອງ​ທະຫານ​ໄດ້​ພົບ​ເຫັນ​ໂດຍກຳລັງ​ໄນ​ເຈີ​ ​ໃນ​ວັນ​ສຸກ​ວານ​ນີ້​ຫລັງ​ຈາກ​ໄດ້​ຊອກ
​ຄົ້ນ​ຫາ​ຢ່າງ​ກວ້າງຂວາງ.

​ທະຫານ​ສະຫະລັດ​ສາມ​ຄົນ ​ໄດ້ຮັບການ​ຢືນຢັນ​ວ່າ​ເສຍ​ຊີວິດ​ຫລັງ​ຈາກ​ການ​ໂຈມ​ຕີ.
​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ສະຫະລັດຄົນ​ນຶ່ງ ​ກ່າວ​ຕໍ່ວີ​ໂອ​ເອ​ ໃນ​ວັນພະຫັດ​ຜ່ານມາ​ນີ້
​ວ່າ ​ເຂົາ​ເຈົ້າ​ເປັນ​ສະມາຊິກໜ່ວຍກ້າ​ຕາຍ​ ຂອງກຳລັງພິເສດ​ກອງທັບ​ບົກ​ສະຫະລັດ
ທີ່​ຮູ້​ກັນໃນ​ອີກ​ຊື່ນຶ່ງວ່າ ​Green Berets​.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລາຍ​ລະອຽດ​ກ່ຽວ​ກັບ​ທະຫານ​ຄົນທີ​ສີ່​ບໍ່ ​ໄດ້​ປະກາດ​ໃນ​ຕອນ
​ຕົ້ນ ​ເພາະວ່າ​ກຳລັງມີການ​ຊອກ​ຄົ້ນ​ຫາ​ຢ່າງ​ກວ້າງ​ຂວາງ.

ສະມາຊິກກຳລັງ​ຮັກສາ​ຄວາ​ມປອດ​ໄພຂອງ​ໄນ​ເຈີອີກ​ສີ່​ຄົນກໍ​ໄດ້​ຖືກ​ສັງຫານ​ລະຫວ່າງ
​ການ​ໂຈມ​ຕີ​ໃນ​ວັນ​ພຸດແລ້ວ. ທະຫານ​ໄນ​ເຈີແປດ​ຄົນ​ແລະ​ທະຫານ​ສະຫະ ລັດ​ສອງ​ຄົນ
​ໄດ້​ຮັບ​ບາດ​ເຈັບ.

ຍັງບໍ່ມີໃຜ ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີດັ່ງກ່າວນີ້ເທື່ອ ​ເຖິງ​ແມ່ນພວກ​
ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ​ເຂົາ​ເຈົ້າສົງ​ໄສ​ເຄືອຂ່າຍຂອງກຸ່ມລັດ​ອິສ​ລາມ​ໃນທ້ອງ​ຖິ່ນ
ເປັນ​ຜູ້​ຮັບຜິດຊອບ.

ທ່ານ Mark Cheadle ​ໂຄສົກ​ກອງ​ບັນຊາ​ການ​ກຳລັງ​ສະຫະລັດໃນອາຟຣິກາ ກ່າວ​ວ່າ ກອງທັບ​ຈະ​ຕາມ​ລ່າ​ຫາພວກ​ທີ່​ຮັບຜິດຊອບ​ໃນການ​ໂຈມຕີ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ.

ທ່ານ Cheadle ກ່າວ​ຕື່ມວ່າ “ພວກ​ເຮົາ​ໄດ້ຕັດສິນໃຈ ​ແລະ​ເຊື່ອ​ໝັ້ນ​ໃນ​ຄວາມ​ພະຍາ
ຍາມຂອງ​ພວກ​ເຮົາ​ທີ່​ຈະຕາມ​ຫາ​ພວກ​ໂຈມຕີ ໃນການລາດຕະ​ເວນ​ຮ່ວມ ດັ່ງກ່າວ.”

​ກອງ​ບັນຊາ​ການ​ກຳລັງສະຫະລັດໃນອາ​ຟຣິກາ ກ່າວ​ວ່າ ການ​ໂຈມ​ຕີ​ໄດ້​ມີ​ຂຶ້ນ​ປະ​ມານ
200 ກິ​ໂລ​ແມັດ​ ຢູ່ທາງ​ພາກ​ເໜືອ​ຂອງນະຄອນຫຼວງ​ Niamey ຂອງໄນ ​ເຈີ ບໍ່​ໄກ​ປານ
ໃດ ຈາກ​ຊາຍ​ແດນ​ໄນ​ເຈີ ​ຕິດກັບມາລີ.

ທະຫານ​ອາ​ເມຣິກັນຈຳນວນ 12 ຄົນ ​ແມ່ນ​ເປັນ​ສ່ວນ​ນຶ່ງຂອງໜ່ວຍລາດຕາເວນ
ປະມານ 40 ຄົນຂອງ​ທະຫານ​ສະຫະລັດ ​ແລະ​ໄນ​ເຈີ ອີງ​ຕາມ​ທ່ານ Cheadle ​ທີ່​ພະ
ຍາຍາ​ມ “ສ້າງຄວາມ​ສຳພັນ​ກັບ​ບັນດາ​ຜູ້ນຳ​ໃນທ້ອງ​ຖິ່ນ.”

ທ່ານ Cheadle ກ່າວ​ວ່າ ການ​ປະຕິບັດ​ງານດັ່ງກ່າວ ແມ່ນພິຈາລະນາ​ວ່າ “ມີຄວາມ
ສ່ຽງຕ່ຳ” ແລະທ່ານເວົ້າວ່າ ບໍ່​ໄດ້​ມີ “ກຳລັງປະກອບ​ອາວຸດທາງ​ອາກາດ ໃຫ້ການຄຸ້ມ
ກັນໃນລະຫວ່າງ​ການ​ປະຕິບັດ​ງານ” ​ແຕ່​ກໍ​ມີ​ເຮືອບິນສັງ​ເກດ​ການ​ບໍ່​ມີ​ຄົນ​ຂັບທີ່​ບໍ່​ໄດ້
ຕິດອາວຸດ ​ເບິ່ງ​ຈາກ​ທາງ​ເທິງ.

ມີພວກຫົວຮຸນແຮງອິສລາມຫລາຍ​ກຸ່ມ ປະຕິບັດ​ງານ​ຢູ່ໃນ​ປະເທດໄນ​ເຈີ ພ້ອມ​ດ້ວຍ
​ກຸ່ມ Boko Haram ຂອງໄນຈີເຣຍທຳການໂຈມຕີຢູ່ໃນພາກຕາເວັນອອກຂອງ
ປະເທດໄນເຈີ ແລະກຸ່ມອາລກາອີດາທີ່ມີຖານປະເທດບັດງານຢູ່ໃນປະເທດ Algeria
ທີ່ເອີ້ນວ່າ ​ເຂດອິສລາມ Maghreb ນັ້ນ ປະຕິບັດງານຢູ່ທາງພາກ​ຕາ​ເວັນ​ຕົກຂອງ
ປະເທດ ພ້ອມກັບພວກ​ນັກ​ລົບ​ລັດ​ອິສລາມຢູ່ໃນບາງເຂດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Niger Attack
please wait
Embed

No media source currently available

0:00 0:01:10 0:00

XS
SM
MD
LG