ກອງທັບ ສະຫະລັດ ໄດ້ຢືນຢັນວ່າ ຕົນໄດ້ດຳເນີນການໂຈມຕີທາງອາກາດ ຕໍ່ພວກຫົວຮຸນແຮງ ອາລ-ຊາບັບ (Al-Shabab) ອີກຄັ້ງນຶ່ງ, ເຊິ່ງເປັນ ເທື່ອທີສາມໃນຮັບບໍ່ເຖິງສອງອາທິດ.
ການໂຈມຕີໃນວັນອາທິດວານນີ້ ແມ່ນການສະໜັບສະໜູນແກ່ກຳລັງທະຫານ ລັດຖະບານໂຊມາເລຍ ຢູ່ໃນບໍລິເວນຂອງເມືອງ ເກກາດ (Qeycad) ຢູ່ລັດ ກາລມູດັກ (Galmudug) ທາງພາກກາງຂອງປະເທດ ອີງຕາມກອງທັບສະຫະລັດ.
ລັດຖະບານ ໂຊມາເລຍ ໃນຕອນຕົ້ນໄດ້ລາຍງານວ່າ ການໂຈມຕີແມ່ນຢູ່ໃນ ເຂດທີ່ລັດຖະບານກາງ ແລະ ສະຫະລັດ ໄດ້ສູ້ລົບກັບພວກຫົວຮຸນແຮງ. ມັນບໍ່ມີຄຳເວົ້າໃດໆກ່ຽວກັບວ່າ ພວກຫົວຮຸນແຮງໄດ້ຮັບບາດເຈັບ ຫຼືເສຍຊີວິດ.
ຖະແຫຼງການໂດຍກະຊວງຖະແຫຼງຂ່າວຂອງໂຊມາເລຍ ກ່າວວ່າ “ນີ້ເປັນການ ເສຍຫາຍຢ່າງໜັກຕໍ່ພວກ ອາລ-ຊາບັບ ທີ່ເຮັດສົງຄາມກັບປະຊາຊົນໂຊມາເລຍ.
ຖະແຫຼງການໄດ້ກ່າວເພີ້ມອີກວ່າ “ການໂຈມຕີທາງອາກາດໄດ້ທໍາລາຍຈຸດຍິງ ຂະໜາດໃຫຍ່ແຫ່ງນຶ່ງຂອງພວກ ອາລ-ຊາບັບ ທີ່ຕໍ່ສູ້ກັບ ກອງກຳລັງ ດານັບ (Danab) ແລະ ກຳລັງກອງທັບແຫ່ງ ຊາດໂຊມາເລຍ (SNA) ໃນຂະນະທີ່ເຂົາເຈົ້າເຂົ້າໄປໃກ້.”
ດານັບ ຫຼື “ສາຍຟ້າແລບ” ແມ່ນໜ່ວຍກ້າຕາຍ ໂຊມາເລຍ ທີ່ໄດ້ຮັບການເຝິກແອບໂດຍ ສະຫະລັດ.
ທັງສອງລັດຖະບານ ສະຫະລັດ ແລະ ໂຊມາເລຍ ໄດ້ກ່າວວ່າບໍ່ມີພົນລະເຮືອນໄດ້ຮັບບາດເຈັບ ຫຼື ເສຍຊີວິດ.
ແນວໃດກໍຕາມ, ກຸ່ມ ອາລ-ຊາບັບ ໄດ້ກ່າວຢູ່ໃນຖະແຫຼງການທີ່ໄດ້ເຜີຍແຜ່ ທາງອອນລາຍວ່າ ກຳລັງລັດຖະບານທີ່ໄດ້ຮັບການສະໜັບສະໜູນ ໂດຍ ສະຫະລັດ ບໍ່ໄດ້ປະສົບຄວາມສຳເລັດໃນການຕໍ່ສູ້ຂອງວັນອາທິດວານນີ້.
ການໂຈມຕີທາງອາກາດໃນຄັ້ງທີ່ຜ່ານມາໄດ້ເກີດຂຶ້ນໃນວັນທີ 20 ແລະ 23 ກໍລະກົດ ຢູ່ໃນບໍລິເວນດຽວກັນ. ນີ້ແມ່ນການໂຈມຕີທາງອາກາດຕໍ່ກຸ່ມ ອາລ-ຊາບັບ ໃນ ໂຊມາເລຍ ເທື່ອທຳອິດນັບຕັ້ງແຕ່ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ເຂົ້າຮັບຕຳແໜ່ງໃນເດືອນມັງກອນທີ່ຜ່ານມາ.