ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທຳນຽບຫ້າແຈ ລະບຸຕົວທະຫານ ສະຫະລັດ ທີ່ຖືກຂ້າຕາຍໃນປະເທດ ຊີເຣຍ


ທະຫານ ອາເມຣິກັນ ແນມເບິ່ງເຂດຊາຍແດນ ເທີກີ ຈາກປ້ອມ
ຍາມນ້ອຍໃກ້ກັບເມືອງ ມານບິຈ "Manbij," ທາງພາກເໜືອ
ຂອງປະເທດ ຊີເຣຍ. 7 ກຸມພາ, 2018.
ທະຫານ ອາເມຣິກັນ ແນມເບິ່ງເຂດຊາຍແດນ ເທີກີ ຈາກປ້ອມ ຍາມນ້ອຍໃກ້ກັບເມືອງ ມານບິຈ "Manbij," ທາງພາກເໜືອ ຂອງປະເທດ ຊີເຣຍ. 7 ກຸມພາ, 2018.

ທຳນຽບຂາວ ໄດ້ລະບຸຕົວທະຫານ ສະຫະລັດ ຜູ້ທີ່ໄດ້ເສຍຊີວິດໃນປະເທດ ຊີເຣຍ
ລຸນຫຼັງລະເບີດແຕກໃນເມືອງ ມານບິຈ "Manbij" ຕັ້ງຢູ່ພາກເໜືອຂອງປະເທດ.

ທະຫານຄົນດັ່ງກ່າວ ທີ່ຖືກລະບຸຕົວໃນວັນເສົາວານນີ້ ວ່າແມ່ນທ້າວ ຈອນນາທານ
ດັນບາ, ອາຍຸ 36 ປີ ຈາກເມືອງ ອອສຕິນ, ລັດເທັກຊັສ.

ທະຫານ ອັງກິດ ຄົນນຶ່ງກໍໄດ້ເສຍຊີວິດເຊັ່ນກັນ, ໃນຂະນະທີ່ກອງທະຫານອີກ 5 ຄົນ
ແມ່ນໄດ້ຮັບບາດເຈັບ ຍ້ອນລະເບີດຂ້າງຖະໜົນເມື່ອຕອນຄໍ່າຂອງວັນພະຫັດທີ່ຜ່ານ
ມາ, ອີງຕາມການກ່າວ ຂອງບັນດາເຈົ້າໜ້າທີ່ ສະຫະລັດ.

ກະຊວງປ້ອງກັນປະເທດຂອງ ອັງກິດ ໄດ້ຢືນຢັນການເສຍຊີວິດຄັ້ງທີສອງ ທີ່ເກີດຂຶ້ນ
ຈາກພາຍໃນໜ້າທີ່ຂອງຕົນ. ໂຄສົກກະຊວງປ້ອງກັນປະເທດຄົນນຶ່ງໄດ້ກ່າວວ່າ ທະ
ຫານ ອັງກິດ ໄດ້ທຳການປິດລ້ອມກັບກອງກຳລັງ ສະຫະລັດ ໃນເວລາຂອງການໂຈມ
ຕີ ແລະ ໄດ້ກ່າວວ່າ ກອງກຳລັງພັນທະມິດ ໄດ້ດຳເນີນການປະຕິບັດການຕໍ່ຕ້ານກຸ່ມ
ລັດອິສລາມ.

ການໂຈມຕີໃກ້ກັບເມືອງ ມານບິຈ, ເຊິ່ງແມ່ນຖານທີ່ໝັ້ນເກົ່າຂອງພວກລັດອິສລາມ,
ບ່ອນທີ່ກອງກຳລັງ ສະຫະລັດ ປະຈຳການຢູ່ນັ້ນ, ໄດ້ເກີດຂຶ້ນນຶ່ງວັນຫຼັງຈາກປະທາ
ນາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວວ່າ ທ່ານຈະຖອນກອງກຳລັງ
ສະຫະລັດ ອອກໃນອະນາຄົດອັນໃກ້ນີ້.

ທ່ານ ທຣຳ ໄດ້ກ່າວໃນຄຳປາໄສທີ່ລັດ ໂອໄຮໂອ ໂດຍບໍ່ໃຫ້ລາຍລະອຽດວ່າ “ພວກ
ເຮົາຈະອອກຈາກ ຊີເຣຍ, ຄື, ໄວໆນີ້. ໃຫ້ຄົນອື່ນເບິ່ງແຍງມັນຕໍ່ໄປ. ໃນໄວໆນີ້, ໄວໆ
ນີ້ພວກເຮົາອອກມາຈາກທີ່ນັ້ນ.”

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ສະຫະລັດ ຄົນນຶ່ງໄດ້ກ່າວວ່າ, ແນວໃດກໍຕາມ,
ການປະຕິບັດພາລະກິດຂອງ ສະຫະລັດ ໃນ ຊີເຣຍ ຍັງຄົງບໍ່ມີການປ່ຽນແປງ ແລະ
ກອງກຳລັງ ສະຫະລັດ ທີ່ຖືກເສີມເຂົ້າໄປຕື່ມ ແມ່ນຢູ່ທີ່ນັ້ນເພື່ອເອົາຊະນະພວກ IS.

ສະຫະລັດ ມີເຈົ້າໜ້າທີ່ກອງທັບຫຼາຍກວ່າ 2,000 ຄົນໃນປະເທດ ຊີເຣຍ, ເຊິ່ງ 60
ຄົນໃນນັ້ນແມ່ນໄດ້ຖືກຂ້າຕາຍແລ້ວ ນັບຕັ້ງແຕ່ການຕໍ່ສູ້ເພື່ອທຳລາຍພວກ IS ໄດ້
ເລີ່ມຂຶ້ນໃນປີ 2014 ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG