ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ສະຫະລັດ ຢຸດເຊົາການຄົ້ນຫາ ທະຫານເຮືອ ທີ່ຫາຍສາບສູນໄປ 3​ ຄົນ


ເຮືອບິນ MV-22 Osprey ຂອງກອງທັບເຮືອ ສະຫະລັດ ລົງຈອດຢູ່ເທິງກຳປັ່ນພິຄາດ USS Bonhomme Richard ນອກຊາຍຝັ່ງນະຄອນ ຊິດນີ. ອອສເຕຣເລຍ. 29 ມິຖຸນາ, 2017.
ເຮືອບິນ MV-22 Osprey ຂອງກອງທັບເຮືອ ສະຫະລັດ ລົງຈອດຢູ່ເທິງກຳປັ່ນພິຄາດ USS Bonhomme Richard ນອກຊາຍຝັ່ງນະຄອນ ຊິດນີ. ອອສເຕຣເລຍ. 29 ມິຖຸນາ, 2017.

ທາງການທະຫານ ສະຫະລັດ ກ່າວວ່າຕົນໄດ້ບອກໃຫ້ທຳການຍົກເລີກການຊອກຄົ້ນ
ຫາທະຫານ ມາຣີນ ສາມຄົນ ທີ່ຫາຍສາບສູນໄປ ລຸນຫຼັງເຮືອບິນຂອງພວກເຂົາເຈົ້າ
ໄດ້ຕົກລົງໄປໃນທະເລ ນອກຝັ່ງກໍ້າຕາເວັນອອກຂອງອັອສເຕຣເລຍ ໃນວັນເສົາວານນີ້.
ຊາວສາມຄົນ ທີ່ຢູ່ໃນເຮືອບິນ MV-22 Osprey ລຳດັ່ງກ່າວ ໄດ້ຖືກຊ່ອຍກອບກູ້ຊີວິດ
ໄວ້ໄດ້.

ຖະແຫຼງການ ຂອງກອງທັບ ມາຣີນ ເວົ້າວ່າພວກເຂົາເຈົ້າໄດ້ເລີ່ມດຳເນີນຄວາມພະຍາ
ຍາມການຄົ້ນຫາ ໂດຍປະສານງານກັບກອງທັບປ້ອງກັນປະເທດ ອອສເຕຣເລຍ ແລະ
ພວກຍາດພີ່ນ້ອງທີ່ໄກ້ຊິດຂອງພວກທະຫານ ມາຣີນ ທີ່ຫາຍສາບສູນໄປເຫຼົ່າ ກໍໄດ້ຖືກ
ແຈ້ງໃຫ້ຊາບແລ້ວ.

ຖະແຫຼງການດັ່ງກ່າວເວົ້າວ່າ ເຮືອບິນລຳນັ້ນ ໄດ້ບິນຂຶ້ນຈາກ ກຳປັ່ນຮົບ USS
Bonhome Richard ແລະ ໄດ້ປະກອບສ່ວນໃນການຊ້ອມຮົບປົກກະຕິ ໃນເວລາທີ່
ເກີດອຸບບັດເຫດນັ້ນ.

ທຳນຽບຂາວຖະແຫຼງວ່າ ນາຍພົນບຳນານ ຈອນ ແຄັນລີ ຈາກກອງທັບ ມາຣີນ ຫົວໜ້າພະນັກງານປະຈຳທຳນຽບຂາວ ໄດ້ແຈ້ງໃຫ້ປະທານາທິບໍດີ ສະຫະລັດ ທ່ານ Donald
Trump ທີ່ກຳລັງໄປພັກພ່ອນຢູ່ສະໂມສອນ ກັອຟ ຂອງທ່ານ ທີ່ Bedminister ໃນລັດ
New Jersey ຊາບເຖິງເຫດການດັ່ງກ່າວແລ້ວ .

ປັດຈຸບັນ ເຮືອບິນລຳດັ່ງກ່າວຍັງຢູ່ ອັອສເຕຣເລຍ ລຸນຫຼັງ ເສັດສິ້ນການຊ້ອມຣົບຮ່ວມ
ລະຫວ່າງ ສະຫະລັດ ກັບ ອອສເຕຣເລຍ ເມື່ອສອງອາທິດກ່ອນ ໃນອ່າວ
Shoalwater Bay. ພວຫທະຫານ ອອສເຕຣເລຍ ກໍແມ່ນຈຳນວນນຶ່ງ ໃນກຳລັງປະສົມ
ທີ່ນຳໂດຍ ສະຫະລັດ ທີ່ທຳການສູ້ຮົບຢູ່ໃນ ອັຟການິສຖານ ແລະ ອີຣັກ ເວລານີ້.

ກອງທັບ ມາຣີນ ບໍ່ໄດ້ເວົ້າວ່າ ແມ່ນຫຍັງເປັນສາເຫດຂອງອຸບບັດເຫດຄັ້ງນີ້ ແຕ່ກໍສະ
ແດງອອກໃຫ້ເຫັນວ່າ ເຫດການດັ່ງກ່າວ ແມ່ນກຳລັງຖືກສືບສວນຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG