ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະລັດ ຊ່ວຍເຫຼືອກໍ່ສ້າງໂຮງໝໍ 2 ແຫ່ງ ຢູ່ແຂວງຊຽງຂວາງ


ພິທີການວາງສີລາເລີກສໍາລັບໂຄງການກໍ່ສ້າງໂຮງໝໍໃໝ່ 1 ແຫ່ງ ຢູ່ເມືອງຜາໄຊ, ແຂວງຊຽງຂວາງ ທີ່ໄດ້ຮັບ
ທຶນຊ່ວຍເຫລືອຈາກກອງທັບສະຫະລັດ ທີ່ມີຂຶ້ນຢ່າງເປັນທາງການໃນທ້າຍເດືອນພຶດສະພາ ປີ 2012 ນີ້
ພິທີການວາງສີລາເລີກສໍາລັບໂຄງການກໍ່ສ້າງໂຮງໝໍໃໝ່ 1 ແຫ່ງ ຢູ່ເມືອງຜາໄຊ, ແຂວງຊຽງຂວາງ ທີ່ໄດ້ຮັບ ທຶນຊ່ວຍເຫລືອຈາກກອງທັບສະຫະລັດ ທີ່ມີຂຶ້ນຢ່າງເປັນທາງການໃນທ້າຍເດືອນພຶດສະພາ ປີ 2012 ນີ້

ກອງທັບສະຫະລັດໃຫ້ການຊ່ວຍເຫຼືອລາວ ໃນການກໍ່ສ້າງໂຮງໝໍ 2 ແຫ່ງ ຢູ່ເມືອງຜາໄຊ ກັບເມືອງພູກູດ ໃນແຂວງຊຽງຂວາງ ຊຶ່ງເປັນສ່ວນນຶ່ງໃນ 8 ໂຄງການຊ່ວຍເຫຼືອດ້ານສຸຂະ ພາບອະນາໄມ ໃນປີນີ້.

ພິທີການວາງສີລາເລີກສໍາລັບໂຄງການກໍ່ສ້າງໂຮງໝໍໃໝ່ 2 ແຫ່ງ ຢູ່ເມືອງຜາໄຊ ກັບ ເມືອງພູກູດໃນແຂວງຊຽງຂວາງ ໄດ້ມີຂຶ້ນຢ່າງເປັນທາງການ ເມື່ອບໍ່ນານມານີ້ ໂດຍມີ
ພັນໂທ James McAden ທູດທະຫານສະຫະລັດປະຈໍາລາວ ກັບທ່ານດວງຈິດ ແຈ້ງ
ໄຊວັງ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍເຈົ້າໜ້າທີ່ຂອງທັງສອງຝ່າຍຈໍານວນນຶ່ງ
ເຂົ້າຮ່ວມໃນພິທີ.

ການກໍ່ສ້າງໂຮງໝໍທັງສອງແຫ່ງດັ່ງກ່າວນີ້ ຖືເປັນສ່ວນນຶ່ງໃນ 8 ໂຄງການທີ່ສະຫະລັດໄດ້
ໃຫ້ການ​ຊ່ວຍ​ເຫລືອໃນ​ດ້ານ​ມະນຸ​ດສະ​ທຳ ເພື່ອເປັນການຕອບແທນປະຊາຊົນລາວ ໃນ
ແຂວງຊຽງຂວາງ ທີ່ໄດ້ໃຫ້ ການຊ່ວຍເຫລືອ ແລະຮ່ວມມືໃນການຊອກຫາຊາກກະດູກ
ແລະສິ່ງ​ເສດເຫລືອຂອງບັນດາທະຫານອ​າ​ເມຣິກັນ ທີ່ເສຍຊີວິດໃນປາງສົງຄາມອິນໂດຈີນ
ຢູ່ໃນລາວ.

ທ່ານໝໍທະຫານສະຫະລັດຊ່ວຍປົວພະຍາດແກ່ປະຊາຊົນຂ. ຊຽງຂວາງ
ທ່ານໝໍທະຫານສະຫະລັດຊ່ວຍປົວພະຍາດແກ່ປະຊາຊົນຂ. ຊຽງຂວາງ

ທັງນີ້ ທາງການສະຫະລັດ
ໄດ້ໃຫ້ຄວາມສໍາຄັນຕໍ່ການ
ຊ່ວຍເຫຼືອທາງດ້ານມະນຸດ
ສະທໍາຢູ່ໃນລາວ ນັບເປັນ
ໄລຍະເວລາທີ່ຍາວນານກວ່າ
15 ປີມາແລ້ວ ໂດຍສໍາລັບ
ການຊ່ວຍເຫຼືອໃນແຂວງຊຽງ
ຂວາງໃນປີ 2012 ນີ້ ກໍ່ຄິດ
ເປັນມູນຄ່າຮວມເກີນກວ່າ
3.5 ລ້ານໂດລາ ຊຶ່ງຍັງບໍ່ລວມ
ເຖິງການຊ່ວຍເຫຼືອໃນດ້ານ
ດຽວກັນນີ້ ຢູ່ໃນແຂວງອື່ນໆ ແຕ່ຢ່າງໃດ.

ຕົວຢ່າງກໍຄື ທາງການສະຖານທູດສະຫະລັດອາເມຣິກາປະຈໍາປະເທດລາວ ແລະບໍລິສັດ
Walgreens ຈາກສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອກະຊວງສະທາລະນະສຸກຂອງລາວ ເມື່ອທ້າຍເດືອນເມສາທີ່ຜ່ານມາ ຊຶ່ງເປັນການຊ່ວຍເຫຼືອໃນການສັກຢາວັກຊິນ ເພື່ອປ້ອງກັນ
ເຊື້ອໂຣກໄຂ້ຫວັດ ໃຫ້ແກ່ປະຊາຊົນລາວຈໍານວນເຖິງ 375,000 ຄົນໃນທົ່ວປະເທດ.

ທັງນີ້ ປະຊາຊົນລາວທີ່ເປັນເປົ້າໝາຍ ທີ່ຈະໄດ້ຮັບການສັກຢາວັກຊິນພາຍໃຕ້ໂຄງການ
ດັ່ງກ່າວນີ້ ກໍແມ່ນປະຊາຊົນລາວທີ່ມີຄວາມສ່ຽສູງຕໍ່ການທີ່ຈະຕິດເຊື້ອໂຣກໄຂ້ຫວັດ ເນື່ອງຈາກສຸຂະພາບຮ່າງກາຍບໍ່ແຂງແຮງ ຫຼືບໍ່ມີພູມຕ້ານທານເຊື້ອໂຣກ ຊຶ່ງໃນນີ້ກໍມີ
ທັງແມ່ຍິງທີ່ຖືພາ, ຄົນຊະລາ ແລະຄົນລາວ ທີ່ມີໂຣກປະຈໍາຕົວ ເຊັ່ນໂຣກຫົວໃຈ ແລະ
ໂຣກປອດເປັນຕົ້ນ ລວມທັງເດັກນ້ອຍທີ່ຢູ່ໃນເຂດທີ່ສຸ່ມສ່ຽງ ຫຼືເຄີຍມີການແຜ່ລະບາດ
ຂອງເຊື້ອໂຣກເກີດຂຶ້ນຢ່າງກ້ວາງຂວາງນັ້ນເອງ.

ໃນໄລຍະດຽວກັນນັ້ນ ທາງການສະຫະລັດໂດຍກອງ​ບັນຊາ​ການກອງທັບປະຈໍາພາກພື້ນ
ປາຊີ​ຟິກ ກໍໄດ້​ຮ່ວມມືກັບໂຮງໝໍມິດຕະພາບລາວ-ມົງໂກລ ຢູ່ເມືອງໂພນສະຫວັນ ໃນແຂວງ
ຊຽງຂວາງ ເພື່ອໃຫ້ບໍລິການດ້ານກວດສຸຂະພາບຮ່າງກາຍ ແລະການປິ່ນປົວປະຊາຊົນລາວ
ທີ່ເຈັບປ່ວຍ ໂດຍບໍ່ຄິດຄ່າແລະພ້ອມກັນນັ້ນ ກໍຍັງໃຫ້ການຊ່ວຍເຫລືອໃນ​ການ​ຝຶກ​ອົບຮົມ ກ່ຽວກັບການສະກັດກັ້ນ ແລະປ້ອງກັນການແຜ່ລະບາດຂອງເຊື້ອໂຣກ HIV-AIDS ໃຫ້​ແກ່
​ບັນດາ​ແພດໝໍຂອງກອງທັບ​ປະຊາຊົນ​ລາວ ອີກດ້ວຍ.

Dr. Cecile Lantican ຈາກອົງການ USAID ​ແລກປ່ຽນຂໍ້ຕົກລົງ​ໃນ​ບົດ​ບັນ​ທຶກຄວາມ​ເຂົ້າ​ໃຈ ຮ່ວມ​ກັບ​ທ່ານ ບຸນຫລາຍ ພົມມະສັກ, ຫົວໜ້າ ຫ້ອງການ​ປະສານ​ງານ​ຕ້ານ ​ແລະ​ຄວບ​ຄຸມພະຍາ​ດຕິດຕໍ່​ແຫ່ງ​ຊາດ​ລາວ ໃນດືອນມີນາ 2011
Dr. Cecile Lantican ຈາກອົງການ USAID ​ແລກປ່ຽນຂໍ້ຕົກລົງ​ໃນ​ບົດ​ບັນ​ທຶກຄວາມ​ເຂົ້າ​ໃຈ ຮ່ວມ​ກັບ​ທ່ານ ບຸນຫລາຍ ພົມມະສັກ, ຫົວໜ້າ ຫ້ອງການ​ປະສານ​ງານ​ຕ້ານ ​ແລະ​ຄວບ​ຄຸມພະຍາ​ດຕິດຕໍ່​ແຫ່ງ​ຊາດ​ລາວ ໃນດືອນມີນາ 2011

ກ່ອນໜ້ານີ້ ອົງການເພື່ອການ​
ພັດທະນາ​ຂອງ​ສະຫະລັດຫລື
USAID ນັ້ນ ​ໄດ້​ຕົກລົງຮ່ວມກັນ
ກັບຫ້ອງການປະສານງານຕ້ານ
ແລະຄວບຄຸມພະຍາດຕິດຕໍ່ແຫ່ງ
ຊາດລາວ ເພື່ອໃຫ້ການຊ່ວຍ
​ເຫລືອ​ທາງການລາວ ໃນ​ການ
​ປ້ອງກັນ​ເຊື້ອ​ໂຣກຕິດຕໍ່ໃນ​ຄົນ
ແລະສັດ​ຈົນ​ເຖິງ​ເດືອນມີນາ ປີ
2013 ໂດຍຫວັງວ່າ ຈະຊ່ວຍ
ປ້ອງກັນບໍ່ໃຫ້ເຊື້ອໂຣກຕິດຕໍ່
ທີ່ເຄີຍ​ແຜ່ລະບາດຢູ່ໃນລາວ
ນັ້ນ ກັບຄືນມາ​ແຜ່ລະບາດອີກ
ເທື່ອໃໝ່ ດັ່ງທີ່ທ່ານ ບຸນຫຼາຍ
ພົມມະສັກ ຫົວໜ້າຫ້ອງການ
ປະສານງານຕ້ານ ແລະຄວບຄຸມພະຍາດຕິດຕໍ່ແຫ່ງຊາດລາວ ໄດ້ໃຫ້ການຊີ້ແຈງໃນຕອນ
ນຶ່ງວ່າ:

“ຈຸດປະສົງແລ້ວກໍແມ່ນເພື່ອປະຕິບັດໂຄງການໃຫ້ຄວາມຮູ້ຂ່າວສານໃຫ້ແກ່ຊຸມຊົນໃນ
ການຕ້ານຕໍ່ພະຍາດຕິດ
ຕໍ່ຕ່າງໆ ຊຶ່ງ​ກິດຈະກໍາຫຼັກກໍ່ແມ່ນໃຫ້ການອົບຮົມແກ່ຊຸມຊົນ,
ອໍານາດການປົກ
ຄອງບ້ານໃຫ້ມີສ່ວນຮ່ວມ ໃນການຕ້ານພະຍາດຕ່າງໆ ໃຫ້ການ
ອົບຮົມໃຫ້ແກ່ຜູ້ສື່ຂ່າວ ໂດຍສະເພາະແມ່ນ
ຜູ້ສື່ຂ່າວວິທະຍຸ ແລະໂທລະພາບເພື່ອວ່າ
ເກີດແລ້ວບໍ່ໃຫ້ມັນເກີດຂຶ້ນອີກ”

ນອກຈາກນີ້ ທາງການສະຫະລັດ ກໍໄດ້ໃຫ້ການຊ່ວຍເຫລືອລາວໃນການເກັບກູ້ລະເບີດ
ບໍ່ທັນແຕກ UXO ມາຢ່າງຕໍ່ເນື່ອງ ນັບແຕ່ປີ1993 ເປັນຕົ້ນມາ ກໍປາກົດວ່າລັດຖະບານ
ສະຫະລັດ ໄດ້ໃຫ້ການຊ່ວຍເຫລືອແກ່ລາວໃນດ້ານດັ່ງກ່າວນີ້ແລ້ວ ຫລາຍກວ່າ 51 ລ້ານ
ໂດລາ ໂດຍຍັງບໍ່ລວມເຖິງ 9 ລ້ານໂດລາ ເພື່ອຊ່ວຍເຫລືອໃນການເກັບກູ້ລະເບີດ UXO
ໃນປີ 2012 ນີ້.

XS
SM
MD
LG