ທະຫານສະຫະລັດໄດ້ທຳການໂຈມຕີທາງອາກາດ 3 ບັ້ນ ຕໍ່ກຸ່ມຫົວຮຸນແຮງ ອາລ-ຊາບັບ (al-Shabab) ຢູ່ໂຊມາເລຍ ຢູ່ໃນໄລຍະບໍ່ຮອດນຶ່ງອາທິດ ຜ່ານມາ ຊຶ່ງມີລະດັບຄວາມໄວເພີ້ມຂຶ້ນ ທີ່ອາດເທົ່າກັນກັບສາມທົບ ຂອງຈຳນວນການໂຈມຕີທີ່ເປັນປະຫວັດການໃນປີກາຍນີ້.
ອີງຕາມກອງບັນຊາການ ສະຫະລັດປະຈຳພາກພື້ນອາຟຣິກາ ຫລື AFRICOM, ການໂຈມຕີຄັ້ງຫລ້າສຸດໄດ້ສັງຫານພວກຫົວຮຸນແຮງ 3 ຄົນຢູ່ໃກ້ກັບເມືອງມາເລລີ (Malayle) ຢູ່ເຂດທີ່ຮາບຕ່ຳຈູບາ (Juba) ໃນວັນພຸດຜ່ານມາ.
"ການໂຈມຕີແບບປ້ອງກັນຕົວຮວມກັນ" ໄດ້ແນເປົ້າໝາຍໃສ່ພວກຫົວຮຸນແຮງ ທີ່ໄດ້ຍິງກຳລັງທະຫານຮັກສາຄວາມສະຫງົບແຫ່ງຊາດຂອງໂຊມາເລຍ ທີ່ທຳການລາດຕະເວນຢູ່, ອີງຕາມ AFRICOM. ຕອນນັ້ນ ພວກທະຫານຂອງສະຫະລັດບໍ່ໄດ້ຢູ່ໃນພາກພື້ນດິນ.
ການໂຈມຕີດັ່ງກ່າວມີຂຶ້ນນຶ່ງມື້ ພາຍຫລັງທີ່ມີການໂຈມຕີທາງອາກາດບັ້ນນຶ່ງທີ່ໄດ້ສັງຫານ ພວກຫົວຮຸນແຮງ ອາລ-ຊາບັບ (al-Shabab) 2 ຄົນ ຢູ່ໃນຂົງເຂດຂອງເມືອງ ຮູເລ (Huley) ຢູ່ໃນເຂດທີ່ຮາບຕ່ຳຊາແບລ (Shabelle).
ແລະໃນມື້ວັນຈັນຜ່ານມາ ກໍມີການໂຈມຕີຂອງທະຫານສະຫະລັດອີກບັ້ນນຶ່ງ ຢູ່ໃນເຂດທີ່ຮາບຕ່ຳຊາແບລ (Shabelle) — ການໂຈມຕີຄັ້ງນີ້ ແມ່ນຢູ່ໃກ້ເຂດ ດາຣາ ຊາລາມ (Dara Salaam) — ຊຶ່ງໄດ້ສັງຫານພວກກໍ່ຄວາມຮຸນແຮງ 8 ຄົນ ທີ່ໄດ້ທຳການໂຈມຕີຕໍ່ທະຫານຂອງກຳລັງຮັກສາຄວາມສະຫງົບແຫ່ງຊາດຂອງໂຊມາເລຍແລະທະຫານສະຫະລັດທີ່ກຳລັງໃຫ້ຄຳປຶກສາແກ່ຄູ່ພາຄີດຳເນີນງານຊາວໂຊມາເລຍຂອງພວກເຂົາເຈົ້າຢູ່.
ບໍ່ມີທະຫານຂອງສະຫະລັດຄົນໃດໄດ້ຮັບບາດເຈັບຢູ່ໃນການໂຈມຕີດັ່ງກ່າວ, ອີງຕາມໂຄສົກປະຈຳ AFRICOM, ພັນເອກທະຫານອາກາດ ຄຣິສ ຄານສ໌ (Chris Karns) ທີ່ກ່າວຕໍ່ວີໂອເອ.
AFRICOM ໄດ້ດຳເນີນການໂຈມຕີ 28 ຄັ້ງຕໍ່ພວກອາລ-ຊາບັບ (al-Shabab) ຢູ່ໃນ 11 ອາທິດທຳອິດຂອງປີ 2019. ທ່ານ ບີລ ຣອກຈີໂອ (Bill Roggio), ນັກຄົ້ນຄວ້າທີ່ໄດ້ຮັບທຶນ ຢູ່ມູນນິທິເພື່ອປົກປ້ອງປະຊາທິປະໄຕ ກ່າວວ່າ ທະຫານສະຫະລັດດຽວນີ້ດຳເນີນການໂຈມຕີຢູ່ໃນລະດັບທີ່ເພີ້ມຂຶ້ນເກືອບຮອດ 3 ເທົ່າຂອງຈຳນວນການໂຈມຕີທີ່ເປັນປະຫວັດການຂອງປີກາຍນີ້ຕໍ່ພວກອາລ-ຊາບັບ (al-Shabab).
ພົນເອກມາຄັສ ຮິກສ໌ (Marcus Hicks) ກ່າວຕໍ່ວີໂອເອຢູ່ໃນການໃຫ້ສຳພາດຫວ່າງມໍ່ໆມານີ້ວ່າ ກຸ່ມອາລ-ຊາບັບ (al-Shabab) “ກຳລັງສູນເສຍທະຫານຂອງຕົນຢູ່ໃນສະໜາມລົບຢູ່ໃນສິ່ງທີ່ຂ້າພະເຈົ້າສົງໄສວ່າຈະເປັນລະດັບທີ່ໜ້າວິຕົກ."