ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ທາງອາກາດ ສັງຫານ ພວກຫົວ ຮຸນແຮງ 13 ຄົນໃນ ເຢເມນ


ຜູ້ຊາຍຄົນໜຶ່ງຍ່າງຜ່ານຮູບແຕ້ມຢູ່ກຳແພງ ກ່າວປະນາມ ການໂຈມຕີທາງອາກາດໂດຍເຮືອບິນບໍ່ມີຄົນຂັບ ໃນເຢເມນ.
ຜູ້ຊາຍຄົນໜຶ່ງຍ່າງຜ່ານຮູບແຕ້ມຢູ່ກຳແພງ ກ່າວປະນາມ ການໂຈມຕີທາງອາກາດໂດຍເຮືອບິນບໍ່ມີຄົນຂັບ ໃນເຢເມນ.

ກອງທັບ ສະຫະລັດ ກ່າວວ່າ ການໂຈມຕີທາງອາກາດຫຼາຍຄັ້ງທີ່ແນເປົ້າໃສ່​ເຄືອ​ຂ່າຍຂອງ ພວກ al-Qaida ໃນ ເຢເມນ ໃນລະຫວ່າງ ສອງສັບປະດາທີ່ຜ່ານມາ ເຮັດໃຫ້ພວກຫົວຮຸນ ແຮງ 13 ຄົນຖືກຂ້າຕາຍ ແລະ ໄດ້ຮັບບາດເຈັບອີກ​ຈຳນວນ​ໜຶ່ງ.

ຖະແຫຼງການສະບັບໜຶ່ງຈາກກອງບັນຊາການ ຂອງກຳລັງ ສະຫະລັດ ທີ່ເປີດເຜີຍໃນວັນ ອັງຄານວານນີ້ ໄດ້ກ່າວວ່າ ການໂຈມຕີທາງອາກາດ 3 ຄັ້ງ ໄດ້ມີຂຶ້ນຢູ່ແຂວງ Shabwah ໃນ​ເຂດ​ພາກ​ກາງ​ຂອງ​ເຢ​ເມນລະຫວ່າງວັນທີ 24 ສິງຫາ ແລະ 4 ກັນຍາທີ່ຜ່ານມາ.

ຖະ​ແຫຼງການຍັງໄດ້​ໃຫ້​ຂໍ້​ສັງ​ເກດວ່າ ພວກ al-Qaida ຢູ່ໃນແຫຼມ ອາຣັບ “ຍັງຄົງເປັນໄພ ຂົ່ມຂູ່ອັນໃຫຍ່ຫຼວງຕໍ່ພາກພື້ນ” ແລະ ສະຫະລັດ.

ຖະແຫຼງການໄດ້ກ່າວວ່າ “ການມີໜ້າຂອງພວກ al-Qaida ໄດ້ມີຜົນກະທົບທີ່ສ້າງ ຄວາມບໍ່ໝັ້ນຄົງໃນ ເຢເມນ. ພວກເຂົາໄດ້ໃຊ້ຄວາມບໍ່ສະຫງົບໃນ ເຢເມນ ເພື່ອສະ ໜອງ ບ່ອນ​ຫລົບ​ລີ້ ທີ່ຈະວາງແຜນການໂຈມຕີໃນອະນາຄົດຕໍ່ພັນທະມິດຂອງພວກ ເຮົາພ້ອມກັບ ສະຫະລັດ ແລະ ຜົນປະໂຫຍດຂອງພວກເຮົາ.” ຖະແຫຼງການໃນເດືອນ ສິງຫາທີ່ຜ່ານມາ ກ່ຽວກັບ ການໂຈມຕີອີກຄັ້ງໜຶ່ງໃນພາກພື້ນດຽວກັນຂອງ ເຢເມນ ກໍໄດ້ ໃຊ້ຄຳເວົ້າ​ແບບດຽວກັນນີ້.

ການ​ໂຈມ​ຕີຂອງ ສະຫະລັດ ທີ່ແນເປົ້າໃສ່ພວກ al-Qaida ໃນແຫຼມອາຣັບ ດ້ວຍເຮືອບິນ ທີ່ບໍ່ມີຄົນຂັບ ໄດ້ດຳເນີນການມາເປັນເວລາ 7 ປີພ້ອມດ້ວຍການໂຈມຕີຫຼາຍກວ່າ 100 ຄັ້ງ ທີ່ໄດ້ສັງຫານໜ້າລະດັບສູງບາງຄົນຂອງກຸ່ມດັ່ງກ່າວ, ແຕ່ມັນກໍຍັງເຮັດໃຫ້ມີການວິຈານ ກ່ຽວກັບ ການເສຍຊີວິດຂອງພົນລະເຮືອນຈຳນວນ​ໜຶ່ງເຊັ່ນກັນ.

ໃນເດືອນກໍລະກົດທີ່ຜ່ານມາ, ທຳນຽບຂາວ ໄດ້ຮັບຮູ້ການເສຍຊີວິດຂອງພົນລະເຮືອນ ຢ່າງໜ້ອຍ 64 ຄົນຈາກການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຫຼາຍຄັ້ງໃນປະ​ເທດຕ່າງໆ ເຊັ່ນ ເຢເມນ, ປາກິສຖານ ແລະ ອັຟການິສຖານນັບຕັ້ງແຕ່ປີ 2009 ເປັນຕົ້ນມາ​ເຊິ່ງເປັນ ຕົວເລກທີ່ກຸ່ມຕິດ ຕາມສິ້ງຊອມໄດ້ກ່າວວ່າ ມັນແມ່ນຕົວເລກທີ່ສູງຫຼາຍກວ່າຄັ້ງທີ່ຜ່ານມາ ແທ້ໆ.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ອອກຄຳສັ່ງທາງການສະບັບໜຶ່ງໂດຍເອີ້ນການເສຍ ຊີວິດ ແລະ ບາດເຈັບນີ້ິ້ວ່າ “ເສົ້າສະຫຼົດໃຈ” ແລະ ​ເປັນຜົນທີ່ຕາມມາເຊິ່ງຫຼີກລ້ຽງບໍ່ໄດ້ ຈາກການຕໍ່ສູ້ກັນ ແລະໄດ້ກ່າວເນັ້ນເຖິງຄວາມຕ້ອງການ ສຳລັບການປະຕິບັດການທີ່ຈະ ຫຼຸດຜ່ອນການໄດ້ຮັບບາດເຈັບຂອງປະຊາຊົນຜູ້ບໍລິສຸດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG