ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກກອງກຳລັງ ພິເສດ ອັຟການິສຖານ ຍິງທະຫານ ສະຫະລັດ 3 ຄົນເສຍຊີວິດ


ກອງກຳລັງພິເສດ ອັຟການິສຖານ ກວດກາລາດຕະເວນ ບ້ານ Pandola ຕັ້ງຢູ່ໃກ້ໆກັບສະຖານທີ່ຖິ້ມລະເບີດ ສະຫະລັດ ໃນເມືອງ Achin ແຂວງ ນັນກາຮາ, ອັຟການິສຖານ. 14 ເມສາ, 2017.
ກອງກຳລັງພິເສດ ອັຟການິສຖານ ກວດກາລາດຕະເວນ ບ້ານ Pandola ຕັ້ງຢູ່ໃກ້ໆກັບສະຖານທີ່ຖິ້ມລະເບີດ ສະຫະລັດ ໃນເມືອງ Achin ແຂວງ ນັນກາຮາ, ອັຟການິສຖານ. 14 ເມສາ, 2017.

ພວກເຈົ້າໜ້າທີ່ຢູ່ທາງພາກຕາເວັນອອກຂອງ ອັຟການິສຖານ ກ່າວວ່າ ທະຫານໃນກຳ
ລັງພິເສດຂອງ ອັຟການິສຖານ ໃນຊຸດເຄື່ອງແບບໄດ້ອ່ວຍປາກປືນຍິງໃສ່ທະຫານ
ສະຫະລັດ ສັງຫານສາມຄົນ ແລະ ເຮັດໃຫ້ບາດເຈັບນຶ່ງຄົນ.

ເຫດການດັ່ງກ່າວ ໄດ້ມີຂຶ້ນໃນວັນເສົາວານນີ້ ໃນເມືອງ Achin ທີ່ມີຄວາມຫຼໍ່ແຫຼມ ໃນ
ແຂວງ Nangahar. ທ່ານ ອັດໂຕລາ ໂຄກີອານີ ໂຄສົກຂອງອຳນາດການປົກຄອງປະ
ຈຳແຂວງ ກ່າວຕໍ່ ວີໂອເອ ວ່າ ຜູ້ຮ້າຍຄົນດັ່ງກ່າວ ໄດ້ຖືກພວກທະຫານ ອາເມຮິກັນ ຍິງ
ຕາຍທັນທີ.

ໂຄສົກຄົນນຶ່ງ ຂອງພວກ ຕາລີບານ ເວົ້າວ່າ ມືປືນຄົນນັ້ນ ແມ່ນຄົນຂອງພວກຕົນ ທີ່ໄດ້ ແຊກຊືມເຂົ້າໄປຢູ່ໃນຖັນແຖວຂອງກຳລັງ ອັຟການິສຖານ.

ລາຍງານກ່ອນໜ້ານັ້ນເວົ້າວ່າ ທະຫານ ອາເມຣິກັນ ສອງຄົນຕາຍ ແລະ ບາດເຈັບສອງ
ຄົນ. ພວກເຈົ້າທີ່ເວົ້າວ່າ ໄດ້ມີການແຈ້ງໃຫ້ປະທານາທິບໍດີ ທຣຳ ຊາບ ກ່ຽວກັບ ການ
ຕາຍຂອງ ອາເມິກັນ ດັ່ງກ່າວ ແລະ ທ່ານກໍໄດ້ຊາບເລື່ອງທຸກໄລຍະ ກ່ຽວກັບ ເຫດການ
ນີ້ ໃນຂະນະທີ່ເດີນທາງໄປລັດ New Jersey ໃນທ້າຍສັບປະດາ.

ເຈົ້າໜ້າທີ່ການທູດຂັ້ນອາວຸໂສລະຫວ່າງຊາດ ທ່ານນຶ່ງໃນ ອັຟການິສຖານ ເວົ້າວ່າພວກ ເຈົ້າໜ້າທີ່ກຳລັງສຶກສາເບິ່ງເລື່ອງນີ້ຢູ່ ເຖິງຄວາມເປັນໄດ້ທີ່ວ່າ ການສັງຫານໃນ
Nangahar ນີ້ອາດຈະພົວພັນກັບການສັງຫານຕຳຫຼວດ ອັຟການິສຖານ ສອງຄົນໃນ
ເມື່ອກ່ອນ ທີ່ ສະຫະລັດ ເອີ້ນວ່າເຫດການ “ຫຼົງຍິງກັນໂດຍໝູ່ເພື່ອນກັນເອງ” ໃນ
ແຂວງ ເຮລມານ ຫຼືບໍ່. ສະຫະລັດ ໄດ້ຂໍອະໄພໃນເຫດການດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG