ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເທີກີ ຊ່ອຍ ຊາວເຄີດໃນອີຣັກ ຂ້າມຊາຍແດນ ເຂົ້າໄປຊ່ວຍຕ້ານຢັນ ກຸ່ມລັດອິສລາມ ໃນຊີເຣຍ


ເທີ​ກີ​ກ່າວ​ວ່າ ຕົນ​ກຳລັງ​ຊ່ອຍຊາວ​ເຄີ​ດ​ໃນ​ອີຣັກ ​ໃຫ້ຂ້າມ​ຊາຍ​
ແດນ​ເຂົ້າ​ໄປ​ໃນ​ຊີ​ເຣຍ ​ເພື່ອ​ໄປຊ່ອຍ​ເຫຼືອພວກ​ນັກລົບ​ຊາວ
​ເຄີ​ດຢູ່​ໃນ​ເມືອງ​ໂຄ​ບາ​ນີ ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ກຳລັງ​ຕໍ່​ສູ້
​ ​ເພື່ອ​ຕ້ານ​ຢັນ​ການ​ບຸກຄືບ​ໜ້າ​ ຂອງ​ພວກ​ຫົວ​ຮຸນ​ແຮງ​ກຸ່ມ​ລັດ​
ອິສລາມ​ນັ້ນ.

ລັດຖະມົນຕີ​ຕ່າງປະ​ເທດ​ເທີ​ກີ ທ່ານ Mevlut Cavusoglu
ບໍ່​ໄດ້​ໃຫ້ລາຍ​ລະ​ອຽດ​ເພີ້​ມຕື່ມ​ໃນ​ວັນ​ຈັນ​ມື້​ນີ້ ​ເວລາ​ທ່ານ​ຖະ
​ແຫຼງ​ຕໍ່​ບັນດາ​ນັກ​ຂ່າວ ກ່ຽວ​ກັບ​ການ​ຊ່ອຍ​ເຫຼືອພວກ​ກຳລັງ​
ຊາວ​ເຄີ​ດນັ້ນ.

islamicstate20october14
please wait

No media source currently available

0:00 0:01:20 0:00

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ມີ​ຂຶ້ນ​ນຶ່ງ​ມື້ ຫຼັງ​ຈາກ​ປະທານາທິບໍດີ​ເທີ​ກີ ທ່ານ Recep Tayyip Erdogan ກ່າວ​ວ່າ ປະ​ເທດຂອງ​ທ່ານ​ຈະ​ບໍ່ປະກອບອາວຸດ ໃຫ້​ພວກ​ນັກລົບ​ຊາວເຄີ​ດ ​
ໂດ​ຍເອີ້ນ​ພວກ​ເຂົາ​ເຈົ້າ​ວ່າ ມີ​ສະຖາ ນະພາບ “​ເທົ່າ​ກັນ​ກັບ” ພັກ​ແຮງ​ງານ​ເກີ​ດິສຖານ ທີ່
​ທັງເທີ​ກີ ​ແລະ ສະຫະລັດ​ຖື​ວ່າ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ​ນັ້ນ.

ນອກ​ນັ້ນ ການ​ເຄື່ອນ​ໄຫວ​ດັ່ງກ່າວຍັງມີ​ຂຶ້ນ ຫຼັງ​ຈາກເຮືອບິນ​ບັນທຸກ​ຂອງສະຫະລັດ​ຫຼາຍ
ລຳໄດ້ນຳ​ເອົາ ​ອາວຸດ​ພ້ອມ​ດ້ວຍ​ລູກປືນ​ແລະ​ສະບຽງ​ການ​ແພດ​ຈາກ​ເຈົ້າ​ໜ້າ​ທີ່​ຊາວ​ເຄີ​ດ
​ ໃນ​ອີຣັກ ​ໄປຖິ້ມ​ລົງໃຫ້​ພວກ​ຊາວ​ເຄີ​ດ ທີ່​ກຳລັງ​ຕໍ່ສູ້ກັບ​ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໃນ​ເມືອງໂຄ​ບາ​ນີ ກົງກັນຂ້າມ​ກັບ​ຊາຍ​ແດນ​ຂອງ​ເທີ​ກີ​ນັ້ນ.​

ວີດີໂອ: ຊາວເມືອງໂກບານີ ດີໃຈ ທີ່ສະຫະລັດເອົາສຳພາລະ ໄປຖິ້ມລົງໃຫ້

Kobani Refugees Welcome, Turkey Criticizes, US Airdrop
please wait

No media source currently available

0:00 0:02:18 0:00

ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສສະຫະລັດບອກນັກ​ຂ່າວ​ວ່າ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ
ໄດ້ ​ແຈ້ງໃຫ້​ທ່ານ Erdogan ຊາບ​ ໃນລະຫວ່າງ​ ການສົນທະນາ​ກັນທາງ​ໂທລະສັບ ​ໃນ​ວັນ
ເສົາ​ຜ່ານ​ມາ​ວ່າ ກອງທັບ​ສະຫະລັດຈະ​ດຳ​ເນີນ​ການ​ຖິ້ມ​ເຄື່ອງ​ຊ່ອຍ​ເຫຼືອ​ເຫຼົ່າ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ສະຫະລັດເຂົ້າ​ອົກ​ເຂົ້າ​ໃຈດີ​ເຖິງ “ຄວາມ​ເປັນ​ຫ່ວງທີ່​ມີ​ມາ​ຍາວ
ນານ​ຂອງ​ເທີ​ກີ” ​ແຕ່​ວ່າ​ເວລາ​ນີ້ ​ທັງ​ສອງ​ປະ​ເທດກຳລັງ​ປະ​ເຊີນ​ໜ້າກັບ​ສັດຕູ​ຄົນ​ດຽວ​ກັນ.

ວີດີໂອ: ສະຫະລັດແລະເທີກີ ບໍ່ເຫັນພ້ອມກັນ ກ່ຽວກັບຍຸທະສາດຕ້ານຢັນ ກຸ່ມ IS

US, Turkey at Odds Over Strategy Against Islamic State
please wait

No media source currently available

0:00 0:03:02 0:00

XS
SM
MD
LG