ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບສະຫະລັດຍອມຮັບວ່າ ສົງຄາມອັຟການິສຖານ ແມ່ນຄວາມລົ້ມແຫຼວທາງຍຸດທະສາດ


ປະທານເສນາທິການຮ່ວມ ນາຍພົນ ມາກ ມິລລີ ເຂົ້າຮ່ວມການໃຫ້ການ ຕໍ່ຄະນະກຳມະການກອງທັບສະພາສູງ ກ່ຽວກັບ ການສະຫຼຸບການປະຕິບັດການ ຂອງກອງທັບ ສະຫະລັດ ໃນອັຟການິສຖານ ແລະ ວາງແຜນສຳລັບການປະຕິບັດການປາບປາມລັດທິກໍ່ການຮ້າຍໃນອະນາຄົດ ຢູ່ຫໍລັດຖະສະພາ, 28 ກັນຍາ, 2021.
ປະທານເສນາທິການຮ່ວມ ນາຍພົນ ມາກ ມິລລີ ເຂົ້າຮ່ວມການໃຫ້ການ ຕໍ່ຄະນະກຳມະການກອງທັບສະພາສູງ ກ່ຽວກັບ ການສະຫຼຸບການປະຕິບັດການ ຂອງກອງທັບ ສະຫະລັດ ໃນອັຟການິສຖານ ແລະ ວາງແຜນສຳລັບການປະຕິບັດການປາບປາມລັດທິກໍ່ການຮ້າຍໃນອະນາຄົດ ຢູ່ຫໍລັດຖະສະພາ, 28 ກັນຍາ, 2021.

20 ປີຂອງການສູນເສຍເລືອດເນື້ອຂອງຊາວ ອາເມຣິກັນ ແລະ ຊັບສົມບັດ ທີ່ຖືກໃຊ້ໃນ ອັຟການິສຖານແມ່ນໄດ້ຖືກຫຼຸດລົງເປັນປະມານ 6 ຊົ່ວໂມງໃນການໃຫ້ການຢູ່ສະພາສູງ ສະຫະລັດ ເມື່ອວັນອັງຄານວານນີ້, ດ້ວຍເຈົ້າໜ້າທີ່ກອງທັບລະດັບສູງໄດ້ຍອມຮັບວ່າ ສົງຄາມດັ່ງກ່າວແມ່ນເທົ່າກັບ “ຄວາມລົ້ມແຫຼວທາງຍຸດທະສາດ” ທີ່ໃນສຸດທ້າຍ, ບາງເທື່ອ, ອາດຈະບໍ່ມີວັນໄດ້ຊະນະ.

ການໃຫ້ການຕໍ່ຄະນະກຳມະການກອງທັບສະພາສູງ ກັບບັນດາເຈົ້າ ໜ້າທີ່ກອງທັບລະດັບສູງຂອງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ມີການປ້ອງກັນເດັດດ່ຽວ ໃນຄວາມພະຍາຍາມ ແລະ ການເສຍສະຫຼະຂອງກອງທະຫານ ສະຫະລັດ ໃນ ອັຟການິສຖານ, ດ້ວຍບັນດາສະມາຊິກສະພາໄດ້ຍົກຍ້ອງ ກ່ຽວກັບ ການຕັດສິນໃຈທີ່ຈະສິ້ນສຸດສົງຄາມທີ່ດົນທີ່ສຸດຂອງປະເທດ ແລະ ໄດ້ກ່າວປະນາມບໍ່ເທົ່າໃດວັນສຸດທ້າຍຂອງເຂົາເຈົ້າເປັນການພັງທະລາຍ.

ໃນລະຫວ່າງນັ້ນມັນອາດຖືກເຮັດຢ່າງແຕກຕ່າງ, ຖ້າມັນມີສິ່ງທີ່ປະກອບມີການປະເມີນຢ່າງຈິງຈັງ.

ນາຍພົນ ມາກ ມິລລີ, ປະທານຂອງເສນາທິການຮ່ວມ ແລະ ເຈົ້າໜ້າທີ່ກອງທັບລະດັບສູງຂອງປະເທດ, ໄດ້ກ່າວຕໍ່ບັນດາສະມາຊິກສະພາ ກ່ຽວກັບວັນສຸດທ້າຍຂອງ ອາເມຣິກາ ໃນນະຄອນ ຫຼວງກາບູລ, ເຊິ່ງໄດ້ມີການອົບພະຍົບປະຊາຊົນ 124,000 ຄົນ, ລວມທັງຄົນອາເມຣິກັນປະ ມານ 6,000 ຄົນວ່າ “ມັນເປັນຄວາມສຳເລັດດ້ານການຂົນສົ່ງ ແຕ່ເປັນຄວາມລົ້ມແຫຼວທາງຍຸດທະສາດ.”

ທ່ານ ມິລລີ ໄດ້ກ່າວຕື່ມວ່າ “ຜົນອອກມາໃນສົງຄາມຄືແນວນີ້, ເປັນຜົນອອກມາທີ່ແມ່ນຄວາມລົ້ມແຫຼວທາງຍຸດທະສາດ, ສັດຕູແມ່ນໄດ້ເຂົ້າຄວບຄຸມໃນນະຄອນຫຼວງກາບູລ. ມັນບໍ່ມີວິທີອື່ນທີ່ຈະອະທິບາຍມັນ, ຜົນອອກມາທີ່ວ່ານັ້ນແມ່ນຜົນກະທົບທີ່ສະສົມມາໄດ້ 20 ປີ, ບໍ່ແມ່ນ 20 ວັນ.”

ເມື່ອຖືກຖາມ ກ່ຽວກັບວ່າ ວໍຊິງຕັນ ຄວນສາມາດທີ່ຈະເຮັດສິ່ງອື່ນທີ່ແຕກຕ່າງເພື່ອປ້ອງກັນລັດຖະບານທີ່ໄດ້ຮັບການໜູນຫຼັງໃນ ອັຟການິສຖານ ຈາກການພັງລົງ ແລະ ຢຸດການເຂົ້າຄວບຄຸມຂອງກຸ່ມ ຕາລີບານ ຫຼືບໍ່ນັ້ນ, ທ່ານ ມິລລີ ໄດ້ກ່າວເຖິງຈຸດປະເດັນໂດຍກົງ.

ທ່ານໄດ້ກ່າວ ກ່ຽວກັບລັດຖະບານ ແລະ ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ວ່າ “ຖ້າເຈົ້າຮັກສາທີ່ປຶກສາ, ຮັກສາເງິນ ແລະ ອື່ນໆໄວ້, ເຈົ້າຄົງຈະຄໍ້າຢັນພວກເຂົາໄວ້ເປັນເວລາດົນນານ, ຫຼື ບໍ່ມີກຳນົດເວລາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG