ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ທ. ທຣໍາເວົ້າວ່າ ​ຈະ​ສົ່ງ​ທະຫານ ຫຼາຍເຖິງ 4,000 ຄົນ ​ໄປ​ຍາມ​ ຢູ່ຊາຍ​ແດນ ​ສຫລ ກັບ​ເມັກ​ຊິ​ໂກ


ຕໍາຫລວດຕະເວນຊາຍແດນຂອງສະຫະລັດໄປກວດເບິ່ງກໍາແພງຢູ່ຊາຍໃນເມືອງນາໂກ (Naco), ລັດອາຣິໂຊນາ ທີ່ມີຊາຍແດນຕິກັບເມັກຊິໂກ ໃນວັນທີ 2 ຕຸລາ, 2012
ຕໍາຫລວດຕະເວນຊາຍແດນຂອງສະຫະລັດໄປກວດເບິ່ງກໍາແພງຢູ່ຊາຍໃນເມືອງນາໂກ (Naco), ລັດອາຣິໂຊນາ ທີ່ມີຊາຍແດນຕິກັບເມັກຊິໂກ ໃນວັນທີ 2 ຕຸລາ, 2012

ປະທານາທິບໍດີ ດໍ​ໂນ​ລ ທຣໍາ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ທ່ານ​ຈະ​ສົ່ງ​ກຳລັງພິ
ທັກຊາດປະມານ 2,000 ຫາ 4,000 ຄົນ ​ໄປ​ປະ​ຈໍາ​ຢູ່​ຊາຍ​ແດນ​ສະຫະລັດກັບ
​ເມັກ​ຊິ​ໂກ.

ໃນຂະນະທີ່​ກ່າວ​ຕໍ່ພວກ​ນັກ​ຂ່າວ ​ຢູ່​ເທິງ​ເຮືອບິນ ປະ​ຈໍາ​ຕໍາ​ແໜ່ງ ​ແອ​ຟອກ​ສ໌ວັນ
(Air Force One) ​ໃນແລງວັນພະຫັດ​ວານ​ນີ້ ທ່ານທຣໍາ​ເວົ້າວ່າ​ ຈະ​ຮັກສາ​ກໍາລັງ
​ທະຫານດັ່ງກ່າວ​ໄວ້​ທີ່​ນັ້ນ ຈົນ​ກວ່າ​ກໍາ​ແພງ​ຈະ​ສ້າງ​ແລ້ວ ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ມີ​ສິ່ງ​ທີ່​
ລັດຖະບານ​ຂອງ​ທ່ານເອີ້ນວ່າ ພວກ​ພະຍາຍາມທີ່​ຈະຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດ
ໝາຍທີ່ເພີ້ມຂຶ້ນຢ່າງ​ວ່ອງ​ໄວນັ້ນ.

ໃນ​ຂະນະ​ດຽວກັນ ທັງ​ທໍານຽບຂາວ ​ແລະ​ທໍານຽບຫ້າ​ແຈຕ່າງ​ເວົ້າວ່າ ຍັງ​ມີການ​ສົນ
ທະນາກັນ​ຢູ່ ​ກ່ຽວກັບລາຍ​ລະອຽດ​ໃນ​ການ​ສົ່ງ​ທະຫານ​ໄປປະ​ຈໍາ​ການຢູ່ຕາມ​ຊາຍ​
ແດນ​ທາງ​ພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງ​ປະ​ເທດ​ນັ້ນ ​ແລະ​ການ​ເຮັດ​ແນວ​ນັ້ນ ​ແມ່ນ
​ຂຶ້ນກັບ​ຄວາມ​ຕ້ອງການຂອງ​ແຕ່​ລະ​ລັດ​ໃນສະຫະລັດ​ ທີ່ຢູ່​ຕິດ​ກັບ​ຊາຍ​ແດນ​ດັ່ງກ່າວ.

ກ່ອນໜ້ານັ້ນ ຮອງ​ໂຄສົກ​ປະ​ຈໍາ​ທໍານຽບຂາວ ທ່ານ ​ໂຮ​ເກນ ກິດ​ລີ (Hogan Gidley)
ກ່າວ​ຕໍ່ພວກ​ນັກ​ຂ່າວ​ທີ່​ເດີນທາງ​ໄປ​ລັດ​ເວ​ຈີ​ເນຍຕາ​ເວັນ​ຕົກ ກັບທ່ານ​ປະທານາທິບໍດີ
​ເພື່ອ​ເຂົ້າຮ່ວມ​ການ​ສົນທະ​ນາ​ກ່ຽວກັບ​ການ​ປະຕິ​ຮູບ​ດ້ານ​ການ​ເສຍ​ພາສີວ່າ ​ຈໍ​ານວນ
ທະຫານ​ທີ່​ສົ່ງ​ໄປ​ປະຈຳການ​ຢູ່​ຊາຍ​ແດນ​ນັ້ນ "​ແມ່ນຈະຫລາຍ​ເທົ່າ​ທີ່​ມີ​ຄວາມ​ຕ້ອງ
ການ​ແລະ​ກໍ​ຫຼາຍ​ເທົ່າ​ທີ່ຈະ​ມີ​ຄວາມ​ຈໍາ​ເປັນ​ຕ້ອງ​ໄດ້​ເຮັດ."


ທ່ານ​ກ່າວ​ເພີ້ມອີກວ່າ "ການ​ປະຕິບັດ​ງານ​ອັນ​ດັບ​ນຶ່ງ​ຂອງ​ລັດຖະບານ​ກາງ ກໍ​ຄື​ໃຫ້
ການ​ປົກ​ປ້ອງ​ແກ່​ຄົນ​ອາ​ເມຣິກັນ.”


​ເພື່ອ​ຊ່ວຍ​ອໍານວຍ​ຄວາມ​ສະ​ດວກແກ່​ການ​ດໍາ​ເນີນ​ງານ​ດັ່ງກ່າວ ​ໃນ​ວັນ​ພະຫັດ​ວານ​ນີ້
ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ໄດ້​ປະກາດ​ວ່າ ​ຈະມີ​ການ​ສ້າງຕັ້ງໜ່ວຍງານ​ສະ
ໜັບສະໜຸນການປ້ອງ​ກັນຄວາມປອດ​ໄພຂອງ​ຊາຍ​ແດນ ຂຶ້ນ​ໃໝ່ ຢູ່​ນອກ​ທໍານຽບຫ້າ
​ແຈ ​ເພື່ອ​ເປັນ​ຈຸດ​ປະສານ​ງານ​ບ່ອນ​ດຽວ ລະຫວ່າງ​ທໍານຽບຫ້າ​ແຈ ​ແລະ​ກະຊວງ​ຮັກສາ
ຄວາມປອດໄພພາຍໃນ ທີ່​ມີ​ການ​ນໍາພາ​ໂດຍ​ໂຄງ ການ​ລິ​ເລີ້ມດ້ານການຮັກສາ​ຄວາມ
ປອດ​ໄພ​ຢູ່​ຕາມ​ຊາຍ​ແດນ​ຂອງ​ປະທານາທິບໍ ດີ ດໍ​ໂນ​ລ ທຣໍາ.

ແຕ່​ວ່າ ​ແມ່ນ​ແຕ່​ຄໍາ​ຖາມ​ແບບ​ພື້ນຖານ ​ເຊັ່ນວ່າ ຈໍ​ານວນ​ທະຫານ​ທີ່ຄາດ​ຄະ​ເນວ່າຈະ
​ສົ່ງ​ໄປ, ຄວາມ​ຮັບຜິດຊອບ​ຂອງ​ພວກ​ທະຫານ​ເຫລົ່ານັ້ນ, ​ແລະ​ເງິນ​ທີ່​ຈະ​ເອົາ​ມາຈ່າຍ
​ເງິນ​ເດືອນ ​ໃຫ້​ແກ່​ພວກ​ທະຫານ​ເຫລົ່ານັ້ນ ຈະເອົາມາ​ຈາກ​ທໍານຽບຂາວ​ບໍ ຫລື​ມາ​ຈາກ
​ບັນດາ​ລັດ​ຕ່າງໆ ກໍ​ຍັງ​ບໍ່ມີ​ໃຜ​ຕອບ​ໄດ້​ເທື່ອ.

“ພວກ​ເຮົາ​ຫາກໍ່ມີ​ຄວາມ​ຄິດ​ນີ້ຂຶ້ນມາ​ໃໝ່ນີ້ແທ້ໆ," ຫົວໜ້າ​ໂຄສົກ​ປະ​ຈໍາ​ທໍານຽບຫ້າ
​ແຈ, ທ່ານ​ນາງ ​ເດ​ນາ ​ໄວທ໌ (Dana White) ກ່າວ​ຕໍ່ພວກ​ນັກ​ຂ່າວ ​ຢູ່ໃນກອງ​ປະຊຸມ
​ຖະ​ແຫລ​ງຂ່າວ​ ໃນ​ວັນ​ພະຫັດ​ວານ​ນີ້. "ອັນ​ນີ້ ​ແມ່ນ​ບູລິ​ມະ​ສິດ​ຂອງ​ລັດຖະມົນຕີ​ກະ
ຊວງປ້ອງ​ກັນ​ປະ​ເທດ, ​ແລະທ່ານຈິ​ມ ​ແມດ​ຕິ​ສ [Jim Mattis] ກໍາລັງ​ພິຈາລະນາ​ວ່າ
ມັນ​ເປັນ​ບູລິ​ມະ​ສິດ​ອັນດັບ​ນຶ່ງ"

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG