ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການ DIA ມີແຜນ ຂະຫຍາຍ ເຄືອຂ່າຍ ຈາລະກໍາ


ຮູບພາບຖ່າຍທາງອາກາດຂອງກະຊວງປ້ອງກັນປະເທດສະຫະລັດ
Pentagon ຫຼືທໍານຽບຫ້າແຈ
ຮູບພາບຖ່າຍທາງອາກາດຂອງກະຊວງປ້ອງກັນປະເທດສະຫະລັດ Pentagon ຫຼືທໍານຽບຫ້າແຈ
ໜັງສືພິມ​ຊັ້ນ​ນໍາ​ສະຫະລັດ​ສະບັບ​ນຶ່ງ ​ເວົ້າ​ວ່າ ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະ​ລັດມີ​ແຜນການ​ທີ່​ຫ້າວຫັນ​ແຜນ​ນຶ່ງ ​ເພື່ອ​ຈັດ​ຕັ້ງ​ເຄືອ​ຂ່າຍຈາລະກໍາ​ນຶ່ງຂຶ້ນມາ ​ແຂ່ງ​ກັບ​ອົງການ​ສືບ​ລັບ​ຊີໄອ​ເອ ຂອງ​ສະຫະລັດ ​ໃນ​ດ້ານ​ຂະ ໜາດຂອງ​ຄວາມ​ໃຫຍ່.

ໜັງສືພິມ The Washington Post ລາຍ​ງານ​ເມື່ອຕອນແລງ​ວັນ​ເສົາວານ​ນີ້​ວ່າ ​ໂຄງການ​ດັ່ງກ່າວແມ່ນ​ແນ​ໃສ່ເພື່ອ​ຫັນ​ປ່ຽນ​ອົງ ການ​ສືບ​ລັບດ້ານ​ປ້ອງ​ກັນ​ປະ​ເທດ ຫຼື DIA ​ໃຫ້​ເປັນ​ໜ່ວຍ​ບໍລິການ​ສືບ​ລັບ​ທີ່​ເພັ່ງ​ເລັງ​ໃສ່​ໄພ​ຂົ່ມ​ຂູ່ຕ່າງໆ​ທີ່​ກໍາລັງໂຜ່​ໂຕຂຶ້ນມາ ​ແລະ​ປະຕິບັດງານ​ຮ່ວມ​ກັບ​ອົງການ​ສືບ​ລັບຊີ​ໄອ​ເອຢ່າງ​ໃກ້ຊິດ ​ແລະ​ໜ່ວຍ​ກ້າ​ຕາຍຊັ້ນ​ຫົວ​ກະທິ​ຂອງ​ກອງທັບ ສະຫະລັດ​ນັ້ນ.

ໜັງ​ສື​ພິມ​ດັ່ງກ່າວ ​ເວົ້າ​ອີກ​ວ່າ ອົງການ DIA ຄາດ​ວ່າ​ຈະ​ເພີ້ມພະນັກງານ ​ເກັບ​ກຳຂໍ້​ມູນ​ລັບ ຫຼາຍ​ເຖິງ 1,600 ຄົນ​ໃນ​ທົ່ວ​ໂລກ. ລາຍ​ງານນີ້​ເວົ້າຕໍ່​ໄປ​ວ່າ ຈໍານວນ​ດັ່ງກ່າວ​ ​ສະ​ແດງ​ໃຫ້​ເຫັນ​ເຖິງຈໍານວນ​ທີ່​ເພີ້ມຂຶ້ນ​ແບບບໍ່​ເຄີຍມີ​ມາ​ກ່ອນ ສໍາລັບ​ອົງການທີ່ມີ​ພະນັກງານ​ປະຕິບັດ​ການ​ສືບ​ລັບ​ຢູ່ໃນ​ຕ່າງປະ​ເທດ​ຈຳນວນ​ບໍ່​ເທົ່າ​ໃດ​ຮ້ອຍ​ຄົນ​ໃນໄລຍະ​ສອງ​ສາມ​ປີຜ່ານມາ. ຈໍານວນ​ຜູ້​ເກັບ​ກໍາ​ຂໍ້​ມູນລັບ​ທັງ​ໝົດ​ດັ່ງກ່າວ​ນີ້ ​ມີ​ໂຮມ​ທັງ​ຜູ້​ຊ່ວຍ​ທູດ​ທະຫານ ​ແລະ​ໜ່ວຍ​ສືບ​ລັບອື່ນໆ​ ທີ່​ປະຕິບັດ​ງານ​ນອກ​ເຄຶ່ອງ​ແບບ​ນັ້ນ.
XS
SM
MD
LG